ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 12 ເມສາ 2026

  

ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 1 ຢູ່ກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2025-09-12 10:54:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 6981 | ຄວາມນິຍົມ:



ກອງປະຊຸມທາບທາມ ບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 1 ຈຸດທີ 4 ຢູ່ກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນໃນວັນທີ 12 ກັນຍາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພົນໂທ ຄຳກິ່ງ ຜຸ້ຍຫຼ້າມະນີວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າໜ່ວຍງານທາບທາມຂັ້ນສູນກາງ, ມີບັນດາສະຫາຍຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ, ຄະນະພັກອົງການ, ກອງພົນ,ວິທະຍາຄານ, ໂຮງຮຽນ, ກອງພັນໃຫຍ່ ແລະ ລັດວິສາຫະກິດກອງທັບ ເຂົ້າຮ່ວມ. ສະຫາຍ ພົນໂທ ຄຳກິ່ງ ຜຸ້ຍຫຼ້າມະນີວົງ ໄດ້ຜ່ານຂໍ້ຕົກລົງ ຂອງກົມການເມືອງສູນກາງພັກ ວ່າດ້ວຍມາດຖານ ແລະ ເງື່ອນໄຂ ຂອງຄະນະບໍລິຫານງານສູນກາງພັກ ແລະ ພະນັກງານຂັ້ນຍຸດທະສາດຂອງພັກ-ລັດ ສະໄໝທີ XII. ສະຫາຍ ພົງຊາຕີ ເຄືອເຂົາວັນ ຮອງຫົວໜ້າກົມກໍ່ສ້າງພັກ ຄະນະຈັດຕັ້ງສູນກາງພັກ ໄດ້ແນະລະບຽບການ, ວິທີການໃຊ້ສິດ ແລະ ແຜນດຳເນີນການໃຊ້ສິດ. ຈາກນັ້ນ, ບັນດາຜູ້ແທນ ໄດ້ດໍາເນີນການບ່ອນບັດທາບທາມບຸກຄະລາກອນທີ່ຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 1 ສຳເລັດຕາມລະບຽບການ. ຂ່າວ: ຈິດ ເພັດພູທອງ ພາບ: ສຸກສົງການ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ