ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 11 ມິຖຸນາ 2026

  

ປະກາດການແຕ່ງຕັ້ງໜ້າທີ່, ຍົກຍ້າຍນາຍທະຫານ ຢູ່ກອງຮ້ອຍທະຫານຊາຍແດນ 252 ແລະ 257
ເວລາອອກຂ່າວ: 2025-09-12 10:45:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 7072 | ຄວາມນິຍົມ:



ໃນລະຫວ່າງວັນທີ 11-12 ກັນຍາ 2025 ນີ້, ຢູ່ກອງຮ້ອຍທະຫານຊາຍແດນ 252 ແລະ ກອງຮ້ອຍທະຫານຊາຍແດນ 257 ທະຫານແຂວງບໍລິຄຳໄຊ ໄດ້ຈັດພິທີປະກາດແຕ່ງຕັ້ງໜ້າທີ່, ຍົກຍ້າຍນາຍທະຫານ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄຳແພນ ວີລື້ທໍາ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍລິຄຳໄຊ, ມີພະແນກການກ່ຽວຂ້ອງ, ຄະນະບັນຊາກອງຮ້ອຍຕະຫຼອດຮອດພະນັກງານ-ນັກຮົບ ທົ່ວກົມກອງເຂົ້າຮ່ວມ. ສະຫາຍ ພັນໂທ ນາງ ໄພວັນ ບຸດນວນຈະເລີນ ຮອງຫົວໜ້າພະແນກຈັດຕັ້ງພັກ ຫ້ອງການເມືອງ ທະຫານແຂວງບໍລິຄໍາໄຊ ໄດ້ຜ່ານຄຳສັ່ງຍົກຍ້າຍ,ແຕ່ງຕັ້ງໝ້າທີ່ໃຫ້ນາຍທະຫານ ຢູ່ກອງຮ້ອຍທະຫານຊາຍແດນ252 ແລະ 257 ກອງບັນຊາການທະຫານແຂວງບໍລິຄຳໄຊ ຕົກລົງ: ຍົກຍ້າຍ ສະຫາຍ ພັນໂທ ຫອມ ອິນທິລາດ ຫົວໜ້າການທະຫານ ກອງຮ້ອຍທະຫານຊາຍແດນ 252 ໄປຮັບໜ້າທີໃໝ່ຢູ່ຫ້ອງການເມືອງ ກອງບັນຊາການທະຫານແຂວງ, ສະຫາຍ ພັນໂທ ຂັນທອງ ໄຊຍະກຸມມານ ຫົວໜ້າການທະຫານ ກອງຮ້ອຍທະຫານຊາຍແດນ 257 ໄປຮັບໜ້າທີຢູ່ ກອງຮ້ອຍທະຫານຊາຍແດນ 252 ແລະ ຍັງໄດ້ຜ່ານຂໍ້ຕົກລົງ,ບົ່ງຕົວ,ແຕ່ງຕັ້ງ ເລຂາ ແລະ ຮອງເລຂາ ກອງຮ້ອຍທະຫານຊາຍແດນ 252 ແລະ 257, ໃນນັ້ນໄດ້ບົ່ງຕົວ, ແຕ່ງຕັ້ງ ສະຫາຍ ພັນໂທ ຂັນທອງ ໄຊຍະກຸມມານ ເປັນເລຂາໜ່ວຍພັກກອງຮ້ອຍທະຫານຊາຍແດນ 252, ສະຫາຍ ພັນໂທ ທອງສຸກ ໄຊຍະຜິວ ເປັນເລຂາ ໜ່ວຍພັກກອງຮ້ອຍທະຫານຊາຍແດນ 257 ແລະ ສະຫາຍ ພັນຕີ ຕຸນີ່ ໄຊຕຸລາດ ເປັນຮອງເລຂາ ໜ່ວຍພັກກອງຮ້ອຍທະຫານຊາຍແດນ 257. ໃນພິທີໄດ້ເຊັນບົດບັນທືກ ມອບ-ຮັບ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ຕື່ມອີກ. ສະຫາຍ ພົນຈັດຕະວາ ຄຳແພນ ວີລື້ທໍາ ໄດ້ຍ້ອງຍໍຊົມເຊີຍໃນການຊີ້ນຳ-ບັນຊາຂອງຄະນະກອງຮ້ອຍເຫັນວ່າເຮັດໃຫ້ສະພາບມີຄວາມສະຫງົບເປັນພື້ນຖານ ແລະ ບັນດາສະຫາຍໄດ້ປະກອບສ່ວນເຫື່ອແຮງ, ສະຕິປັນຍາເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພ້ອມທັງຮຽກຮ້ອງໃຫ້ບັນດາ ສະຫາຍທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ປັບປຸງທັດສະນະຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກໃຫ້ຖືກຕ້ອງສອດຄ່ອງກັບສະພາບເງື່ອນໄຂຕົວຈິງຂອງກົມກອງ, ຍົກສູງຄວາມຮູ້ ຄວາມສາມາດ, ເພີ່ມທະວີຄວາມສາມັກຄີພາຍໃນໝູ່ຄະນະ, ປະກອບສ່ວນອັນສຳຄັນເຂົ້າໃນໜ້າທີ່ວຽກງານ ກໍຄືການປັບປຸງກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ. -ຂ່າວ-ພາບ ຮ້ອຍໂທ ວັນ ນ້ອຍວິໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ