ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 09 ມີນາ 2026

  

ກອງປະຊຸມສ່ອງແສງວຽກງານຮອບດ້ານທົ່ວກອງທັບ ຂອງບັນດາກົມກອງເຂດ 4 ປະຈຳໄຕມາດ III ປີ 2025
ເວລາອອກຂ່າວ: 2025-09-12 10:41:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 6668 | ຄວາມນິຍົມ:



ວັນທີ 10 ກັນຍາ 2025 ນີ້, ກອງພັນໃຫຍ່ 941 ໄດ້ເປັນເຈົ້າພາບຈັດກອງປະຊຸມສ່ອງແສງວຽກງານຮອບດ້ານທົ່ວກອງທັບ ຂອງບັນດາກົມກອງເຂດ 4 ປະຈຳໄຕມາດ III ແລະ ວາງທິດທາງແຜນການ ປະຈຳໄຕມາດ IV ປີ 2025, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ກໍາມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພັນເອກ ພູໂຂງ ມະໂນລາ ຫົວໜ້າການເມືອງ ກອງພັນໃຫຍ່ 941 ພ້ອມດ້ວຍຄະນະ, ມີຄະນະພັກ-ຄະນະບັນຊາ ຕາງໜ້າບັນດາກົມກອງເຂດ 4 ທີ່ມາຈາກ ກອງພົນທີ 1, ກອງບັນຊາການທະຫານແຂວງວຽງຈັນ, ວິທະຍາຄານ ນາຍທະຫານບົກ ກົມມະດຳ, ວິທະຍາຄານພະລາທິການກອງທັບ, ກອງພັນໃຫຍ່ 497, ແລະ ບັນດາຜູ້ຕາງໜ້າກົມກອງ, ຫ້ອງການຂຶ້ນກັບກົມໃຫຍ່ ເຂົ້າຮ່ວມ. ສະຫາຍ ພັນເອກ ພູໂຂງ ມະໂນລາ ແລະ ບັນດາຜູ້ຕາງໜ້າແຕ່ລະກົມກອງ ໄດ້ຜັດປ່ຽນກັນ ຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈຳໄຕມາດ III ຜ່ານມາ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເຊິ່ງຕາງໜ້າແຕ່ລະພາກສ່ວນ ໄດ້ຍົກໃຫ້ເຫັນບັນຫາສຳຄັນທີ່ໄດ້ຈັດຕັ້ງປະຕິບັດ ເປັນຕົ້ນແມ່ນສະພາບຈຸດພິເສດການເຄື່ອນໄຫວວຽກງານຕ່າງໆ ໃນຂອບເຂດຕົນຮັບຜິດຊອບ ໃນນັ້ນ, ເອົາວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ແລະ ກຽມພ້ອມສູ້ຮົບເປັນບັນຫາສຳຄັນ, ຖືເອົາວຽກງານຫັນລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕາມທິດນຳຂອງພັກເປັນກົກ, ສຸມໃສ່ສ້າງຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຕໍ່ວຽກງານການປັບປຸງກໍ່ສ້າງກຳລັງ ໄດ້ຖືເອົາການສຶກສາອົບຮົມການເມືອງ-ນຳພາແນວຄິດເປັນບັນຫາສຳຄັນ ເພື່ອຍົກສູງດ້ານການເມືອງ-ແນວຄິດ, ຄຸນສົມບັດສິນທຳປະຕິວັດ, ຕີຖອຍບັນຫາປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ ສະມາຊິກພັກ, ນັກຮົບ ໂດຍນຳເອົາມະຕິຕ່າງໆ ໄປເຜີຍແຜ່ເຊື່ອມຊຶມ, ຈັດຕັ້ງປະຕິບັດ ແນໃສ່ໃຫ້ພະນັກງານ-ນັກຮົບ ມີແນວຄິດຫຼັກໝັ້ນ, ມີສະຕິຕື່ນຕົວໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ ໄປພ້ອມກັບການປັບປຸງກໍ່ສ້າງພັກ, ພະນັກງານ, ອົງການຈັດຕັ້ງມະຫາຊົນ ຕິດພັນກັບຂະບວນການສ້າງໜ່ວຍພັກປອດໃສ ເຂັ້ມແຂງໜັກແໜ້ນ, ກອງ 3 ປອດ, ກອງວັດທະນະທຳ-ນັກຮົບວັດທະນະທຳ ໃຫ້ມີຄວາມເຂັ້ມແຂງດ້ານຈຳນວນ ແລະ ຄຸນນະພາບ, ອົບຮົມ-ຫັດແອບ ດ້ານສິລະປະຍຸດ-ຍຸດທະວິທີ ແລະ ປັບປຸງລະບຽບແຜນການແຕ່ລະກົມກອງ ໄດ້ຮັບການປັບປຸງຢ່າງໜັກແໜ້ນ ເຂັ້ມແຂງ, ຮັບປະກັນດ້ານສຸຂະພາບ ຂອງນາຍ ແລະພົນທະຫານ ແລະ ຮັບປະກັນການແກ້ໄຊຊີວິດການເປັນຢູ່ ກໍຄືວຽກງານການປັບປຸງກໍ່ສ້າງລະບົບພື້ນຖານໂຄງລ່າງເຄຫະສະຖານ ສະຖານທີ່ຄ້າຍຄູ, ທຳການຜະລິດ ປູກຝັງ-ລ້ຽງສັດ ແລະ ວຽກງານສ້ອມແປງຄຸ້ມຄອງບົວລະບັດປົກປັກຮັກສາພາຫະນະ, ອາວຸດ-ກະສຸນ ໄດ້ຮັບການປົກປັກຮັກສາບົວລະບັດສ້ອມແປງຢ່າງເປັນປົກກຕິ. ໂອກາດນີ້, ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ໄດ້ໂອ້ລົມ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາທຸກກົມກອງ ຈົ່ງເອົາໃຈໃສ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ແທດເໝາະກັບສະພາບຕົວຈິງ, ເພີ່ມທະວີຍົກສູງພາລະບົດບາດ ການນຳພາ-ຊີ້ນໍາ ຕໍ່ໜ້າທີ່ການເມືອງຄວາມຮັບຜິດຊອບຂອງຕົນ, ມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ເຊື່ອມຊຶມເນື້ອໃນມະຕິກອງປະຊຸມ, ອົບຮົມ-ຫັດແອບທາງດ້ານສິລະປະຍຸດ-ຍຸດທະວິທີ, ປັບປຸງລະບຽບແຜນວິທີເຮັດວຽກແບບວິທະຍາສາດ, ຮັດແໜ້ນຄວາມສາມັກຄີພາຍໃນພັກ, ເອົາໃຈໃສ່ຄຸ້ມຄອງກວດກາດ້ານຈຳນວນພົນ ເພື່ອຮັບປະກັນໃນການເຄື່ອນໄຫວກຽມພ້ອມສູ້ຮົບ ແລະ ປະຕິບັດໜ້າທີ່ການເມືອງຕົວຈິງໃຫ້ທ່ວງທັນກັບສະພາບການ. ໂດຍ: ຂັນທະວິີ ແກ້ວກາໃຈ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ