ໂຮງໝໍ ກອງພົນທີ 2 ສ້າງຂະບວນການອອກແຮງງານລວມ
ເວລາອອກຂ່າວ: 2025-09-12 09:20:08 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 5840 | ຄວາມນິຍົມ: ![]()
ໃນວັນທີ 5 ກັນຍາ 2025 ນີ້, ພະນັກງານ-ນັກຮົບ ໂຮງໝໍກອງພົນທີ 2 ໄດ້ຈັດຕັ້ງສ້າງຂະບວນການອອກແຮງງານລວມ ຖາງຫຍ້າບ່ອນຮົກເຮື້ອຕາມແຄມທາງໜ້າປະຕູໂຂງໂຮງໝໍ ຮອດທາງເຂົ້າກອງພົນ ແລະ ປາກທາງໃຫຍ່, ໂດຍການຊີ້ນຳຂອງຄະນະພັກ-ຄະນະບັນຊາໂຮງໝໍ, ມີພະນັກງານ-ນັກຮົບ ທົ່ວໂຮງໝໍເຂົ້າຮ່ວມ.
ທັງນີ້, ກໍເພື່ອເປັນການສ້າງຂະບວນການ, ສ້າງຜົນງານຂໍ່ານັບຮັບຕ້ອນ ວັນສຳຄັນທາງປະຫວັດສາດຂອງຊາດ, ຂອງພັກ ແລະ ຂອງກອງທັບ ໃຫ້ມີຂະບວນການຟົດຟື້ນ, ຕໍ່ເນື່ອງ, ທັງເຮັດໃຫ້ເສັ້ນທາງມີຄວາມເປີດແປນ, ສະອາດງາມຕາ, ການສັນຈອນໄປມາມີຄວາມສະດວກສະບາຍ ສ້າງໃຫ້ກົມກອງມີໃບໜ້າອັນໃໝ່. ການສ້າງຂະບວນການຄັ້ງນີ້ ເຕັມໄປດ້ວຍຄວາມສາມັກຄີ ແລະ ການຮ່ວມແຮງຮ່ວມໃຈກັນ ຂອງພະນັກງານ-ນັກຮົບ ເຮັດໃຫ້ການອອກແຮງງານ ສຳເລັດຕາມຄາດໝາຍ.
ໂດຍ: ອານຸສັກ ອຳພັນວິໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















