ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 21 ພຶດສະພາ 2026

  

ກົມ​ວິທະຍາສາດ-ປະ​ຫວັດ​ສາດ ການ​ທະຫານ ເຄື່ອນ​ໄຫວ​ເຮັດ​ວຽກຢູ່ທະຫານ​ແຂວງ​ຈຳປາ​ສັກ
ເວລາອອກຂ່າວ: 2025-09-12 09:09:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 4849 | ຄວາມນິຍົມ:



ໃນ​ວັນ​ທີ 8 ກັນຍາ 2025, ກົມ​ວິທະຍາສາດ-ປະຫວັດສາດ (​ວສ-​ປສ) ການ​ທະຫານ ໄດ້​ເຄື່ອນ​ໄຫວ​ເຮັດ​ວຽກ ຢູ່ ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ, ນຳພາ​ໂດຍ ສະຫາຍ ພັນ​ເອກ ​ປອ ໂພນ​ທອງ ພັນ​ຈະເລີນ​ພົນ ຮອງ​ຫົວໜ້າ​ກົມ ​ວສ-​ປສ ການ​ທະຫານ, ຜູ້​ຊີ້​ນຳ​ວຽກ​ງານ​ຍຸດ​ທະ​ສາດ​ການ​ທະຫານ, ມີ ສະຫາຍ ພັນ​ເອກ ພູ​ເວີນ ສູນ​ນິ​ວົງ ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ, ຄະນະ​ພັກ-ຄະນະ​ບັນຊາ ພະແນກການ ພ້ອມ​ດ້ວຍ ພະນັກງານ​ວິຊາ​ການ ທີ່​ກ່ຽວຂ້ອງ ເຂົ້າ​ຮ່ວມ. ຈຸດປະສົງ ກໍ​ເພື່ອ​ເປັນ​ການ ເຄື່ອນໄຫວ​ເກັບ​ກຳ​ຂໍ້​ມູນ ປະຫວັດ​ມູນເຊື້ອ​ຂອງ ການ​ຕໍ່ສູ້, ຕ້ານ ແລະ ກວາດ​ລ້າງ ພວກ​ອິດ​ທິ​ກຳລັງ​ປໍ​ລະ​ປັກ ຢູ່ເມືອງ​ປະທຸມ​ພອນ ແລະ ເມືອງ​ໂຂງ ແຂວງ​ຈຳປາ​ສັກ ໃນ​ປີ 1988 ເພື່ອ​ຈະ​ນຳ​ມາ​ ປະກອບ​ເຂົ້າ​ໃນ​ການ​ຂຽນ​ບົດ​ໃສ່​ໃນ​ປື້ມ​ປະຫວັດສາດ​ການ​ທະຫານ ໃຫ້​ມີ​ເນື້ອ​ໃນ​ສົມບູນ​ຄົບ​ຖ້ວນ​ຂຶ້ນ​ຕື່ມ. ທັງ​ນີ້ ຍັງ​ເພື່ອ​ເປັນ​ການ​ໃຫ້ພະນັກງານ-ນັບ​ຮົບ, ຊາວ​ໜຸ່ມ-ໄວ​ໜຸ່ມ, ນັກຮຽນ, ນັກ​ສື​ສາ, ເຍົາວະ​ຊົນ ຄົນ​ຮຸ່ນ​ຫຼັງ ໄດ້​ສຶກ​ສາ​ຄົ້ນຄວ້າ​ຮ່ຳຮຽນ​ເອົາ​ປະຫວັດ​ມູນເຊື້ອ​ອັນ​ດີງາມ​ຂອງ​ພະນັກງານ​ຮຸ່ນ​ກ່ອນ​ທີ່​ໄດ້​ສ້າງ​ໄວ້ ມາ​ເປັນ​ບົດຮຽນ​ໃນ​ການ​ດຳລົງ​ຊີວິດ ແລະ ເປັນ​ແວ່ນ​ແຍງ​ໃນ​ການ​ປະຕິບັດ​ໜ້າທີ່​ວຽກ​ງານ​ໃນ​ໄລຍະ​ໃໝ່. ໂດຍ: ດາ​ວົງ ບຸດ​ຕະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ