ກອງບັນຊາການທະຫານແຂວງຫຼວງພະບາງ ມອບເງິນນະໂຍບາຍອຸດໜູນເສຍຊິວິດ
ເວລາອອກຂ່າວ: 2025-09-12 09:08:52 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 5551 | ຄວາມນິຍົມ: ![]()
ພິທີມອບເງິນນະໂຍບາຍອຸດໜູນໃຫ້ຄອບຄົວຂອງນາຍ ແລະ ພົນທະ ຫານ ຜູ້ທີ່ເສຍຊີວິດ, ຢູ່ທີ່ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດຂຶ້ນວັນທີ 4 ກັນຍາ 2025, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ສົມໃຈ ສີສະຫວັດ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຫຼວງພະບາງ, ມີຄະນະພັກ-ຄະນະບັນຊາ ພະແນກ ການກ່ຽວຂ້ອງ ພ້ອມດ້ວຍ ຄອບ ຄົວຜູ້ເສຍຊິວິດ ເຂົ້າຮ່ວມ.
ການມອບເງິນນະໂຍບາຍອຸດໜູນໃຫ້ ຄອບຄົວຂອງ ນາຍ ແລະ ພົນທະ ຫານຜູ້ເສຍຊິວິດຄັ້ງນີ້, ເປັນການປະຕິບັດຕາມນະໂຍ ບາຍຂອງກະຊວງປ້ອງກັນປະເທດຕໍ່ຜູ້ທີ່ມີຜົນງານ ແລະ ຄຸນ ງາມຄວາມດີ ປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະຜ່ານມາ, ໂດຍປະຕິບັດຕາມກົດໝາຍປະກັນສັງຄົມ ຂອງສະພາແຫ່ງຊາດ; ໃນນີ້, ມີພະນັກງານສູນເສຍອົງຄະ 1 ສະຫາຍ, ພະນັກງານປະຈຳການ 4 ສະຫາຍ, ຄູ່ສົມລົດຂອງນາຍທະຫານ 3 ສະຫາຍ ແລະ ລູກ 1 ສະຫາຍ ລວມເປັນເງິນທັງໝົດ 577.548.467 ກີບ.
ສະຫາຍ ພັນໂທ ສົມໃຈ ສີສະຫວັດ ໄດ້ຮຽກຮ້ອງໃຫ້ບັນດາຄອບຄົວຜູ້ເສຍຊີວິດ ຈົ່ງເຊີດຊູບົດບາດກຽດສັກສີຂອງຜູ້ທີ່ລ່ວງລັບໄປແລ້ວ ດ້ວຍການເຕົ້າໂຮມຄວາມສາມັກຄີພາຍໃນຄອບຄົວໃຫ້ແໜ້ນແຟ້ນ, ສຶກສາອົບຮົມການເມືອງ-ນຳພາແນວຄິດລູກຫຼານ ໃຫ້ຮັບຮູ້ກຳແໜ້ນຕໍ່ແນວທາງປ້ອງກັນຊາດ ແລະ ນຳເອົາເງິນຈຳນວນດັ່ງກ່າວໄປຕໍ່ຍອດ ເພື່ອເສີມຂະຫຍາຍພັດທະນາເສດຖະກິດຄອບຄົວໃຫ້ມີຊີວິດການເປັນຢູ່ດີຂຶ້ນ.
ໂດຍ: ສົມພອນ ສຸວັນທອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















