ກອງປະຊຸມເຜີຍແຜ່, ເຊື່ອມຊຶມຜັນຂະຫຍາຍຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກອງບັນຊາການທະຫານແຂວງຜົ້ງສາລີ
ເວລາອອກຂ່າວ: 2025-09-11 14:41:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 5446 | ຄວາມນິຍົມ: ![]()
ໃນວັນທີ 10 ກັນຍາ 2025 ນີ້, ກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ເປີດກອງປະຊຸມເຜີຍແຜ່, ເຊື່ອມຊຶມຜັນຂະຫຍາຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກອງບັນຊາການທະຫານແຂວງຜົ້ງສາລີ, ທີ່ສະໂມສອນໃຫຍ່ ຂອງຫ້ອງວ່າການປົກຄອງເມືອງບຸນເໜືອ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການການທະຫານແຂວງຜົ້ງສາລີ, ມີຄະນະປະຈໍາພັກ, ຄະນະພັກ ກອງບັນຊາການທະຫານແຂວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສໍາຮອງ ຈາກອົງການ 5 ຫ້ອງເຂົ້າຮວ່ມ.
ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ໄດ້ເຜີຍແຜ່ເນື້ອໃນຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກອງບັນຊາການທະຫານແຂວງຜົ້ງສາລີ ເຊິ່ງກອງປະຊຸມດັ່ງກ່າວໄດ້ດໍາເນີນໃນວັນທີ 8 ພຶດສະພາ 2025 ຢູ່ສະໂມສອນ ກອງບັນຊາການທະຫານແຂວງ, ມີຜູ້ແທນສົມບູນເຂົ້າຮ່ວມ 125 ສະຫາຍ, ຍິງ 6 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ ໃນທົ່ວກອງບັນຊາການທະຫານແຂວງ 1.163 ສະຫາຍ, ຍິງ 183 ສະຫາຍ, ແຂກເຊີນເຂົ້າຮ່ວມຈໍານວນ 37 ສະຫາຍ. ກອງປະຊຸມໃຫຍ່ ໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ໄດ້ຮັບຮອງເອົາຢ່າງເປັນເອກະສັນ ຕໍ່ບົດລາຍງານການເມືອງ 2 ພາກ ແລະ ບັນດາເອກະສານທີ່ສະເໜີຜ່ານກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກອງບັນຊາການທະຫານແຂວງ, ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງ ສະໄໝທີ VI ຈໍານວນ 11 ສະຫາຍຄື: ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ, ສະຫາຍ ພັນເອກ ວິໄລ ແພງສົມເຮືອງ, ສະຫາຍ ພັນໂທ ບຸນເພັງ ແສງສຸລີ, ສະຫາຍ ພັນເອກ ບຸນຈັນ ທອງອ່ອນປະເສີດ, ສະຫາຍ ພັນໂທ ວັນດີ ພົມປັນຍາ, ສະຫາຍ ພັນໂທ ຄໍາແພງ ອຸ່ນສະຫວັນ, ສະຫາຍ ພັນໂທ ສົມພັນ ແກ້ວເພັງສີ, ສະຫາຍ ພັນໂທ ບຸນມີ ສຸລິຍະພອນ, ສະຫາຍ ພັນໂທ ພອນ ສານສຸກ, ສະຫາຍ ພັນໂທ ສົມຈິດ ແກ້ວສຸວັນ ແລະ ສະຫາຍ ພັນໂທ ສົມບູນ ສັນປະເສີດ, ຮັບຮອງເອົາເລຂາ, ຮອງເລຂາຄື: ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ເປັນເລຂາຄະນະບໍລິຫານງານພັກ ແລະ ສະຫາຍ ພັນເອກ ວິໄລ ແພງສົມເຮືອງ ເປັນຮອງເລຂາ, ຮັບຮອງເອົາຄະນະປະຈໍາພັກ ກອງບັນຊາການທະຫານແຂວງ 3 ສະຫາຍຄື: ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ, ສະຫາຍ ພັນເອກ ວິໄລ ແພງສົມເຮືອງ ແລະ ສະຫາຍ ພັນໂທ ບຸນເພັງ ແສງສຸລີ, ຮັບຮອງເອົາປະທານ, ຮອງປະທານກວດກາພັກ ໃນນີ້, ສະຫາຍ ພັນໂທ ບຸນເພັງ ແສງສຸລີ ເປັນປະທານກວດກາ, ສະຫາຍ ພັນໂທ ພອນ ສານສຸກ ແລະ ສະຫາຍ ພັນໂທ ບຸນໄມ ສຸລິເຮືອງ ເປັນຮອງປະທານກວດກາ.
ໂອກາດນີ້, ສະຫາຍປະທານ ໄດ້ຮຽກຮ້ອງໃຫ້ຄະະນະພັກ-ຄະນະບັນຊາແຕ່ລະຂັ້ນທີ່ຂຶ້ນກັບອົງຄະນະພັກ ກອງກອງບັນຊາການທະຫານແຂວງຈົ່ ງສືບຕໍ່ເອົາໃຈໃສ່ໃນການນໍາພາ-ບັນຊາວຽກງານ, ປັບປຸງກໍ່ສ້າງພັກ-ກໍ່ສ້າງພະນັກງານ, ວຽກງານນະໂຍບາຍ, ວຽກງານອົງການຈັດຕັ້ງມະຫາຊົນ, ວຽກງານເສນາທິການ, ປັບປຸງກໍ່ສ້າງກົມກອງຮັບປະກັນຊິວິດການເປັນຢູ່, ຮັບປະກັນທາງດ້ານພາຫະນະເຕັກນິກ, ອາວຸດ-ກະສຸນ ແລະ ວຽກງານພົວພັນຮ່ວມມືກັບເພື່ອນມິດຍຸດທະສາດ ເພື່ອໃຫ້ບັນລຸຕາມແຜນການທີ່ວາງໄວ້ ແລະ ນໍາເອົາຜົນສໍາເລັດ ຂອງກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍບັນດາຄະນະພັກຮາກຖານ, ໜ່ວຍພັກ ແຕ່ລະກົມກອງໃຫ້ທົ່ວເຖິງ ແລະ ມີຜົນສໍາເລັດຕາມແຜນການທີ່ວ່າງໄວ້.
ຂ່າວ-ພາບ: ທອງສຸກ ຈັນຖະໜອມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















