ກົມໃຫຍ່ການເມືອງກອງທັບ ມອບເງິນອຸດໝູນ ໃຫ້ຄອບຄົວພະນັກງານຜູ້ເສຍຊີວິດ
ເວລາອອກຂ່າວ: 2025-09-05 10:45:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2396 | ຄວາມນິຍົມ: ![]()
ວັນທີ 5 ກັນຍາ 2025 ນີ້, ທີ່ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີ ມອບເງິນອຸດໜູນ ໃຫ້ຄອບຄົວພະນັກງານຜູ້ເສຍຊີວິດ ໂດຍການເປັນປະທານ ຂອງສະຫາຍ ພັນເອກ ອໍາພອນ ສຸກວິໄຊ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ຄອບຄົວພະນັກງານຜູ້ເສຍຊີວິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການມອບເງິນນະໂຍບາຍໃນຄັ້ງນີ້, ເປັນການປະຕິບັດນະໂຍບາຍ ຂອງພັກ-ລັດ, ຂອງກອງທັບ ຕໍ່ຜູ້ທີ່ມີຜົນງານ, ຄຸນງາມຄວາມດີ, ເສຍຊີວິດ ທີ່ໄດ້ປະກອບສ່ວນໃນພາລະກິດ ປົກປັກຮັກສາ ແລະ ສ້າງສາປະເທດຊາດ ກໍຄືປະກອບສ່ວນເຂົ້າໃນການປັບປຸງພັດທະນາກົມກອງໃນໄລຍະຜ່ານມາ. ໃນນີ້, ມອບເງິນອຸດໝູນເສຍຊີວິດ ໃຫ້ ຈຳນວນ 4 ສະຫາຍ ລວມເປັນເງິນຈໍານວນທັງໝົດ 544.832.255 ກີບ ໂດຍການມອບ ຂອງສະຫາຍ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ.
ໂອກາດນີ້, ສະຫາຍ ພັນເອກ ອໍາພອນ ສຸກວິໄຊ ໄດ້ມີຄໍາເຫັນໂອ້ລົມຫຼາຍບັນຫາທີ່ສໍາຄັນຕໍ່ຄອບຄອບພະນັກງານຜູ້ເສຍຊີວິດທີ່ໄດ້ຮັບເງິນນະໂຍບາຍໃນຄັ້ງນີ້, ເຊິ່ງເປັນການປະຕິບັດແນວທາງນະໂຍບາຍ ຂອງພັກ-ລັດ ກໍຄືຂອງກອງທັບ ທີ່ມີຕໍ່ນາຍ ແລະ ພົນທະຫານ ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີ ໃນພະລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ກໍຄືປະກອບສ່ວນເຂົ້າໃນການກໍ່ສ້າງກົມກອງໃນໄລຍະຜ່ານມາ, ພາຍຫຼັງທີ່ໄດ້ຮັບເງິນແລ້ວ ຕ້ອງນຳໄປໝູນໃຊ້ເຂົ້າໃນການພັດທະນາຊີວິດການເປັນຢູ່ ຂອງຄອບຄົວໃຫ້ນັບມື້ດີຂຶ້ນ ແລະ ພ້ອມກັນເສີມຂະຫຍາຍມູນເຊື້ອອັນດີງາມ ຂອງກອງທັບໃຫ້ກັບລູກຫຼານສືບທອດຕໍ່ໄປ.
ໂດຍ: ໄຊສະຫວາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















