ໂຮງຮຽນທິດສະດີການເມືອງກອງທັບ ໄຂສົກຮຽນ 2025-2026
ເວລາອອກຂ່າວ: 2025-09-05 10:26:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2192 | ຄວາມນິຍົມ: ![]()
ວັນທີ 5 ກັນຍາ 2025 ນີ້, ໂຮງຮຽນທິດສະດີການເມືອງກອງທັບ ໄດ້ຈັດພິທີ ໄຂສົກຮຽນ ບຳລຸງ-ກໍ່ສ້າງນາຍທະຫານການເມືອງ ປະຈຳສົກ 2024-2025 ໂດຍການປະທານ ຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະອໍານວຍການໂຮງຮຽນ, ບັນດາຄະນະກົມທີ່ກ່ຽວຂ້ອງ, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ວິທະຍາຄານ ນາຍທະຫານບົກ ກົມມະດຳ, ວິທະຍາຄານ ພະລາທິການກອງທັບ, ວິທະຍາຄານ ເຕັກນິກການທະຫານ, ໂຮງຮຽນວັດທະນະທໍາຊົົນເຜົ່າກອງທັບ ພ້ອມດ້ວຍ ຄູ-ອາຈານ ພະນັກງານ, ນັກຮຽນ-ນັກສຶກສາທຸກລະບົບ ເຂົ້າຮ່ວມ.
ການເປີດຊຸດອົບຮົມບຳລຸງ-ກໍ່ສ້າງນາຍທະຫານການເມືອງ ໃນຄັ້ງນີ້ ມີນັກຮຽນທັງໝົດ 298 ສະຫາຍ, ປະກອບມີ 13 ເປົ້າໝາຍການຮຽນຄື: ກໍ່ສ້າງປະລິນຍາຕີນາຍທະຫານການເມືອງຂັ້ນ ກອງພັນໃຫຍ່, ກອງພົນ ລະບົບ 3 ປີ ຊຸດທີ 2 ມີນັກຮຽນຈໍານວນ 25 ສະຫາຍ, ກໍ່ສ້າງປະລິນຍາຕີ ນາຍທະຫານການເມືອງ ຂັ້ນກອງພັນໃຫຍ່, ກອງພົນ ລະບົບ 2 ປີ ຊຸດທີ 1 ຈຳນວນ 27 ສະຫາຍ, ກໍ່ສ້າງປະລິນຍາໂທການເມືອງ ຊຸດທີ 1 ຈຳນວນ 9 ສະຫາຍ, ກໍ່ສ້າງປະລິນຍາໂທການເມືອງ ຊຸດທີ 2 ຈຳນວນ 6 ສະຫາຍ, ກໍ່ສ້າງເລັ່ງລັດ ອະນຸປະລິນຍາ ທິດສະດີມາກ-ເລນິນ ລະບົບ 1 ປີ ຊຸດທີ 5 ມີຈໍານວນ 14 ສະຫາຍ, ກໍ່ສ້າງເລັ່ງລັດ ນາຍທະຫານການເມືອງຂັ້ນ ກອງພັນໃຫຍ່ ລະບົບ 1 ປີ ຊຸດທີ 4 ຈຳນວນ 11 ສະຫາຍ, ກໍ່ສ້າງເລັ່ງລັດນາຍທະຫານການເມືອງ ຂັ້ນກອງພົນ ລະບົບ 1 ປີ ຊຸດທີ 4 ຈຳນວນ 16 ສະຫາຍ, ບໍາລຸງທິດສະດີມາກ-ເລນິນ ລະບົບຊັ້ນສູງ 5 ເດືອນ ຊຸດທີ 6 ຈໍານວນ 25 ສະຫາຍ, ບໍາລຸງວຽກງານກວດກາ ລະບົບ 3 ເດືອນ ຊຸດທີ 16 ຈໍານວນ 30 ສະຫາຍ, ບໍາລຸງວຽກງານກໍ່ສ້າງຮາກຖານການເມືອງ ລະບົບ 45 ວັນ ຊຸດທີ 16 ຈໍານວນ 45 ສະຫາຍ, ບໍາລຸງວຽກງານປ້ອງກັນພາຍໃນ ລະບົບຊັ້ນສູງ 5 ເດືອນ ຊຸດທີ 11 ຈຳນວນ 30 ສະຫາຍ, ບຳລຸງວຽກງານນະໂຍບາຍໃນກອງທັບ ລະບົບ 3 ເດືອນ ຊຸດທີ່ 2 ຈຳນວນ 30 ສະຫາຍ, ບຳລຸງຄູການເມືອງ ລະບົບ 3 ເດືອນ ຊຸດທີ 3 ຈຳນວນ 30 ສະຫາຍ ເຊິ່ງໃນ 13 ເປົ້າໝາຍນີ້ ຈະໄດ້ແບ່ງອອກເປັນ 2 ຊຸດຮຽນ ຄື: ຊຸດທີ 1 ມີ 10 ເປົ້າໝາຍ ແລະ ຊຸດທີ 2 ມີ 3 ເປົ້າໝາຍ. ທັງນີ້, ເພື່ອເປັນການຍົກລະດັບຄວາມຮັບຮູ້ ຄວາມເຂົ້າໃຈຕໍ່ທັດສະນະ, ແນວຄິດ ແລະ ບັນຫາພື້ນຖານທິດສະດີ, ຫຼັກມູນວິທະຍາສາດດ້ານຕ່າງໆ ຂອງລັດທິມາກ-ເລນິນ, ແນວທາງແຜນນະໂຍບາຍຂອງພັກ ໃຫ້ບັນດາພະນັກງານຂັ້ນນໍາພາ-ບັນຊາທາງດ້ານການເມືອງ ແລະ ເປັນການຍົກສູງລະດັບທິດສະດີຫຼັກການພື້ນຖານ ການເຄື່ອນໄຫວວຽກງານພັກວຽກງານການເມືອງ, ສ້າງຄວາມເປັນເອກະພາບທາງດ້ານເນື້ອໃນ, ຮູບການ, ບາດກ້າວ ແລະ ວິທີການເຄື່ອນໄຫວວຽກງານການເມືອງຢູ່ໃນທົ່ວກອງທັບ ສ້າງໃຫ້ມີຈິນຕະນາການອັນໃໝ່ ການເບິ່ງບັນຫາ ແລະ ການແກ້ໄຂບັນຫາຕ່າງໆ ທີ່ອາດຈະເກີດຂຶ້ນ, ເຫັນໄດ້ການເຕີບໃຫຍ່ຂະຫຍາຍຕົວຂອງສັງຄົມ, ຄວາມຈໍາເປັນໃນການສ້າງພະນັກງານນໍາພາ-ບັນຊາ, ພະນັກງານວິຊາສະເພາະຢູ່ໃນກອງທັບໃນໄລຍະໃໝ່, ກໍາແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ລະບຽບຂອງກອງທັບ ຮູ້ໄດ້ຫຼັກການບາດກ້າວ ດໍາເນີນວຽກງານພັກວຽກງານການເມືອງໃນການປັບປຸງກໍ່ສ້າງກໍາລັງ ກໍຄືການເຄື່ອນໄຫວໂຄສະນາຂົນຂວາຍສັດຕູໃນແຕ່ລະຮູບການ ປັບປຸງແບບແຜນວິທີນໍາພາ-ບັນຊາ, ແບບແຜນດໍາລົງຊີວິດ, ເຝິກຝົນຫຼໍ່ຫຼອມຄຸນສົມບັດ, ສິນທໍາປະຕິວັດ, ປະຕິບັດຂໍ້ກໍານົດກົດລະບຽບ ແລະ ກົດໝາຍຂອງລັດໃຫ້ສູງຂຶ້ນ
ໂດຍ: ລຸນທອງ ສີບຸນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















