ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 09 ມີນາ 2026

  

ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 11 ໂອ້ລົມພະນັກງານ-ນັກຮົບ ກອງຮ້ອຍ 174 ປ້ອງກັນອາກາດ ຫັດແອບຢູ່ພາກສະໜາມ
ເວລາອອກຂ່າວ: 2025-09-05 10:20:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2162 | ຄວາມນິຍົມ:



ໃນວັນທີ 4 ກັນຍາ 2025 ນີ້, ສະຫາຍ ພັນໂທ ບຸນເກີດ ພະໄຊຍະວົງ ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 11 ໄດ້ພົບປະໂອ້ລົມພະນັກງານ-ນັກຮົບ ກອງຮ້ອຍ 174 ປ້ອງກັນອາກາດ ຫັດແອບຢູ່ພາກສະໜາມ. ໂອກາດນີ້, ສະຫາຍ ພັນໂທ ບຸນເກີດ ພະໄຊຍະວົງ ໄດ້ສະແດງຄຳຍ້ອງຍໍຊົມເຊີຍ ແຕ່ລະສະຫາຍທີ່ໄດ້ເອົາໃຈໃສ່ໃນການຫັດແອບຊ້ອມຮົບຮ່ວມ ລາວ-ຣັດເຊຍໃນຄັ້ງນີ້, ມີຄວາມອົດທົນຜ່ານຜ່າອຸປະສັກຫຍຸ້ງຍາກ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ ພ້ອມທັງ, ເນັ້ນໜັກໃຫ້ເອົາໃຈໃສ່ຖອດຖອນບົດຮຽນ ລະຫວ່າງ ຄູ່ຮ່ວມຊ້ອມຮົບ ເພື່ອເຮັດໃຫ້ມີຄວາມຊຳນິຊຳນານ ຖືກຕ້ອງຕາມຫຼັກການໃນການນຳໃຊ້ອາວຸດຍຸດໂທປະກອນ, ຮັກສາໄດ້ຄວາມສາມັກຄີຮ່ວມມືສອງຊາດ ລາວ-ຣັດເຊຍ ແລະ ຮັກສາໄດ້ໃນການປະຕິບັດຂໍ້ກຳນົດລະບຽບ ຂອງກອງທັບ ກໍຄືລະບຽບໃນພາກສະໜາມໃຫ້ເຂັ້ມງວດເພື່ອເຮັດໃຫ້ໃນການຫັດແອບໃນຄັ້ງນີ້ ຮັບປະກັນໃນຄວາມປອດໄດ້ 100%.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ