ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ສິງຫາ 2026

  

ເຊັນສັນຍາຈັດຊື້ເຄື່ອງອຸປະກອນເຕັກນິກ ເພື່ອຮັບໃຊ້ວຽກວິຊາສະເພາະ ກອງໂທລະພາບກອງທັບ
ເວລາອອກຂ່າວ: 2025-09-05 09:42:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1968 | ຄວາມນິຍົມ:



ວັນທີ 4 ກັນຍາ 2025 ນີ້, ຢູ່ກອງໂທລະພາບກອງທັບ ໄດ້ຈັດພິທີເຊັນສັນຍາ ຈັດຊື້ເຄື່ອງ ອຸປະກອນເຕັກນິກ ເພື່ອຮັບໃຊ້ວຽກວິຊາສະເພາະຂອງກອງໂທລະພາບກອງທັບ ກັບ ວິສາຫະກິດສ່ວນ ບຸກຄົນ ສາມາດໂຊລູຊັນລາວ ໂດຍເປັນປະທານຂອງ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ ສະຫາຍ ສົມໃຈ ທິດທິລາດ ອໍານວຍການວິສາຫະກິດສ່ວນບຸກຄົນ ສາມາດໂຊລູຊັນລາວ, ມີຄະນະພັກກະຊວງປ້ອງກັນປະເທດ, ຄະນະພັກກົມໃຫຍ່ການເມືອງ ພ້ອມດ້ວຍພະນັກງານ-ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ. ການເຊັນສັນຍາຄັ້ງນີ້ ເປັນການດໍາເນີນການຢ່າງຮີບດ່ວນ ເນື່ອງຈາກຄວາມຈຳເປັນໃນການ ປັບປຸງ ແລະ ປ່ຽນຖ່າຍອຸປະກອນບາງສ່ວນທີ່ເສື່ອມສະພາບ ເຊິ່ງເປັນການວາງພື້ນຖານທີ່ໜັ້ນຄົງ ໃຫ້ແກ່ການພັດທະນາສື່ມວນຊົນກອງທັບ ໃຫ້ມີຄວາມທັນສະໄໝ, ສື່ສານຂ່າວສານໄດ້ຢ່າງຖືກຕ້ອງ, ທັນເວລາ ແລະ ກວ້າງຂວາງ, ການປັບປຸງນີ້ບໍ່ພຽງແຕ່ເປັນການແກ້ໄຂບັນຫາສະເພາະໜ້າ, ແຕ່ຍັງເປັນການ ວາງຮາກຖານອັນແຂງແຮງ ເພື່ອພັດທະນາສື່ມວນຊົນກອງທັບໃຫ້ທັນສະໄໝ ແລະ ກ້າວໜ້າໃນອະນາຄົດ. ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ກອງໂທລະພາບກອງທັບ ຈົ່ງເອົາໃຈໃສ່ປົກປັກຮັກສາອຸປະກອງດັ່ງກ່າວໃຫ້ສາມາດນໍາໃຊ້ເຂົ້າໃນວຽກງານສື່ມວນຊົນກອງທັບ ດໍາເນີນໄປໄດ້ຢ່າງມີປະສິດທິຜົນ ແລະ ຕໍ່ເນື່ອງ, ການເຊັນສັນຍານີ້ ບໍ່ພຽງແຕ່ເປັນການແກ້ໄຂຄວາມຈໍາເປັນຮີບດ່ວນໃນການສ້ອມແປງ ແລະ ປັບປຸງອຸປະກອນໃຫ້ຫັນ ສະໄໝ, ແຕ່ຍັງເປັນການລົງທຶນທາງຍຸດທະສາດ ເພື່ອຍົກລະດັບວຽກງານຂ່າວສານ ແລະ ເພື່ອຕອບສະໜອງພາລະກິດທາງວິຊາສະເພາະ, ສົ່ງເສີມການຮ່ວມມືຢ່າງມີປະສິດທິພາບກັບພາກສ່ວນຕ່າງໆ. ພາບ-ຂ່າວ: ອາໄຊ (ໂທລະພາບກອງທັບ)



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ