ເປີດອົບຮົມ-ຫັດແອບ ສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນ ກຸ່ມບ້ານເຊກະໝານ ເມືອງດາກຈຶງ
ເວລາອອກຂ່າວ: 2025-09-05 09:41:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1857 | ຄວາມນິຍົມ: ![]()
ໃນວັນທີ 4 ກັນຍາ 2025 ນີ້, ກອງບັນຊາການທະຫານແຂວງເຊກອງ ໄດ້ເປີດບັ້ນອົບຮົມ-ຫັດແອບສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບລຽນຕິດ ກຸ່ມບ້ານເຊກະໝານ ເມືອງດາກຈຶງ ແຂວງເຊກອງ. ພາຍໃຕ້ການເປັນປະທານ ຂອງສະຫາຍ ພົນຈັດຕະວາ ທອງສີ ກຸນສະນະ ຜູ້ປະຈໍາການ ຮອງປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງເຊກອງ, ມີສະຫາຍ ພົນຈັດຕະວາ ຄໍາບານ ພົມມະນີວົງ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບແຂວງ, ສະຫາຍ ເພັງນາ ຈັນທະພອນ ເຈົ້າເມືອງ ເມືອງດາກຈຶງ, ຕາງໜ້າກົມການທະຫານທ້ອງຖິ່ນ ກົມໃຫຍ່ເສນາທິການກອງທັບ, ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານເມືອງ, ມີພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງ, ແຂກຖືກເຊີນ ຕະຫຼອດຮອດກໍາລັງກອງຫຼອນຈາກ 8 ບ້ານ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພັນໂທ ຄໍາກ້ອນ ດອນອິນດີ້ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງເຊກອງ ໄດ້ຜ່ານຂໍ້ຕົກລົງ ຂອງປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ວ່າດ້ວຍເປີດອົບຮົມ ສ້າງບ້ານປ່ອມໝັ້ນ ກຸ່ມບ້ານສູ້ຮົບຕິດລຽນ ກຸ່ມບ້ານເຊກະໝານ ເມືອງດາກຈຶງ ແຂວງເຊກອງ. ຈາກນັ້ນ, ສະຫາຍ ພັນໂທ ສຸກສາດອນ ສຸລິນທອນ ຫົວໜ້າພະແນກການທະຫານທ້ອງຖິ່ນ ກອງບັນຊາການທະຫານແຂວງເຊກອງ, ຄະນະຮັບຜິດຊອບ ໄດ້ຜ່ານແຜນການອົບຮົມ-ຫັດແອບ ສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນ ກຸ່ມບ້ານເຊກະໝານ ເມືອງດາກຈຶງ ໃຫ້ແກ່ກໍາລັງກອງຫຼອນ, ປກສ ບ້ານ ແລະ ອໍານາດການປົກຄອງກຸ່ມບ້ານເຊກະໝານ ໂດຍອີງຕາມ ຄໍາສັ່ງແນະນໍາ ຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງບ້ານເປັນຫົວໜ່ວຍພັດທະນາ ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ແລະ ຄໍາສັ່ງແນະນໍາ ຂອງກົມການທະຫານທ້ອງຖິ່ນ ວ່າດ້ວຍການປັບປຸງກໍາລັງກອງຫຼອນ, ກໍາລັງປ້ອງກັນຕົວ, ວຽກງານສຶກສາປ້ອງ ກັນຊາດ ແລະ ວຽກງານກໍ່ສ້າງທ່າສະໜາມສົງຄາມປະຊາຊົນ ປະຈໍາປີ 2025. ພະແນກການທະຫານທ້ອງຖິ່ນ ຫ້ອງເສນາທິການ ກອງບັນຊາການທະຫານແຂວງ ຈິ່ງໄດ້ສ້າງແຜນອົບຮົມ-ຫັດແອບສ້າງບ້ານປ້ອມໝັ້ນກຸ່ມບ້ານສູ້ຮົບຕິດລຽນ, ເຊິ່ງມີເປົ້າໝາຍອົບຮົມຈໍານວນ 246 ສະຫາຍ, ປະກອບດ້ວຍ 8 ໝູ່ບ້ານຄື: ບ້ານດາກມວນ, ບ້ານດາກຕາອອກນ້ອຍ, ບ້ານດາກໂດມ, ບ້ານດາກດຽງ, ບ້ານດາກຕາອອກໃຫຍ່, ບ້ານມັງຫາ ແລະ ບ້ານດາກຢຣັ່ງ. ເນື້ອໃນອົບຮົມໃນຄັ້ງນີ້ ປະກອບດ້ວຍ ພາກທິດສະດີຫຼັກການ, ພາກປະຕິບັດອົບຮົມ-ຫັດແອບ, ພາກສິລະປະຍຸດ, ພາກຍຸດທະວິທີ, ພາກຈັດຕັ້ງປະຕິບັດ ກໍານົດເວລາ 15 ວັນ ຈຶ່ງສໍາເລັດ.
ທັງນີ້, ເພື່ອອົບຮົມໃຫ້ອໍານາດການປົກຄອງ, ອົງການຈັດຕັ້ງມະຫາຊົນກອງຫຼອນ ເຊື່ອມຊຶມ ແລະ ເຂົ້າໃຈຕໍ່ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ເປັນການຍົກຄວາມຮູ້ຄວາມສາມາດໃຫ້ສູງຂຶ້ນເທື່ອລະກ້າວ, ເພື່ອໃຫ້ມີຄວາມເອກະພາບໝູນໃຊ້ບົດຮຽນດັ່ງກ່າວໄປຈັດຕັ້ງປະຕິບັດຢູ່ທ້ອງຖິ່ນ ແລະ ຢູ່ກົມກອງຂອງຕົນຢ່າງມີປະສິດທິພາບ ແລະ ມີຫົວຄິດປະດິດສ້າງແທດເໝາະກັບຕົວຈິງ, ເພື່ອຍົກລະດັບຄວາມຮູ້ ຄວາມສາມາດ ໃຫ້ຄະນະພັກຄະນະບັນຊາ ອໍານາດການປົກຄອງໃນການນໍາພາ-ຊີ້ນໍາດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມເຂັ້ມແຂງຮອບດ້ານ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ພາບ: ສີອະນຸສັກ ຄໍາເຮືອງສີ
ຂ່າວ: ກອງຄໍາ ຈິ່ງດ້າຍອດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















