ພະແນກເຕັກນິກ ກອງພັນໃຫຍ່ 619 ສະຫຼຸບວຽກງານເຕັກນິກ ປະຈຳ 6 ເດືອນຕົ້ນປີ 2025
ເວລາອອກຂ່າວ: 2025-09-05 09:36:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 971 | ຄວາມນິຍົມ: ![]()
ວັນທີ 26 ສິງຫາ 2025, ພະແນກເຕັກນິກ ກອງພັນໃຫຍ່ 619 ໄດ້ສະຫຼຸບວຽກງານເຕັກນິກ ປະຈຳ 6 ເດືອນຕົ້ນປີ 2025 ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2025, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ແສງຟອງ ທິບທິລາດ ຫົວໜ້າກອງພັນໃຫຍ່ 619, ມີຄະນະພັກ-ຄະນະ
ບັນຊາ 5 ພະແນກການ, ຂະແໜງການທີ່ກ່ຽວຂ້ອງ ຕະຫຼອດຮອດ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ແສງສຸລິນ ໄຊສົມບູນ ຫົວໜ້າພະແນກເຕັກນິກ ໄດ້ຜ່ານບົດສະຫຼຸບໄລຍະ 6 ເດືອນຕົ້ນປີ 2025 ຜ່ານມາ, ພະແນກເຕັກນິກ ໄດ້ເອົາໃຈໃສ່ດ້ານວຽກງານວິຊາສະເພາະຂອງແຕ່ລະຂະແໜງການໃນການປັບປຸງບູລະນະພາຫະເຕັກນິກ ຍຸດໂທປະກອນ ອາວຸດ-ກະສຸນ ໃຫ້ມີຄວາມກຽມພ້ອມ ຢູ່ສະເໝີ ເພື່ອຕອບສະໜອງໃຫ້ກັບຂັ້ນເທິງ ແລະ ນຳພາ-ຊີ້ນຳ ພະນັກງານ-ນັກຮົບ ໃນກົມກອງຈັດຕັ້ງເຝິກແອບຮ່ຳຮຽນທາງດ້ານການເມືອງ, ການທະຫານ, ພະລາທິ ການ-ເຕັກນິກ ແລະ ວິຊາສະເພາະ ໃຫ້ມີຄວາມຊຳນິຊຳນານ ໄປຄ່ຽງຄູ່ກັບ ການປັບປຸງກໍ່ສ້າງກົມກອງເຮັດໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ເອົາໃຈໃສ່ຊີ້ນຳຂະແໜງການວິຊາສະເພາະໃຫ້ມີຄວາມຮັບຜິດຊອບສູງໃນການປົກປັກຮັກສາ, ບົວລະບັດຜັດເຊັດກວດກາຊ້ອມແປງລົດ, ປືນແຕ່ລະຊະນິດໃຫ້ມີຄວາມກຽມພ້ອມສູ້ຮົບໃຫ້ໄດ້ 85-100% ຂຶ້ນໄປ.
ສະຫາຍ ພັນເອກ ແສງຟອງ ທິບທິລາດ ໄດ້ເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນຕ້ອງສຸມໃສ່ການສຶກສາອົບຮົມການເມືອງ-ນຳພາແນວຄິດ, ເອົາໃຈ ໃສ່ຄຸ້ມຄອງ ປົກປັກຮັກສາ ພາຫະ ນະເຕັກນິກ ແລະ ແກ້ໄຂຊີວິດການເປັນຢູ່ຂອງກົມກອງໃຫ້ດີຂຶ້ນ.
ໂດຍ: ພູກັນ ສັນຕິວົງ
ພາບ: ສອນພະໄຊ ສີລິປັນຍາທອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















