ຫຼາຍພາກສ່ວນ ມອບເຄື່ອງບໍລິໂພກ ຊຸກຍູ້ນັກກິລາແກ້ວມັງກອນ ທະຫານແຂວງສາລະວັນ
ເວລາອອກຂ່າວ: 2025-09-05 09:35:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 945 | ຄວາມນິຍົມ: ![]()
ໃນລະຫວ່າງວັນທີ 29 ສິງຫາ-1 ກັນຍາ 2025, ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງສາລະວັນ ນຳພາໂດຍ ສະຫາຍ ພັນເອກ ວິໄລ ພິມມະວົງ ຫົວໜ້າຫ້ອງການເມືອງ ກອງບັນຊາການທະ ຫານແຂວງສາລະວັນ, ຄະນະສະຫາພັນແມ່ຍິງ ກອງບັນຊາການທະຫານແຂວງສາລະວັນ ນຳພາໂດຍ ສະຫາຍ ນາງ ຄຳສະໝອງ ລືເດດມູນສອນ ຫົວໜ້າພະແນກສະຫາພັນແມ່ຍິງທະຫານແຂວງສາລະວັນ, ອົງການຈັດຕັ້ງມະຫາຊົນຊາວໜຸ່ມ 5 ຫ້ອງ ແລະ 2 ກົມກອງ ຂອງກອງບັນຊາການທະ ຫານແຂວງສາລະວັນ ນຳພາໂດຍ
ສະຫາຍ ພັນໂທ ແອວິໄລຈິດ ດາລາແສງ ຫົວໜ້າພະແນກຊາວໜຸ່ມ ກອງບັນຊາການທະຫານແຂວງສາລະວັນ ແລະ ບັນດາຄອບຄົວ ຄະນະພັກກອງບັນຊາການທະຫານແຂວງສາລະວັນ ໄດ້ນຳເອົາເຄື່ອງບໍລິໂພກ ແລະ ເງິນສົດຈຳນວນໜຶ່ງ ໄປມອບໃຫ້ ທິມງານນັກກິລາເຮືອຊ່ວງແກ້ວມັງກອນ ຂອງກອງບັນຊາການທະຫານແຂວງສາລະວັນ, ໂດຍການກ່າວຮັບຂອງ ສະຫາຍ ພັນໂທ ເກດສະດາ ຫອມດວງພະຈັນ ຄະນະຊີ້ນຳເຮືອຊ່ວງ ພ້ອມດ້ວຍຄະນະຄູເຝິກ ແລະ ນັກກິລາເຮືອຊ່ວງແກ້ວມັງກອນ.
ເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ ໄຂ່ 42 ແຕະ, ໂອວັນຕິນ
35 ຖົງ, ກາເຟ 5 ຖົງ, ເຄື່ອງດື່ມຊູກຳລັງ ສະປອນເຊີ 2 ແກັດ, ເງິນສົດ ຈຳນວນ 300.000 ກີບ ລວມມູນຄ່າທັງໝົດ 9.300.000 ກີບ. ທັງນີ້ ເພື່ອເປັນການຊຸກຍູ້ຂະບວນການກິລາ ກໍຄື ນັກກິລາສີ ພາຍເຮືອງຊ່ວງແກ້ວມັງກອນຂອງກອງບັນຊາການທະຫານແຂວງສາລະວັນ.
ສະຫາຍ ພັນໂທ ຄຳສິງ ດວງພະຈັນ ໄດ້ຕາງໜ້າໃຫ້ຄະນະຊີ້ນຳ ກໍຄື ນັກກິລາເຮືອຊ່ວງ ສະ ແດງຄວາມຂອບໃຈ ແລະ ຮູ້ບຸນ ຄຸນຢ່າງສູງ ມາຍັງ ພາກສ່ວນຕ່າງໆ ທີ່ໄດ້ປະກອບສ່ວນອຸປະຖຳເຄື່ອງບໍລິໂພກ ແລະ ເງິນສົດໃນຄັ້ງນີ້ ພ້ອມທັງ, ໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາເຄື່ອງດັ່ງກ່າວນີ້ ນຳໃຊ້ເຂົ້າໃນການເຝິກຊ້ອມຂອງ ທີມນັກກິລາສີພາຍ ເຮືອຊ່ວງແກ້ວມັງກອນ.
ໂດຍ: ສຸຂາວພອນ ສອນນາລີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















