ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 12 ເມສາ 2026

  

ກອງພັນໃຫຍ່ 702 ປະກາດການແຕ່ງຕັ້ງໜ້າທີ່ ໃຫ້ນາຍທະຫານ ຂັ້ນພະແນກ ແລະ ຂະແໜງການ
ເວລາອອກຂ່າວ: 2025-09-04 14:47:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1282 | ຄວາມນິຍົມ:



ວັນທີ 3 ກັນຍາ 2025 ນີ້, ກອງພັນໃຫຍ່ 702 ກອງບັນຊາການທະຫານອາກາດ ໄດ້ຈັດພິທີປະກາດການແຕ່ງຕັ້ງໜ້າທີຂັ້ນພະແນກການ, ຂະແໜງການ, ກອງພັນ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ທະນຸກອນ ສຸລິຍະແສງ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ, ມີສະຫາຍ ພັນເອກ ບຸນລອນ ພົນສີດາ ຫົວໜ້າການທະຫານກອງພັນໃຫຍ່ 702, ມີຄະນະພັກ-ຄະນະບັນຊາ, ກອງພັນ, ກອງຮ້ອຍ ແລະ ນາຍທະຫານຫຼັກແຫຼ່ງ ແລະ ຜູ້ຮັບໜ້າທີ່ໃໝ່ ເຂົ້າຮ່ວມ. ສະຫາຍ ພັນໂທ ວົງເດືອນ ບຸດຈະເລີນ ຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກອງບັນຊາການທະຫານອາກາດ ໄດ້ຜ່ານ ຂໍ້ຕົກລົງ ກອງບັນຊາການທະຫານອາກາດ ວ່າດ້ວຍການແຕ່ງຕັ້ງຂັ້ນຫົວໜ້າ-ຮອງຫົວໜ້າພະແນກການ, ຂະແໜງການ, ກອງພັນ ໃນນີ້, ກອງບັນຊາການທະຫານອາກາດ ຕົກລົງ: ແຕ່ງຕັ້ງ ສະຫາຍ ພັນໂທ ສຸລິກັນ ພົນສົງຄາມ ເປັນຮອງພະແນກເສນາທິການ, ສະຫາຍ ພັນຕີ ລອນເຟືອງ ລໍຊຽງໄຄ ເປັນຮອງຫົວໜ້າພະແນກອົບຮົມການບິນ, ສະຫາຍ ພັນໂທ ຄໍາສະຫວັນ ສຸພາເນດ ເປັນຫົວໜ້າຂະແໜງ ຫ້ອງຂັບຈໍາລອງ ພະແນກອົບຮົມການບິນ, ສະຫາຍ ພັນຕີ ສົມບຸນ ວົງສີ ເປັນຫົວໜ້າຂະແໜງບໍລິຫານ ພະແນກບໍລິຫານ, ສະຫາຍ ພັນຕີ ຄໍາພອນ ສິງພາວັນ ເປັນຫົວໜ້າຂະແໜງສາງອຸປະກອນເຮືອບິນ ພະແນກເຕັກນິກ, ສະຫາຍ ພັນໂທ ວົງເດືອນ ທໍາມະວົງ ເປັນຮັກສາການຮອງການທະຫານ ກອງພັນ 704, ສະຫາຍ ພັນຕີ ພູວົງ ວອນມີໄຊ ເປັນຮັກສາການ ຫົວໜ້າຂະແໜງສູ້ຮົບ ພະແນກເສນາທິການ ແລະ ສະຫາຍ ຮ້ອຍເອກ ສົມດີ ທໍ່ ເປັນຫົວໜ້າຂະແໜງ ຫົວຈັກລໍາຕົວເຮືອບິນ ພະແນກເຕັກນິກກອງພັນໃຫຍ່ 702 ສະຫາຍ ພົນຈັດຕະວາ ທະນຸກອນ ສຸລິຍະແສງ ໄດ້ກ່າວສະແດງຍ້ອງຍໍຊົມເຊີຍຕໍ່ນາຍທະຫານ ທີ່ບັນລຸເປົ້າໝາຍບາດກ້າວສໍາຄັນອັນໃໝ່ ໃນການຊີ້ນໍາ-ນໍາພາໃນໄລຍະໃໝ່ໃຫ້ແກ່ກົມກອງເພື່ອປັບປຸງກໍ່ສ້າງກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງ ພ້ອມທັງຮຽກຮ້ອງໃຫ້ນາຍທະຫານຈົ່ງພ້ອມກັນສືບຕໍ່ເຮັດໜ້າທີການເມືອງທີ່ຂັ້ນເທິງມອບໝາຍໃຫ້ມີຜົນສໍາເລັດ. ນັກຂ່າວ: ກທອ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ