ກອງພົນທີ 2 ສະຫຼຸບວຽກງານປ້ອງກັນພາຍໃນ ໄລຍະ 5 ປີ
ເວລາອອກຂ່າວ: 2025-09-04 14:11:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1193 | ຄວາມນິຍົມ: ![]()
ໃນວັນທີ 4 ກັນຍາ 2025 ນີ້, ກອງພົນທີ 2 ໄດ້ສະຫຼຸບວຽກງານປ້ອງກັນພາຍໃນ ໄລຍະ 5 ປີ (2021-2025) ແລະ ມອບໃບຢັ້ງຢືນກົມກອງປອດໃສ ປອດໄພ ປອດຄະດີ ປະຈໍາປີ 2024 ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຄຳດີ ໄຊຍະວົງ ຫົວໜ້າການເມືອງ ກອງພົນ 2, ມີສະຫາຍ ພັນໂທ ກົມທອງ ວຽງໄຊ ຮອງຫົວໜ້າກົມປ້ອງກັນພາຍໃນ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະນະບັນຊາກອງພົນ, ຄະນະຫ້ອງ, ພະແນກການ, ກອງພັນໃຫຍ່, ກອງພັນ, ກອງຮ້ອຍ ແລະ ພະນັກງານທີ່ເຮັດວຽກງານປ້ອງກັນພາຍໃນທົ່ວກອງພົນທີ 2 ເຂົ້າຮ່ວມ.
ສະຫາຍ ພັນໂທ ສອນເພັດ ວັນນະໄຊ ຮອງຫົວໜ້າຫ້ອງການເມືອງ ກອງພົນທີ 2 ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປ້ອງກັນພາຍໃນທົ່ວກອງພົນທີ 2 ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ-ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ໃນໄລຍະ 5 ປີທີ່ຜ່ານມາ, ຄະນະພັກ-ຄະນະບັນຊາກອງພົນໄດ້ຖືເອົາວຽກງານປ້ອງກັນພາຍໃນເປັນບັນຫາສໍາຄັນ ຊີ້ນຳພະແນກການທີ່ກ່ຽວຂ້ອງ ໃນການເຄື່ອນໄຫວ ຊີ້ນໍາບັນດາກົມກອງຮາກຖານໃຫ້ເຂັ້ມງວດ ເປັນຕົ້ນການຄຸ້ມຄອງຊັບສິນຂອງກົມກອງ, ການປ້ອງກັນແຂກພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ກົມກອງ ເຫັນວ່າມີຄວາມສະຫງົບປອດໄພ 100% ພ້ອມນັ້ນ, ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ, ປຸກລະດົມຊຸກຍູ້ໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ພະນັກງານ-ນັກຮົບ ແຕ່ລະສະຫາຍມີແນວຄິດການເມືອງໜັກແໜ້ນ ແລະ ມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ວຽກງານປ້ອງກັນພາຍໃນ ເພື່ອກໍາແໜ້ນສະພາບການເມືອງ-ແນວຄິດພາຍໃນ ຕ້ານສະກັດກັ້ນບັນຫາປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນຢູ່ໃນກົມກອງໃຫ້ຫຼຸດໜ້ອຍຖອຍລົງ ພ້ອມກັນນັ້ນ, ໄດ້ຖືເອົາວຽກງານປ້ອງກັນພັກ-ພະນັກງານເປັນບັນຫາສໍາຄັນຕົ້ນຕໍ່ ໂດຍສະເພາະແມ່ນການກວດກາຊີຫວະປະຫວັດຊາວໜຸ່ມ-ແມ່ຍິງທີ່ຈະສະໝັກເຂົ້າເປັນທະຫານ, ການຄົ້ນຄວ້າມະຫາຊົນຜູ້ທີ່ມີຄວາມກ້າວໜ້າເຂົ້າໃນອົງການຈັດຕັ້ງພັກ, ການສະເໜີເລື່ອນຊັ້ນ, ການສັບຊ້ອນມອບໝາຍໜ້າທີ່ ແລະ ພະນັກງານ-ນັກຮົບຜູ້ທີ່ຈະໄປສຶກສາຮໍ່າຮຽນຕໍ່ ຕາມຂໍ້ກໍານົດຂອງຂັ້ນເທິງຢ່າງເຂັ້ມງວດ ໄປຄຽງຄູ່ກັບການເຄື່ອນໄຫວແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນບັນຫາການເກີດອຸບັດຕິເຫດ, ການຄ້າຂາຍເຖື່ອນ ແລະ ບັນຫາຄະດີຕ່າງໆ ທີ່ເກີດຂຶ້ນພາຍໃນກົມກອງ ເຮັດໃຫ້ບັນຫາດັ່ງກ່າວໄດ້ຮັບການແກ້ໄຂດີຂຶ້ນ. ຜ່ານການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃນໄລຍະ 5 ປີ ຜ່ານມາ ໂດຍສະເພາະແມ່ນການຕີລາຄາແບ່ງປະເພດຂະບວນການກໍ່ສ້າງກົມກອງປອດໃສ ປອດໄພ ປອດຄະດີ 5 ປີ ຕໍ່ເນື່ອງ ມີ 9 ກົມກອງ, 4 ປີ ຕໍ່ເນື່ອງ ມີ 2 ກົມກອງ, 3 ປີ ຕໍ່ເນື່ອງ ມີ 3 ກົມກອງ, 2 ປີ ຕໍ່ເນື່ອງ 6 ກົມກອງ, ສະເພາະປີ 2024 ມີກົມກອງ ປອດໃສ ປອດໄພ ປອດຄະດີ ປະເພດ l ມີ 21 ກົມກອງ, ປະເພດ ll ມີ 4 ກົມກອງ.
ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການ ເພື່ອຈະພ້ອມກັນສືບຕໍ່ແກ້ໄຂບັນຫາຈຸດອ່ອນ-ຂໍ້ຄົງຄ້າງ ໂດຍສະເພາະບັນດາປະກົດການຫຍໍ້ທໍ້ໃນກົມກອງ ກໍຄືໃນຖັນແຖວພະນັກງານ-ນັກຮົບ ໃຫ້ຫຼຸດໜ້ອຍຖອຍລົງ ແນໃສ່ໃຫ້ກົມກອງມີຄວາມສະຫງົບປອດໄພ 100% ແລະ ບັນລຸໄດ້ຕາມລະດັບຄາດໝາຍທີ່ວາງໄວ້. ໃນກອງປະຊຸມ ຍັງໄດ້ມອບໃບຢັ້ງຢືນກົມກອງປອດໃສ ປອດໄພ ປອດຄະດີ ໃຫ້ກົມກອງ ແລະ ຜ່ານເນື້ອໃນເປີດຂະບວນການແຂ່ງຂັນສ້າງກົມກອງປອດໃສ ປອດໄພ ປອດຄະດີ ທົ່ວກອງພົນທີ 2.
ໂອກາດນີ້, ກອງປະຊຸມ ຍັງໄດ້ຟັງການໂອ້ລົມໃຫ້ທິດຊີ້ນຳຈາກປະທານກອງປະຊຸມ ຫຼາຍບັນຫາທີ່ສໍາຄັນ ຕື່ມອີກ.
ໂດຍ: ສຸວັນໂນ ທະລັງສີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















