ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 21 ກໍລະກົດ 2026

  

ມອບ-ຮັບ ໂຄງການກໍ່ສ້າງພື້ນຖານໂຄງລ່າງ ບ້ານນາຊາຍຂາວ ເມືອງກາສີ
ເວລາອອກຂ່າວ: 2025-09-04 10:56:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1236 | ຄວາມນິຍົມ:



ໃນວັນທີ 3 ກັນຍາ 2025 ນີ້, ທີ່ສະໂມສອນ ບ້ານນາຊາຍຂາວ ເມືອງກາສີ ແຂວງວຽງຈັນ ໄດ້ຈັດພິທີ ມອບ-ຮັບ ໂຄງການກໍ່ສ້າງພື້ນຖານໂຄງລ່າງ ບ້ານນາຊາຍຂາວ ໂດຍ ທ່ານ ອຳພອນ ສາວະບຸດ ຮອງປະທານຄະນະກຳມະການປົກຄອງເມືອງກາສີ, ມີທ່ານ ຄຳຫຼ້າ ວິລະວົງ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ທັງເປັນຜູ້ຊີ້ນຳໂຄງການຂັ້ນເມືອງ, ທ່ານ ປັນຍາສິດ ສີມພະລີ ຜູ້ປະສານງານຂັ້ນກົມພັດທະນາຊົນນະບົດ, ທ່ານ ບຸນຊູ ໄຊຊະນະ ຜູ້ປະສານງານເຄດີເອັດ, ທ່ານ ບຸນນຽງ ແສງຄຳຢອງ ປະທານບໍລິສັດ ບີເອັນ ກໍ່ສ້າງຂົວທາງ ແລະ ຊົນລະປະທານ ຈຳກັດ, ມີບັນດາຕາງໜ້າການນຳຂັ້ນແຂວງ-ຂັ້ນເມືອງ ພ້ອມດ້ວຍອຳນາດການປົກຄອງບ້ານ ແລະ ປະຊາຊົນຊາວບ້ານນາຊາຍຂາວ ເຂົ້າຮ່ວມຢ່າງພ້ອມພຽງ. ການມອບ-ຮັບ ໂຄງການກໍ່ສ້າງພື້ນຖານໂຄງລ່າງ ບ້ານນາຊາຍຂາວ ໃນຄັ້ງນີ້ ມີ 3 ໂຄງການຄື: ໂຄງການຕໍ່ເຕີມນໍ້າລິນ ມູນຄ່າ 511.708.500 ກີບ, ໂຄງການສ້ອມແປງສະໂມສອນຫ້ອງການບ້ານ ມູນຄ່າ 252.521.400 ກີບ ແລະ ໂຄງການຈັດຫາສິ່ງອໍານວຍຄວາມສະດວກໂຮງຮຽນ ມູນຄ່າ 59.976.000 ກີບ ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານ ສ ເກົາຫຼີ ໂດຍຜ່ານອົງການກອຍກາ (KOICA) ສປປ ລາວ ລວມມູນຄ່າການຊ່ວຍເຫຼືອທັງໝົດ 824.205.900 ກີບ ເຊິ່ງບໍລິສັດ ບີເອັນ ກໍ່ສ້າງຂົວທາງ ແລະ ຊົນລະປະທານ ຈຳກັດເປັນຜູ້ຮັບເໝົາກໍ່ສ້າງ. ສຳລັບໂຄງການກໍ່ສ້າງຕໍ່ເຕີມນໍ້າລິນ ໄດ້ເລີ່ມການກໍ່ສ້າງ ວັນທີ 20 ພຶດສະພາ 2025 ມາຮອດປັດຈຸບັນສໍາເລັດ 100% ໃນນີ້, ບໍລິສັດໄດ້ມີການປະກອບສ່ວນວັດຖຸອຸປະກອນຄື: ທໍ່ສົ່ງນ້ຳຂະໜາດ 32 ຈໍານວນ 31 ໂຄ້ງ ແລະ ທໍ່ສົ່ງນໍ້າຂະໜາດ 50 ຈໍານວນ 6 ໂຄ້ງ; ໂຄງການກໍ່ສ້າງສ້ອມແປງສະໂມສອນ, ຫ້ອງການບ້ານ ບ້ານນາຊາຍຂາ ເລີ່ມການກໍ່ສ້າງ ວັນທີ 20 ພຶດສະພາ 2025 ມາຮອດປັດຈຸບັນສໍາເລັດ 100% ບໍລິສັດໄດ້ມີການປະກອບສ່ວນວັດຖຸອຸປະກອນຄື: ເທພື້ນຫ້ອງການບ້ານ ຈໍານວນ 12 ຕາແມັດ, ເທກັນເປື້ອນຫ້ອງການບ້ານ ຈໍານວນ 64 ຕາແມັດ ແລະ ໂຄງການຈັດຫາສິ່ງອໍານວຍຄວາມສະດວກ ໂຮງຮຽນ ບ້ານນາຊາຍຂາວ ເຊີ່ງເລີ່ມຈັດຊື້ ແລະ ການກໍ່ສ້າງ ວັນທີ 7 ກໍລະກົດ 2025 ມາຮອດປັດຈຸບັນ ສໍາເລັດ 100% ບໍລິສັດໄດ້ປະກອບສ່ວນ ສີທາປະຕູ ທາງເຂົ້າໂຮງຮຽນ ຈໍານວນ 2 ຖັງ ລວມມູນຄ່າການຊ່ວຍເຫຼືອບ້ານທັງໝົດ 20.000.000 ກີບ. ໃນພິທີ ໄດ້ມີການເຊັນບົດບັກທຶກ ມອບ-ຮັບ ທັງ 3 ໂຄງການ ລະຫວ່າງ ບໍລິສັດ ບີເອັນ ກໍ່ສ້າງຂົວ-ທາງ ແລະ ຊົນລະປະທານ ຈຳກັດ ກັບ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງກາສີ ເປັນຜູ້ຄຸ້ມຄອງ ແລະ ມອບຕໍ່ໃຫ້ອໍານາດການປົກຄອງບ້ານ ເພື່ອໃຫ້ປະຊາຊົນນໍາໃຊ້. ພ້ອມນັ້ນ, ທ່ານ ອຳພອນ ສາວະບຸດ ໄດ້ມອບໃບກຽດຕິຄຸນໃຫ້ແກ່ບໍລິສັດ ແລະ ຜູ້ປະສານງານໂຄງການ ເພື່ອເປັນການຈາລຶກບຸນຄຸນ ຕື່ມອີກ. ຫຼັງຈາກນັ້ນ, ທ່ານ ປັນຍາສິດ ສີມພະລີ ຜູ້ ແລະ ທ່ານ ອຳພອນ ສາວະບຸດ ໄດ້ຜັດປ່ຽນກັນມີຄຳເຫັນ ພ້ອມທັງກ່າວມອບໂຄງການໃຫ້ແກ່ບ້ານນາຊາຍຂາວ ເປັນຜູ້ປົກປັກຮັກສາ ແລະ ນຳໃຊ້ໃຫ້ເກີດປະໂຫຍດອັນສູງສຸດ. ພາບ-ຂ່າວ: ນາງ ດາລັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ