ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 09 ມີນາ 2026

  

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງສະຫວັນນະເຂດ ຄັ້ງທີ X ໄດ້ສຳເລັດລົງຢ່າງຈົບງາມ
ເວລາອອກຂ່າວ: 2025-09-04 10:44:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1151 | ຄວາມນິຍົມ:



ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສະຫວັນນະເຂດ ຄັ້ງທີ X ໄດ້ໄຂຂຶ້ນ ແລະ ອັດລົງຢ່າງເປັນທາງການ ໃນລະຫວ່າງວັນທີ 2-3 ກັນຍາ 2025 ນີ້, ທີ່ຫໍວັດທະນະທໍາໄກສອນ ພົມວິຫານ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ແລະ ພາຍໃຕ້ການເປັນປະທານກອງປະຊຸມຂອງສະຫາຍ ສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງສະຫວັນນະເຂດ, ມີສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍ ຕາງໜ້າ ຈາກສູນກາງ, ຄະນະພັກ-ຄະນະນຳຈາກແຂວງຄໍາມ່ວນ, ແຂວງສາລະວັນ, ແຂວງຈໍາປາສັກ, ກອງພົນທີ 4 ພ້ອມບັນດາສະຫາຍຜູ້ແທນສົມບູນ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວແຂວງເຂົ້າຮ່ວມ. ສະຫາຍ ບຸນໂຈມ ອຸບົນປະເສີດ ໄດ້ກ່າວເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ X ຢ່າງເປັນທາງການວ່າ: ຕະຫຼອດໄລຍະ 5 ປີຜ່ານມາ ພວກເຮົາ ໄດ້ອອກແຮງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງສະຫວັນນະເຂດ, ພວກເຮົາໄດ້ປະເຊີນໜ້າກັບສິ່ງທ້າທາຍທົດສອບຫຼາຍດ້ານ, ສໍາລັບກອງປະຊຸມໃຫຍ່ຂອງພວກເຮົາຄັ້ງນີ້ ຈະໄດ້ຮັບຟັງຮ່າງລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແລ້ວຍັງຈະໄດ້ຄົ້ນຄວ້າລົງເລິກຕີລາຄາບັນດາ ຈຸດດີ-ຈຸດອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ແລະ ຈະໄດ້ຮັບຮອງເອົາທິດທາງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີໃນຕໍ່ໜ້າ. ພ້ອມກັນນັ້ນ, ຍັງຈະໄດ້ຮັບຟັງການປະກອບຄໍາຄິດເຫັນ ຂອງບັນດາຕົວແທນຈາກກົມກອງອ້ອມຂ້າງແຂວງ ແລະ ຄອບຄົວຕົວແບບຈຳນວນໜຶ່ງຕື່ມອີກ. ພ້ອມທັງ ຜ່ານຮ່າງບົດລາຍງານການເມືອງທັງ 2 ພາກວ່າ: ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ໄລຍະ 5 ປີຜ່ານມາ (2021-2025). ພາຍຫຼັງສໍາເລັດກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ IX ຂອງອົງຄະນະພັກແຂວງ, ຄະນະພັກແຕ່ລະຂັ້ນ ໄດ້ເປັນເຈົ້າການຄົ້ນຄວ້າ, ເຊື່ອມຊຶມ ແລະ ຜັນຂະຫຍາຍບັນດາເນື້ອໃນມະຕິກອງປະຊຸມດັ່ງກ່າວ ໂດຍຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ເຊິ່ງໄດ້ກໍານົດອອກເປັນ 6 ເປົ້າໝາຍໃຫຍ່ ແລະ 24 ແຜນວຽກຈຸດສຸມ. ໃນນີ້, ໄດ້ນໍາພາ-ຊີ້ນໍາ ຫັນເອົາແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ ໄປຈັດຕັ້ງຜັນຂະຫຍາຍດ້ວຍການໂຄສະນາເຂົ້າສູ່ລວງເລິກ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ກາຍເປັນໜ້າທີ່ຄວາມຮັບຜິດຊອບຂອງທຸກພາກສ່ວນໃນສັງຄົມ, ດ້ານເສດຖະກິດຄະນະພັກທຸກຂັ້ນ ໄດ້ເອົາໃຈໃສ່ຂຸດຄົ້ນ ທ່າແຮງບົ່ມຊ້ອນຂອງແຂວງ ບວກກັບ ກໍາລັງແຮງຂອງທຸກພາກສ່ວນ ເຮັດໃຫ້ການຂະຫຍາຍຕົວຂອງເສດຖະກິດ ຂະຫຍາຍຕົວດ້ວຍອັດຕາການເຕີບໂຕສະເລ່ຍ ໃນລະດັບ 8%, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 40.698 ຕື້ກີບ, ສະເລ່ຍລາຍໄດ້ 35,79 ລ້ານກີບຕໍ່ຄົນຕໍ່ປີ, ການຈັດເກັບລາຍຮັບເຂົ້າງົບປະມານ ປະຕິບັດໄດ້ 15.844 ຕື້ກີບ ເທົ່າກັບ 135,78% ແລະ ການຄຸ້ມຄອງລາຍຈ່າຍປະຕິບັດໄດ້ 5.175 ຕື້ກີບ, ເທົ່າກັບ 96,57% ຂອງແຜນ, ແຫຼ່ງທຶນພັດທະນາແຂວງ ບັນລຸໄດ້ 52.708 ຕື້ກີບ ຫຼືເທົ່າກັບ 155,66%, ພື້ນຖານໂຄງລ່າງ, ການບໍລິການຄົມມະນາຄົມ ແລະ ຂົນສົ່ງ ໄດ້ຮັບການປັບປຸງກໍ່ສ້າງອອກສູ່ຊົນນະບົດ, ແຕ່ລະ ເມືອງຫາບ້ານ ເພີ່ມຂຶ້ນມາເປັນ 878 ບ້ານ, ເທົ່າກັບ 84,91% ຂອງບ້ານທັງໝົດໃນທົ່ວແຂວງ ຍັງເຫຼືອ 78 ບ້ານທີ່ຍັງບໍ່ສາມາດທຽວໄດ້ 2 ລະດູ, ການຂະຫຍາຍຕາໜ່າງໄຟຟ້າເຂົ້າບ້ານ ໄດ້ເພີ່ມຂຶ້ນ ຈຳນວນ 32 ບ້ານ, ລວມເປັນ 1.002 ບ້ານ ເທົ່າກັບ 96,90% ຂອງບ້ານທົ່ວແຂວງ. ໄດ້ຊຸກຍູ້ສົ່ງເສີມ ການເອື້ອອໍານວຍຄວາມສະດວກ ແລະ ຍາດແຍ່ງເອົາການລົງທຶນຕ່າງປະເທດ ເຂົ້າໃນເຂດເສດຖະກິດພິເສດແຂວງ ເພີ່ມຂຶ້ນ 51 ຫົວໜ່ວຍ, ລື່ນແຜນການ 27,50% ດ້ວຍມູນຄ່າການລົງທຶນ 97,40 ລ້ານໂດລາສະຫະລັດ. ນອກຈາກນີ້, ຍັງໄດ້ສຸມໃສ່ປະຕິບັດຍຸດທະສາດ ແລະ ນະໂຍບາຍການສຶກສາ ເຊິ່ງມີຜົນສໍາເລັດບັນລຸໄດ້ 9 ຄາດໝາຍ ແລະ ຍັງ 7 ຄາດໝາຍ ແລະ ວຽກງານທີ່ປິ່ນອ້ອມດ້ານອື່ນກໍໄດ້ຮັບການຈັດຕັ້ງປະຕິບັດມີຜົນສໍາເລັດເປັນກ້າວໆ. ກອງປະຊຸມ ຍັງໄດ້ຮັບຟັງການ ຜ່ານຮ່າງແຜນພັດທະນາເສດຖະກິດ-ສັງຄົມ ຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ X ຈາກ ສະຫາຍ ແສນສັກ ສຸລິສັກ ກຳມະການປະຈໍາພັກແຂວງ, ຮອງເຈົ້າແຂວງສະຫວັນນະເຂດຕື່ມອີກ, ຮັບຟັງການປະກອບຄຳຄິດຄຳເຫັນຈາກຕາງໜ້າຂົງເຂດ ປກສ, ກ່ຽວກັບການສ້າງບ້ານປ້ອງກັນຊາດເຂັ້ມແຂງ-ປ້ອງກັນຄວາມສະຫງົບດີ ຕິດພັນກັບການສ້າງບ້ານປອດຢາເສບຕິດ, ການພັດທະນາຊົນນະບົດແບບໃໝ່ຮອບດ້ານ ຢູ່ຈຸດສຸມຈຽງຕູບ ເມືອງເຊໂປນ, ການສ້າງເສດຖະກິດ ດ້ວຍການປູກ ແລະ ຜະລິດເບ້ຍຢາງພາລາ ໃຫ້ກາຍເປັນສິນຄ້າ ຢູ່ບ້ານນາແດງ ເມືອງໄຊບູລີ, ການຜະລິດເຂົ້າໜຽວລາວຄຸນະພາບ ເພື່ອສົ່ງອອກຕ່າງປະເທດ ຂອງກຸ່ມບໍລິສັດໂຊກໄຊ ບ້ານນາຄໍານົນ ເມືອງສອງຄອນ ແລະ ຮັບຟັງການລາຍງານຈາກ ສະຫາຍ ເກຍ ອູ໊ສິດທິເດດ ວິລະຊົນແຮງງານ, ເຈົ້າຂອງໂຮງງານນໍ້າດື່ມ ແລະ ນໍ້າກ້ອນໂລມາຄໍາ ທີ່ໄດ້ປະກອບສ່ວນທຶນຮອນສ່ວນຕົວ ເຂົ້າໃສ່ການພັດທະນາພື້ນຖານໂຄງລ່າງແກ້ໄຂຄວາມທຸກຍາກ ຢູ່ເຂດຊົນນະບົດ, ຫ່າງໄກສອກຫຼີກ ໃນແຂວງສະຫວັນນະເຂດ. ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ລາຍງານຜົນກອງປະຊຸມຄັ້ງປະຖົມມະລຶກ ຄະນະບໍລິຫານງານພັກແຂວງ ສະໄໝທີ X ປະກອບມີ 41 ສະຫາຍ ຍິງ 29 ສະຫາຍ. ໃນນີ້ ໄດ້ເລືອກເອົາ ກຳມະການຄະນະປະຈຳພັກແຂວງຈຳນວນ 13 ສະຫາຍ ປະກອບມີ: ສະຫາຍ ບຸນໂຈມ ອຸບົນປະເສີດ, ສະຫາຍ ໂພໄຊ ໄຂຄຳພິທູນ, ສະຫາຍ ນາງ ດາວວອນ ໄຊສຸລຽນ, ສະຫາຍ ຄຳວິໃສ ຜຸຍຍະວົງ, ສະຫາຍ ແສນສັກ ສຸລິສັກ, ສະຫາຍ ທອງໃສ ໄຊຍະວົງຄຳດີ, ສະຫາຍ ຄຳຜຸຍ ສີບຸນເຮືອງ, ສະຫາຍ ແສນສັກ ພິມວົງສາ, ສະຫາຍ ວາລິຍະ ສີຈັນທອງທິບ, ສະຫາຍ ສາລີ ວິນລາວັນ, ສະຫາຍ ພູລໍາພອນ ສີຫາວົງ, ສະຫາຍ ພົວຈັດຕະວາ ພັນວິໄລ ລາດສະຍົນ ແລະ ສະຫາຍ ພັນເອກ ລຳພົງ ໄຊທອງ. ນອກນັ້ນ 28 ສະຫາຍແມ່ນ ກຳມະການພັກແຂວງ. ກອງປະຊຸມໄດ້ເຫັນດີເປັນເອກະພາບ ເລືອກເອົາ ສະຫາຍ ບຸນໂຈມ ອຸບົນປະເສີດ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ໂພໄຊ ໄຂຄຳພິທູນ ແລະ ສະຫາຍ ນາງ ດາວວອນ ໄຊສຸລຽນ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ເລືອກເອົາ ສະຫາຍ ແສນສັກ ພິມວົງສາ ເປັນປະທານກວດກາພັກ ພ້ອມນີ້ ກອງປະຊຸມຍັງໄດ້ເລືອກເອົາ ສະຫາຍ ສີວິໄລ ຈັນທຳມະຈັກ, ສະຫາຍ ນາງ ກິ່ນນາລອນ ວົງຄຳໂພສາ. ສະຫາຍ ນາງ ເທວີ ໂພທິກຸມມານ ແລະ ສະຫາຍ ສຸກສາຄອນ ມະນີສອນ ເປັນຮອງປະທານກວດກາພັກ. ສະຫາຍ ບຸນໂຈມ ອຸບົນປະເສີດ ກໍ່ໄດ້ຕາງໜ້າໃຫ້ຄະນະບໍລິຫານງານພັກແຂວງສະຫວັນນະເຂດຊຸດໃໝ່ ຂຶ້ນກ່າວຮັບໜ້າທີ່ພ້ອມທັງປະຕິຍານຕົນວ່າ: ຈະເອົາໃຈໃສ່ສຸມທຸກສະຕິປັນຍາ ແລະ ເຫື່ອແຮງຂອງຕົນ ເຂົ້າໃນການຜັນຂະຫຍາຍແນວທາງນະໂຍບາຍ, ມະຕິ, ຄຳສັ່ງ ຂອງພັກ - ລັດ, ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄັ້ງທີ X ຫັນເປັນແຜນງານ, ໂຄງການລະອຽດ ເພື່ອພັດທະນາແຂວງສະຫວັນນະເຂດ ໃຫ້ມີບາດກ້າວຂະຫຍາຍຕົວ, ເພີ່ມທະວີຄວາມສາມັກຄີ ເປັນເອກະພາບ ພາຍໃນຄະນະບໍລິຫານງານພັກແຂວງ ແລະ ຄວາມສາມັກຄີເປັນເອກະພາບ ໃນທົ່ວພັກ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນຢ່າງໜັກແໜ້ນຍິ່ງຂຶ່ນ, ພ້ອມກັນຕັດສິນໃຈປະຕິບັດພາລະໜ້າທີ່ອັນສູງສົ່ງ ຂອງກອງປະຊຸມໃຫຍ່ທີ່ໄດ້ມອບໝາຍໃຫ້ມີຜົນສຳເລັດ. ພ້ອມທັງກ່າວປິດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສະຫວັນນະເຂດ ຄັ້ງທີ X ຢ່າງເປັນທາງການ. ພາບ-ຂ່າວ: ຄຳໃສ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ