ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ມອບເງິນນະໂຍບາຍ ໃຫ້ພະນັກງານຂັ້ນສູງ ພັກການ ຮັບບໍານານ
ເວລາອອກຂ່າວ: 2025-09-04 10:40:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1154 | ຄວາມນິຍົມ: ![]()
ໃນວັນທີ 3 ກັນຍາ 2025 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ມອບເງິນນະໂຍບາຍໃຫ້ພະນັກງານຂັ້ນສູງ ພັກການ ຮັບບໍານານ ແລະ ຄອບຄົວພະນັກງານຜູ້ເສຍຊິວິດ ໂດຍການເປັນປະທານຂອງສະຫາຍ ພົນຕີ ພັນແສງ ບຸນພັນ ກໍາມະການຄະນະປະຈຳພັກກະຊວງ, ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ມີຄະນະພັກ-ຄະນະອໍານວຍການ, ຄະນະກົມ, ຫ້ອງການ, ພະແນກການທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານຂັ້ນສູງ ພັກການ ຮັບບຳນານ ແລະ ຄອບຄົວພະນັກງານຜູ້ເສຍຊິວິດເຂົ້າຮ່ວມ.
ສະຫາຍ ພັນໂທ ດວງຕາ ສຸຂະວົງ ຫົວໜ້າພະແນກ ປະກັນສັງຄົມ ກົມການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຜ່ານໜັງສືສະເໜີ ແລະ ບົດລາຍງານ, ໂດຍອີງຕາມ ຄຳສັ່ງແນະນຳຂອງລັດຖະມົນຕີກະຊວງປ້ອງກັນປະເທດ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍປະກັນສັງຄົມຂອງກອງທັບ ແລະ ໜັງສືສະເໜີ ຂອງວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ເພື່ອມອບເງິນນະໂຍບາຍພັກການ ຮັບບໍານານໃຫ້ພະນັກງານຂັ້ນສູງ ຈໍານວນ 4 ສະຫາຍ ຄື: ສະຫາຍ ພົນຈັດຕະວາ ຮສ ປອ ສົມພອນ ສີສຸວັນນະ, ສະຫາຍ ພັນເອກ ພົມມີ ສິນທະວົງ, ສະຫາຍ ພັນເອກ ທອງດາວ ບົວສະຫວັນ ແລະ ສະຫາຍ ພັນເອກ ປອ ສຸວັນທອງ ບຸນເລີດ ພ້ອມທັງ ມອບເງິນອຸດໜູນເສຍຊິວິດ ຈໍານວນ 2 ສະຫາຍ ລວມເງິນທັງໝົດ 300 ລ້ານກວ່າກີບ ໂດຍການມອບ ຂອງສະຫາຍ ພົນຕີ ພັນແສງ ບຸນພັນ.
ໂອກາດນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍພະນັກງານຂັ້ນສູງ ທີ່ໄດ້ເສຍສະຫຼະສຸມສະຕິປັນຍາ, ເຫື່ອແຮງຂອງຕົນ ເຂົ້າໃນການປະຕິບັດວຽກງານ ທີ່ພັກ-ລັດ ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ລວມທັງຜົນງານການເຄື່ອນໄຫວຂະບວນການດ້ານຕ່າງໆ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືການນຳພາ-ຊີ້ນຳ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ສືບຕໍ່ຮັກສາມູນເຊື້ອອັນດີງາມຂອງຕົນ ແລະ ກົມກອງ, ປຸກລະດົມຊຸກຍູ້ລູກຫຼານໃຫ້ເຂົາເຈົ້າໄດ້ຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດໃນໄລຍະໃໝ່.
ພາບ-ຂ່າວ: ສົງການ ທະວີສຸກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















