ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 14 ພຶດສະພາ 2026

  

ຫ້ອງເສນາທິການ ກອງບັນຊາການທະຫານແຂວງຊຽງຂວາງ ສະຫຼຸບວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ປະຈໍາ 6 ເດືອນຕົ້ນປີ 2025
ເວລາອອກຂ່າວ: 2025-09-04 10:31:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 951 | ຄວາມນິຍົມ:



ກອງປະຊຸມ ສະຫຼຸບວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງຫ້ອງເສນາທິການ ກອງບັນຊາການທະຫານແຂງຊຽງຂວາງ ໄດ້ຈັດຂຶ້ນໃນວັນທີ 3 ກັນຍາ 2025 ນີ້, ໂດຍການປະທານ ຂອງສະຫາຍ ພັນເອກ ມີສຸກ ຂັນທະຍົງທອງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຊຽງຂວາງ, ມີສະຫາຍ ພັນເອກ ປິ່ນແກ້ວ ປະອິນພອນ ຫົວໜ້າຫ້ອງເສນາທິການ, ມີຄະນະພັກ-ຄະນະຫ້ອງ, ພະແນກການທີ່ກ່ຽວຂ້ອງ ຕະຫຼອດຮອດພະນັກງານ-ນັກຮົບທົ່ວຫ້ອງເສນາທິການເຂົ້າຮ່ວມ. ສະຫາຍ ພັນໂທ ອ່ອນສີ ພັນທະວົງ ຫົວໜ້າພະແນກບໍລິຫານ ຫ້ອງເສນາທິການ ກອງບັນຊາການທະຫານແຂງຊຽງຂວາງ ໄດ້ຜ່ານຮ່າງບົດສະຫຼຸບວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ປະຈໍາ 6 ເດືອນຕົ້ນປີ 2025 ເຊິ່ງມີຫຼາຍດ້ານທີ່ພົ້ນເດັ່ນ ເປັນຕົ້ນ ໄດ້ຈັດຕັ້ງມອບໝາຍໜ້າທີ່ໃຫ້ບັນດາກຳລັງຂອງກອງບັນຊາການທະຫານເມືອງ, ກອງພັນ, ກອງຮ້ອຍ ແລະ ບັນດາຈຸດຈັ້ງທ່າວົງໃນ-ວົງນອກ ເພື່ອຊອກຄົ້ນຕາມຈຸດຕ່າງໆ ທີ່ມີແຫຼ່ງຂ່າວ ແລະ ບ່ອນສົງໄສຂອງກຸ່ມຄົນບໍ່ດີ, ກວດກາລາດຕະເວນຝ່າຍດຽວ ແລະ ສອງຝ່າຍ ເພື່ອຮັກສາຄວາມສະຫງົບລຽບຕາມບໍລິເວນຊາຍແດນ, ຈັດຕັ້ງກຳລັງປ້ອງກັນສຳນັກງານ, ອົງການ, ຄ້າຍຄູ, ເສັ້ນທາງຫຼວງແຫ່ງຊາດ ແລະ ບັນດາບໍລິສັດຫ້າງຮ້ານ, ສຳນັກງານອົງການ ມີຄວາມປອດໄພ 100%, ໄດ້ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ ເຊື່ອມຊຶມບັນດາເອກະສານ ແລະ ມະຕິຕ່າງໆ ຂອງພັກ, ຂອງລັດ, ຂອງກອງທັບ ແລະ ຂອງກອງບັນຊາການ, ເປີດອົບຮົມ-ຫັດແອບ ປະຈຳປີ 2025, ອົບຮົມ-ຫັດແອບ ການສ້າງກຸ່ມບ້ານສູ້ຮົບຕິດລຽນໄດ້ 1 ກຸ່ມບ້ານ, ຫັດແອບກຳລັງກອງຫຼອນໄດ້ 6 ກຸ່ມບ້ານ, ໄດ້ຊີ້ນຳການຮຽນ-ການສອນໃຫ້ກໍາລັງທະຫານໃໝ່ສຳເລັດຕາມແຜນການ, ໄດ້ຂຶ້ນຄ່າພິກັດໃສ່ເທິງແຜນທີ່ໃຫ້ບັນດາກົມກອງ, ຊີ້ນຳກອງຮ້ອຍທີ່ຂຶ້ນກັບ, ບັນດາຫ້ອງສາຍ ຮັບປະກັນໃນການຕິດຕໍ່ສື່ສານໄດ້ປົກກະຕິ, ບັນທຶກເອກະສານ ເຂົ້າ-ອອກ 1.363 ສະບັບ. ໄປຄຽງຄູ່ກັນນີ້, ໄດ້ສຸມໃສ່ການສ້ອມແປງເໝືອງຝາຍເອົານ້ຳເຂົ້າໃສ່ນາ ຕົກກ້າ ໄຖນາ ແລະ ປັກດຳເຂົ້ານາປີທ່ວງທັນກັບລະດູການ, ປູກຫຍ້າລ້ຽງງົວ, ປູກພືດຜັກຕາມລະດູການ ນອກນີ້, ຍັງໄດ້ພົວພັນກັບເພື່ອນມິດໃກ້ຄຽງ ເພື່ອສ້າງຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ໂອກາດນີ້ດ ສະຫາຍ ພັນເອກ ມີສຸກ ຂັນທະຍົງທອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານດ້ານຕ່າງໆ ທີ່ຫ້ອງເສນາທິການ ສ້າງໄດ້ຕະຫຼອດໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບພາຍໃນຫ້ອງເສນາທິການ ເອົາໃຈໃສ່ໃນການປະຕິບັດວຽກງານການເມືອງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານວິຊາສະເພາະຂອງຕົນ, ສາມັກຄີເປັນປຶກແຜ່ນ, ເຮັດວຽກເປັນໝູ່ຄະນະ ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ ພ້ອມກັນສ້າງກົມກອງໃຫ້ກາຍເປັນຕົວແບບໃນອະນາຄົດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ