ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີ ລະນຶກວັນໄຊຊະນະສົງຄາມຕ້ານຟາຊິດ ຄົບຮອບ 80 ປີ
ເວລາອອກຂ່າວ: 2025-09-03 15:45:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1393 | ຄວາມນິຍົມ: ![]()
ໂດຍຕອບສະໜອງຕາມການເຊີນ ຂອງທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ, ໃນວັນທີ 3 ກັນຍາ 2025, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ເຂົ້າຮ່ວມພິທີ ລະນຶກວັນໄຊຊະນະສົງຄາມຕ້ານຟາຊິດ ຄົບຮອບ 80 ປີ ທີ່ ສະໜາມຫຼວງທຽນອັນເໝິນ ນະຄອນຫຼວງປັກກິ່ງ ສປ ຈີນ.
ສປ ຈີນ ໄດ້ຈັດພິທີ ລະນຶກວັນໄຊຊະນະສົງຄາມຕ້ານຟາຊິດ ຄົບຮອບ 80 ປີ ຂຶ້ນຢ່າງຍິ່ງໃຫຍ່ ໂດຍມີຈຸດປະສົງ ເພື່ອຫວນຄືນມູນເຊື້ອອັນພິລະອາດຫານຂອງກອງທັບ ແລະ ປະຊາຊົນຈີນ ຮ່ວມກັບບັນດາປະເທດຕ່າງໆ ໃນໂລກ ໃນການຕໍ່ສູ້ເພື່ອຕ້ານການຮຸກຮານຂອງຕ່າງປະເທດ ໃນສະໄໝສົງຄາມໂລກ ຄັ້ງທີ 2 ຈົນສາມາດຍາດໄດ້ໄຊຊະນະ, ເສລີພາບ, ເອກະລາດ ແລະ ນຳເອົາຄວາມຜາສຸກມາສູ່ປະເທດຊາດ ກໍຄືປະຊາຊົນຈີນ ແລະ ບັນດາປະເທດຕ່າງໆ ໃນໂລກ. ໃນພິທີຄັ້ງນີ້, ໄດ້ມີປະມຸກລັດ ແລະ ຜູ້ແທນຂັ້ນສູງຈາກປະເທດຕ່າງໆ ຫຼາຍກວ່າ 26 ປະເທດ ເຂົ້າຮ່ວມ ເຊັ່ນ: ຣັດເຊຍ, ກູບາ, ສປປ ເກົາຫຼີ, ມົງໂກລີ, ເນປານ, ບັນດາປະເທດໃນຂົງເຂດຕາເວັນອອກກາງ ແລະ ອາຟຣິກາ, ບັນດາປະເທດສະມາຊິກອາຊຽນ ເຊັ່ນ: ສປປ ລາວ, ສສ ຫວຽດນາມ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ກໍາປູເຈຍ, ສິງກະໂປ, ບຣູໄນ ດາລູຊາລາມ ແລະ ຕີມໍແລັດສະເຕ, ລວມທັງຜູ້ຕາງໜ້າຈາກບັນດາພັກການເມືອງ ຂອງຕ່າງປະເທດ, ເລຂາທິການໃຫຍ່ອົງການສະຫະປະຊາຊາດ ແລະ ມວນຊົນຈີນ ເຂົ້າຮ່ວມຫຼາຍກວ່າ 50.000 ຄົນ ພ້ອມທັງໄດ້ຈັດການເດີນສວນສະໜາມຢ່າງຍິ່ງໃຫຍ່ ຂອງກອງກໍາລັງເຫຼົ່າຮົບຕ່າງໆ ລວມທັງໝົດ 45 ກ້ອນກໍາລັງ. ພ້ອມນັ້ນ, ທ່ານ ສີ ຈິ້ນຜິງ ພ້ອມດ້ວຍພັນລະຍາ ຍັງໄດ້ເປັນເຈົ້າພາບຈັດງານລ້ຽງຮັບຮອງໃຫ້ແກ່ຄະນະຜູ້ແທນ ແລະ ການນໍາຂັ້ນສູງ ຂອງຕ່າງປະເທດທີ່ເຂົ້າຮ່ວມໃນງານຄັ້ງນີ້ ຢ່າງສົມກຽດ.
ໄຊຊະນະສົງຄາມຕ້ານຟາດຊິດ ມີຄວາມໝາຍຄວາມສຳຄັນທາງປະຫວັດສາດ ຕໍ່ປະຊາຊົນໃນທົ່ວໂລກ ທີ່ຮັກຫອມສັນຕິພາບ ແລະ ມີຄວາມປາດຖະໜາໃນການພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າ ແລະ ນຳເອົາຄວາມຜາສຸກມາສູ່ປະຊາຊົນ. ໄຊຊະນະດັ່ງກ່າວ ເປັນສັນຍະລັກແຫ່ງສັນຕິພາບ, ອິດສະຫຼະພາບ ແລະ ເປັນການເຕືອນໃຫ້ມວນມະນຸດ ຮັບຮູ້ເຖິງຜົນຮ້າຍ ແລະ ໄພອັນຕະລາຍ ຈາກສົງຄາມ. ສປປ ລາວ ເປັນປະເທດໜຶ່ງ ທີ່ໄດ້ຮັບຜົນກະທົບຢ່າງໃຫ່ຍຫຼວງຈາກສົງຄາມໃນໄລຍະຜ່ານມາ ແລະ ການເຂົ້າຮ່ວມພິທີດັ່ງກ່າວ ເປັນການສືບຕໍ່ປະຕິບັດນະໂຍບາຍອັນສະເໝີຕົ້ນສະເໝີປາຍ ໃນການຮ່ວມມືກັບປະເທດຕ່າງໆ ໃນໂລກ ເພື່ອສົ່ງເສີມສັນຕິພາບ ແລະ ການຮ່ວມມື ເພື່ອການພັດທະນາ ແນໃສ່ປະກອບສ່ວນສ້າງໃຫ້ພາກພື້ນ ແລະ ສາກົນ ໃຫ້ມີສັນຕິພາບ ແລະ ຄວາມສະຫງົບສຸກ ແລະ ເຫັນໄດ້ເຖິງຄວາມໂຫດຮ້າຍຂອງສົງຄາມ. ນອກຈາກນີ້, ຍັງເປັນການສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ເຂົ້າສູ່ລວງເລິກ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ ນັບມື້ນັບຫຼາຍຂຶ້ນ.
ໃນໂອກາດເຂົ້າຮ່ວມງານຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ຍັງໄດ້ພົບປະຕາມປະເພນີກັບ ທ່ານ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ອີກດ້ວຍ ເພື່ອແລກປ່ຽນຄໍາຄິດເຫັນ ແລະ ລົງເລິກກ່ຽວກັບການຮ່ວມມືສອງຝ່າຍ ລາວ ແລະ ຫວຽດນາມ ກໍຄືເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີິພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມອ້າຍນ້ອງ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ແໜ້ນເເຟ້ນ, ຈະເລີນງອກງາມ ແລະ ເກີດດອກອອກຜົນຍິ່ງໆ ຂຶ້ນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















