ສໍາເລັດກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ II ອົງຄະນະພັກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ
ເວລາອອກຂ່າວ: 2025-09-03 15:12:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1507 | ຄວາມນິຍົມ: ![]()
ກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ II ອົງຄະນະພັກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ໄຂຂຶ້ນໃນວັນທີ 3 ກັນຍາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການສູນກາງພັກ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງສະຫາຍ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ໂດຍການໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາການນໍາພັກ-ລັດ, ອະດີດການນໍາພັກ-ລັດ, ພະນັກງານອາວຸໂສ-ບໍານານ, ສະມາຊິກພັກສົມບູນ ແລະ ສຳຮອງ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ 183 ສະຫາຍ, ຍິງ 75 ສະຫາຍ.
ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ທົບທວນຜົນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງຕົນໃນສະໄໝທີ່ຜ່ານມາ ແລະ ວາງແຜນກຳນົດທິດທາງ, ເປົ້າໝາຍ ໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ຂອງລັດ ໃນຊຸມປີຕໍ່ໜ້າ, ກອງປະຊຸມມີຄວາມເປັນເອກະພາບ ແລະ ຄວາມ ຮັບຜິດຊອບສູງໃນການຄົ້ນຄວ້າບັນຫາສໍາຄັນ ແລະ ແລະ ຕົກລົງຮັບຮອງຢ່າງເອກະສັນ ທີ່ກອງປະຊຸມໄດ້ຍົກຂຶ້ນໃນຮ່າງບົດລາຍງານການເມືອງ, ແຜນພັດທະນາວຽກງານຄົ້ນຄວ້າວິທະຍາສາດ ຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ບົດສຳຫຼວດການນໍາພາລວມ ຂອງຄະນະພັກຊຸດເກົ່າຢ່າງເລິກເຊິ່ງ, ກົງໄປກົງມາ ເຊິ່ງໄດ້ຕີລາຄາຜົນສໍາເລັດ, ຜົນງານອັນພົ້ນເດັ່ນຮອບດ້ານທີ່ສ້າງໄດ້ໄລຍະຜ່ານມາ ເປັນຕົ້ນການຄົ້ນຄວ້າປັບປຸງເນື້ອໃນລັດຖະທຳມະນູນ ແຫ່ງ ສປປ ລາວ, ການແກ້ໄຂສະພາບເງິນເຟີ້ ແລະ ການເໜັງຕີງຂອງອັດຕາແລກປ່ຽນ, ການຕິດຕາມສະພາບເສດຖະກິດມະຫາພາກຂອງ ສປປ ລາວ, ໂຄງການຄົ້ນຄວ້າ ຂອງສະພາທິດສະດີສູນກາງພັກ, ສະພາວິທະຍາສາດແຫ່ງຊາດ ແລະ ອື່ນໆ ທີ່ນອນໃນພາລະບົດບາດຂອງສະຖາບັນ ຈໍານວນ 81 ຫົວຂໍ້ (ໂຄງການ) ເຊິ່ງໄດ້ສ້າງໜໍ່ແໜງສໍາຄັນໃນການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານຕໍ່ວຽກງານຄົ້ນຄວ້າວິທະຍາສາດເທື່ອລະກ້າວໃນຊຸມປີຂ້າງໜ້າ. ໄປຄຽງຄູ່ກັນນັ້ນ, ກອງປະຊຸມ ຍັງໄດ້ເປັນເອກະພາບຢ່າງພາວະວິໄສຕໍ່ດ້ານຂໍ້ຄົງຄ້າງ, ຂໍ້ຂາດຕົກບົກພ່ອງໃນການນໍາພາ-ຊີ້ນໍາຂອງຄະນະພັກ ເຊິ່ງເຮັດໃຫ້ວຽກງານຈຸດສຸມບາງດ້ານບໍ່ສາມາດບັນລຸຜົນສຳເລັດຕາມຄາດໝາຍທີ່ວາງອອກ, ພ້ອມທັງຊີ້ໃຫ້ເຫັນບັນດາສາເຫດຕົ້ນຕໍ ເພື່ອກຳນົດທິດທາງມາດຕະການແກ້ໄຂທີ່ສອດຄ່ອງ ແລະ ແທດເໝາະ ຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດໃນຕໍ່ໜ້າມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ. ເພື່ອຍູ້ແຮງການຫັນປ່ຽນຢ່າງຕັ້ງໜ້າ ກອງປະຊຸມໄດ້ຮັບຮອງເອົາບົດຮຽນທີ່ສໍາຄັນຈາກພຶດຕິກຳຕົວຈິງ ເພື່ອເປັນບ່ອນອີງໃນການປັບປຸງການນໍາພາ-ຊີ້ນໍາ ແລະ ຈັດຕັ້ງປະຕິບັດນະໂຍບາຍຂອງຄະນະພັກ ເປັນຕົ້ນແມ່ນການຍົກສູງຄວາມສາມາດນໍາພາ ຂອງຄະນະພັກແຕ່ລະຂັ້ນ, ການປັບປຸງແບບແຜນວິທີນຳພາ-ວິທີເຮັດວຽກ, ການຈັດວາງ ແລະ ຄຸ້ມຄອງບຸກຄະລາກອນ ຕ້ອງໄດ້ຮັບການຈັດຕັ້ງໃຫ້ຄົບຖ້ວນ ແລະ ເປັນລະບົບ, ມີການບຳລຸງກໍ່ສ້າງສືບທອດປ່ຽນແທນຢ່າງເໝາະສົມ; ການປັບປຸງຄຸນນະພາບວຽກງານຄົ້ນຄວ້າວິທະຍາສາດ ຕ້ອງສົມທົບແໜ້ນລະຫວ່າງການຈັດຕັ້ງປະຕິບັດໂຄງການຢ່າງເຂັ້ມງວດ ກັບການຍົກລະດັບຄວາມຮູ້ ຄວາມສາມາດທາງດ້ານວິຊາການຂອງນັກຄົ້ນຄວ້າໃຫ້ສູງຂຶ້ນ, ມີຈຸດສຸມ, ມີກົນໄກທີ່ເໝາະສົມ ແລະ ສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພິ່ງຕົນເອງ, ເປັນເຈົ້າຕົນເອງ, ມີການຮ່ວມມື ແລະ ມີລະບົບເຄືອຂ່າຍຄົ້ນຄວ້າທີ່ມີຄວາມເຂັ້ມແຂງ ສາມາດສະໜອງຂໍ້ມູນຂ່າວສານ, ຜົນງານຄົ້ນຄວ້າ ແລະ ແລກປ່ຽນບົດ ຮຽນທາງດ້ານວິຊາການຢູ່ພາຍໃນ ແລະ ຕ່າງປະເທດກວ້າງຂວາງຍິ່ງຂຶ້ນ ຮັບປະກັນໃຫ້ສະຖາບັນກາຍເປັນຄັງປັນຍາທີ່ເຂັ້ມແຂງຂອງພັກ ແລະ ລັດຖະບານຢ່າງແທ້ຈິງ.
ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກ ຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງຕາມມາດຕະຖານເງື່ອນໄຂທີ່ກຳນົດໄວ້ ເຊິ່ງມີຜູ້ຮັບສະໝັກເລືອກຕັ້ງທັງໝົດ 13 ສະຫາຍ, ເລືອກເອົາ 11 ສະຫາຍ. ໃນກອງປະຊຸມຄົບຄະນະຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ເປັນເອກະສັນກັນເລືອກເອົາເລຂາ, ຮອງເລຂາຄະນະພັກ ດັ່ງນີ້: ເລືອກເອົາຄະນະປະຈໍາພັກ 3 ສະຫາຍ, ເລືອກເອົາ ສະຫາຍ ກອງແກ້ວ ໄຊສົງຄາມ ເປັນເລຂາຄະນະພັກ; ສະຫາຍ ສະຖາບັນດິດ ອິນສີຊຽງໃໜ່ ເປັນຮອງເລຂາຄະນະພັກ; ເລືອກເອົາ ສະຫາຍ ໄຊສົງຄາມ ມະໂນທໍາ ເປັນປະທານກວດກາພັກ; ສະຫາຍ ບຸນລັດ ແກ້ວອາສາ ເປັນຮອງປະທານກວດກາ ແລະ ສະຫາຍ ຄໍາປະເສີດ ທໍາມະວົງ ເປັນຄະນະກວດກາ.
ໂອກາດນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ໂອ້ລົມໃຫ້ທິດຊີ້ນໍາຕໍ່ຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ເຊິ່ງສະຫາຍໄດ້ຕີລາຄາສູງຕໍ່ຄະນະພັກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ທີ່ໄດ້ມີຄວາມເອົາໃຈໃສ່ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ ເຂົ້າສູ່ວຽກງານຂະແໜງການຂອງຕົນ ໂດຍສະເພາະແມ່ນ ໄດ້ການຄົ້ນຄວ້າວິທະຍາສາດເສດຖະກິດ ແລະ ສັງຄົມ ຮັບໃຊ້ເຂົ້າໃນການຄົ້ນຄວ້າທິດສະດີຂອງພັກ, ຊຸກຍູ້ການປະຕິບັດແຜນພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດຂອງລັດ ພ້ອມນີ້, ຜູ້ແທນກອງປະຊຸມ ຈະຕ້ອງໄດ້ກຳແໜ້ນບາງບັນຫາສໍາຄັນ ເປັນຕົ້ນ ຄະນະພັກຊຸດໃໝ່ ຕ້ອງເພີ່ມທະວີການສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ສະມາຊິກພະນັກງານ, ນັກຄົ້ນຄວ້າ, ນັກວິທະຍາສາດ ໃຫ້ຮັບຮູ້ເຂົ້າໃຈເຖິງແນວທາງນະໂຍບາຍຂອງພັກ, ກົດລະບຽບ, ກົດໝາຍ ແລະ ລະບຽບການຕ່າງໆ; ປັບປຸງການຈັດຕັ້ງພັກແຕ່ລະຂັ້ນໃຫ້ເຂັ້ມແຂງ, ຄົບຖ້ວນ ແລະ ແລະ ມີຫຼາຍຮຸ່ນ ເພື່ອກໍ່ສ້າງຮຸ່ນສືບທອດ ປ່ຽນແທນ, ປັບປຸງກົງຈັກ, ຕຳແໜ່ງງານ ໃຫ້ກະທັດຮັດ, ມີປະສິດທິພາບ, ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງ ແລະ ປະຕິບັດໜ້າທີ່ວຽກງານຢ່າງມີຜົນສຳເລັດ; ເອົາໃຈໃສ່ຕິດຕາມກວດກາການຜັນແປ ຂອງສະພາບແນວຄິດຂອງສະມາຊິກພັກ, ພະນັກງານລັດຖະກອນ ເພື່ອມີວິທີການນໍາພາ, ແກ້ໄຂທີ່ຖືກຕ້ອງ ແລະ ທັນການ ກໍ່ສ້າງສະມາຊິກພັກ ພະນັກງານມີຄວາມປອດໃສ ເຂັ້ມແຂງ ແລະ ໜັກແໜ້ນຍິ່ງຂຶ້ນ; ຄະນະພັກຊຸດໃໝ່ ຕ້ອງຢຶດໝັ້ນຫຼັກການຂອງພັກຢ່າງໜັກແໜ້ນ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ມີການແບ່ງໜ້າທີ່ຄວາມຮັບຜິດຊອບຢ່າງລະອຽດ, ຈະແຈ້ງ, ປັບປຸງແບບແຜນວິທີນຳພາ-ວິທີເຮັດວຽກໃຫ້ຮັດກຸມ, ມີປະສິດທິພາບ; ເອົາໃຈໃສ່ວຽກງານຕິດຕາມ-ກວດກາພັກ, ກວດກາລັດ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃຫ້ເປັນປົກກະຕິ, ຮັກສາມູນເຊື້ອອັນດີ ແລະ ເສີມຂະຫຍາຍຜົນສໍາເລັດດ້ານການຄົ້ນຄວ້າໃຫ້ຍິ່ງໃຫຍ່ກວ່າເກົ່າ, ຕ້ອງຖືສຳຄັນ ແລະ ເອົາໃຈໃສ່ໃນການບຳລຸງກໍ່ສ້າງພະນັກງານບຸກຄະລາກອນໃຫ້ມີລະດັບຄວາມຮູ້ ຄວາມ ສາມາດສູງ ເພື່ອກໍ່ສ້າງຖັນແຖວນັກຄົ້ນຄວ້າ, ນັກຊ່ຽວຊານ, ນັກວິທະຍາສາດ ໃຫ້ມີຄວາມເຂັ້ມແຂງ, ສາມາດຄົ້ນຄວ້າທາງດ້ານທິດສະດີ, ພຶດຕິກຳ ແລະ ການປະຍຸກນໍາໃຊ້ ຮັບໃຊ້ການວາງແຜນ ແລະ ຈັດຕັ້ງປະຕິບັດໃຫ້ສຳເລັດຜົນ, ເພີ່ມທະວີການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດ, ພາກພື້ນ ແລະ ສາກົນ ໃຫ້ກວ້າງຂວາງ, ເລິກເຊິ່ງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















