ປະກາດການອະນຸມັດໃຫ້ພະນັກງານ ຢູ່ ວຕກ ພັກການຮັບເບ້ຍບໍານານ
ເວລາອອກຂ່າວ: 2025-09-03 15:07:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1158 | ຄວາມນິຍົມ: ![]()
ວັນທີ 2 ກັນຍາ 2025 ນີ້, ວິທະຍາຄານເຕັກນິກການທະຫານ ໄດ້ປະກາດຂໍ້ຕົກລົງ ກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ພະນັກງານ ຢູ່ວຕກ ພັກການຮັບເບ້ຍບໍານານ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ຫົວໜ້າການເມືອງ ວຕກ, ມີຄະນະພັກ-ຄະນະອໍານວຍການ, ພະແນກການກ່ຽວຂ້ອງ ແລະ ພະນັກງານທີ່ພັກການຮັບເບ້ຍບໍານານເຂົ້າຮ່ວມ.
ສະຫາຍ ພັນໂທ ສົມສຸກ ແກ້ວຄໍາພົນ ຫົວໜ້າພະແນກພະນັກງານ ວຕກ ໄດ້ຂຶ້ນຜ່ານຂໍ້ຕົກລົງ ກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານຢູ່ ວຕກ ພັກການຮັບເບ້ຍບໍານານ. ກະຊວງປ້ອງກັນປະເທດ ຕົກລົງເຫັນດີອະນຸມັດ ໃຫ້ພະນັກງານຢູ່ ວຕກ ຈໍານວນ 1 ສະຫາຍ ພັກການເພື່ອກຽມຮັບເບ້ຍບໍານານ ຄື: ສະຫາຍ ພັນໂທ ຄຳຫວັນ ທຳມະວົງ ຫົວໜ້າສູນທົດລອງເຝິກຫັດ ວຕກ ພັກການເພື່ອກຽມຮັບເບ້ຍບໍານານ.
ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ໄດ້ຕີລາຄາ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ຜົນງານການປະກອບສ່ວນອັນສໍາຄັນ ຂອງສະຫາຍພະນັກງານຜູ້ຮັບບຳນານຄັ້ງນີ້ ທີ່ໄດ້ຄຽງບ່າຄຽງໄຫຼ່ ອຸທິດເຫື່ອແຮງສະຕິປັນຍາ ປະກອບສ່ວນຈັດຕັ້ງປະຕິບັດໜ້າທີ່ເຂົ້າໃນວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕະຫຼອດໄລຍະຜ່ານມາ ໂດຍສຸມໃສ່ພາລະກິິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເວົ້າສະເພາະແມ່ນໄດ້ມີຜົນງານໃນຂະບວນການສິດສອນ ໃນຖານະເປັນແມ່ພິມຂອງຊາດ ແລະ ຄຸນງາມຄວາມດີພົ້ນເດັ່ນຫຼາຍດ້ານໃນ ວຕກ, ທັງເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານ-ນັກຮົບ ຮຸ່ນສືບທອດ ໃນການປະຕິບັດໜ້າທີ່ປິ່ນອ້ອມຂອງກົມກອງ, ກອງທັບ ຕາມການຈັດຕັ້ງມອບໝາຍຂອງຂັ້ນເທິງມີຜົນສໍາເລັດຫຼາຍດ້ານ.
ໂດຍ: ເພັດນາລີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















