ປະກາດການແຕ່ງຕັ້ງ ຂັ້ນນໍາພາ-ບັນຊາ ກອງຜະລິດກະສິກຳ ເລກ 2 ກອງທັບ
ເວລາອອກຂ່າວ: 2025-09-03 14:30:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1297 | ຄວາມນິຍົມ: ![]()
ພິທີ ປະກາດການແຕ່ງຕັ້ງ ຂັ້ນນໍາພາ-ບັນຊາ ກອງຜະລິດກະສິກຳ ເລກ 2 ກອງທັບ ໄດ້ຈັດຂຶ້ນໃນວັນທີ 3 ກັນຍາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ກໍາມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະກົມຜະລິດກະສິກຳ, ຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ, ຄະນະພັກ-ຄະນະບັນຊາ ແລະພະນັກງານ-ນັກຮົບເຂົ້າຮ່ວມ.
ສະຫາຍ ພັນເອກ ທອງຈັນ ພົງສີພັນ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງພະນັກງານຂັ້ນນໍາພາ-ບັນຊາ ກອງຜະລິດກະສິກຳເລກ 2 ກອງທັບ, ອີງຕາມ ກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອີງຕາມ ທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາໃນກໍາລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ອີງຕາມ ການສະເໜີ ຂອງກົມໃຫຍ່ພະລາທິການກອງທັບ, ອີງຕາມ ການຄົ້ນຄວ້າ ແລະ ນໍາສະເໜີ ຂອງກົມໃຫຍ່ການເມືອງກອງທັບ ໃນນັ້ນ, ຕົກລົງແຕ່ງຕັ້ງ ສະຫາຍ ພັັນໂທ ບຸນນຳ ພິມພະຈັນ ເປັນຫົວໜ້າກອງຜະລິດກະສິກໍາ ເລກ 2 ກອງທັບ, ສະຫາຍ ພັນໂທ ສີສະມຸດ ອິນທະລັງສີ ເປັນຮອງຫົວໜ້າກອງ ຮັບຜິດຊອບວຽກງານການເມືອງ ແລະ ບໍລິຫານ, ສະຫາຍ ພັນໂທ ນາງ ບົວວັນ ບົວສະຫວັນ ເປັນຫົວໜ້າພະແນກບໍລິຫານ, ສະຫາຍ ພັນຕີ ພຸດທະວົງ ອິດມອນຄຳ ເປັນຫົວໜ້າພະແນກແຜນການ-ສັງລວມ, ສະຫາຍ ພັນຕີ ອາສື ລາວລີ ເປັນຮອງຫົວໜ້າພະແນກແຜນການ-ສັງລວມ, ສະຫາຍ ພັນຕີ ສຸກັນ ແກ້ວດາວັນ ເປັນຮອງຫົວໜ້າພະແນກປູກຝັງ, ສະຫາຍ ພັນຕີ ນາງ ວັນເພັງ ໄຊມຸນຕີ ເປັນຮອງຫົວໜ້າພະແນກການເມືອງ ແລະ ສະຫາຍ ຮ້ອຍເອກ ແມັກ ພົມມະຈັນ ເປັນຮອງຫົວໜ້າພະແນກບໍລິຫານ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ໃນຄັ້ງນີ້, ຈົ່ງເອົາໃຈໃສ່ຖືເປັນສໍາຄັນຕໍ່ວຽກງານສຶກສາອົບຮົມການເມືອງ-ພານໍາແນວຄິດເປັນກົກ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ມີຄຸນທາດການເມືອງໜັກແໜ້ນ, ຄຸນສົມບັດ ສິນທໍາປະຕິວັດ, ຄວາມຈົງຮັກພັກດີຕໍ່ປະເທດຊາດ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ ແລະ ກອງທັບ, ມີນໍ້າໃຈເສຍສະຫຼະເພື່ອຜົນປະໂຫຍດສ່ວນລວມ, ປະຕິບັດ ແລະ ເຄົາລົບລະບຽບກົດໝາຍຂອງພັກ-ລັດ, ມະຕິ, ຄໍາສັ່ງ, ຂໍ້ກໍານົດ, ກົດລະບຽບຕ່າງໆ ຂອງກອງທັບ ວາງອອກຢ່າງເຂັ້ມງວດ, ຕ້ານ ແລະ ແກ້ໄຂທຸກປະກົດການຫຍໍ້ທໍ້ທີ່ຈະເກີດຢູ່ໃນກົມກອງ, ເສີມຂະຫຍາຍດ້ານຫົວຄິດປະດິດສ້າງຂອງຕົນເອງຢ່າງແຂງແຮງເຂົ້າໃນວຽກງານວິຊາສະເພາະທີ່ການຈັດຕັ້ງມອບໝາຍ, ບົນພື້ນຖານປະຕິບັດຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ແບ່ງວຽກງານໃຫ້ບຸກຄົນຮັບຜິດຊອບລະອຽດຈະແຈ້ງ ແລະ ເຮັດສໍາເລັດທຸກໜ້າທີ່ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ໂດຍ: ຄໍາປະສົງ ລາດຊະວົງ
ພາບໂດຍ: ວິຊາການກົມກອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















