ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 24 ມັງກອນ 2026

  

ກອງພົນທີ 2 ເຝິກຊ້ອມແລ່ນເຮືອກູ້ໄພ
ເວລາອອກຂ່າວ: 2025-09-03 14:22:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1209 | ຄວາມນິຍົມ:



ວັນທີ 3 ກັນຍາ 2025 ນີ້, ກອງພົນທີ 2 ໄດ້ຈັດຕັ້ງເຝິກຊ້ອມແລ່ນເຮືອກູໄພ ປະຈໍາປີ 2025 ຢູ່ທີ່ແມ່ນໍ້າຮຸ່ງ ເມືອງໄຊຍະບູລີ, ແຂວງໄຊຍະບູລີ ໂດຍການເປັນປະທານ ຂອງສະຫາຍ ພັນເອກ ອຸ່ນເຕົ່າ ໄຊບະຄຸນ ຫົວໜ້າຫ້ອງເສນາທິການກອງພົນທີ 2, ມີພະແນກການທີ່ຂ້ອງ, ຄູອາຈານ ແລະ ນັກເຝິກອົບຮົມມາຈາກກອງພັນ 567 ເຫຼົ່າຮົບຊ່າງແສງກອງພົນທີ 2 ເຂົ້າຮ່ວມ . ການເຝິກຊ້ອມໃນຄັ້ງນີ້ ເເນໃສ່ໃຫ້ພະນັກງານ-ນັກຮົບ ວິຊາສະເພາະ ໄດ້ຮູ້ວິທີນໍາໃຊ້ຈັກເຮືອ ໃຫ້ມີຄວາມສໍານິສໍານານ ໃນການຂັບຂີ່ເຮືອກູ້ໄພ ເພື່ອຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນເມື່ອມີຄໍາສັ່ງຈາກຂັ້ນເທິງໃນຍາມເກີດໄພພິບັດທາງທຳມະຊາດ ແລະ ເພື່ອຍົກລະດັບຄວາມຮູ້ຄວາມສາມາດໃຫ້ພະນັກງານ-ນັກຮົບ ນັກວິຊາສະເພາະຮູ້ຈັກເຕັກນິກການຄຸ້ມຄອງ , ປົກປັກຮັກສາ ແລະ ຮູ້ວິທີນໍາໃຊ້ເຮືອກູ້ໄພໄດ້ຢ່າງຄ່ອງແຄ້ວ ກໍາແໜ້ນທາງດ້ານຫຼັກການ, ຮັບປະກັນຄວາມປອດໄພ 100%. ສະຫາຍ ພັນເອກ ອຸ່ນເຕົ່າ ໄຊຍະຄຸນ ໄດ້ມີຄໍາເຫັນເນັ້ນໜັກໃຫ້ນັກຂັບຂີ່ແຕ່ລະສະຫາຍຕ້ອງຍົກສູງນໍ້າໃຈຮັບຜິດຊອບຕໍ່ໜ້າທີ່ ວຽກງານຂອງຕົນທີ່ໄດ້ຮັບມອບໝາຍຈາກຂັ້ນເທິງ, ມີຄວາມພ້ອມ ແລະ ຮັບປະກັນຄວາມປອດໄພ 100% ໃນເວລາປະຕິບັດໜ້າທີຕົວຈິງ, ເອົາໃຈໃສ່ບົວລະບັດຮັກສາພາຫະນະໃຫ້ນໍາໃຊ້ໄດ້ປົກກະຕິ ຮັບປະກັນຄວາມພ້ອມໃນການປະຕິບັດໜ້າທີ່ເມື່ອມີສະພາບເກີດຂຶ້ນໃຫ້ທັນເວລາ. ໂດຍ: ສຸວັນໂນ ທະລັງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ