ຍຸງລາຍ ອັນຕະລາຍຍິ່ງກວ່າເສືອ
ເວລາອອກຂ່າວ: 2025-09-03 14:12:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1306 | ຄວາມນິຍົມ: ![]()
ໃນສັງຄົມປັດຈຸບັນ, ຄົນເຮົາບໍ່ສາມາດຮັບຮູ້ໄດ້ວ່າ ມີພະຍາດຫຼາຍຊະນິດທີ່ເກີດຂຶ້ນ ເຊິ່ງພະຍາດຕ່າງໆ ເຫຼົ່ານັ້ນ ລ້ວນແຕ່ມີຜົນສະທ້ອນເຖິງຊີວິດການເປັນຢູ່ ຂອງຄົນເຮົາ ສະນັ້ນ, ພວກເຮົາຕ້ອງຮັກສາສຸຂະພາບໃຫ້ແຂງແຮງ ຢູ່ສະເໝີ.
ສຸຂະພາບຮ່າງກາຍຂອງຄົນເຮົາ ເປັນສິ່ງທີ່ສໍາຄັນທີ່ສຸດໃນການດໍາລົງຊີວິດຢູ່ໃນສັງຄົມ ການມີສຸຂະພາບທີ່ແຂງແຮງ ເປັນປັດໄຈສໍາຄັນໃນການປະຕິບັດວຽກງານຕ່າງໆ ດັ່ງນັ້ນ, ພວກເຮົາຕ້ອງຮູ້ຈັກວິທີການຮັກສາຮ່າງກາຍຂອງຕົນເອງໃຫ້ແຂງແຮງຢູ່ເລື້ອຍໆ ເພື່ອຫຼີກເວັ້ນການເຂົ້າທໍາລາຍ ຂອງເຊື້ອພະຍາດຕ່າງໆ ໜຶ່ງໃນນັ້ນ, ແມ່ນພະຍາດໄຂ້ຍຸງລາຍ ທີ່ເກີດຂຶ້ນຢູ່ຫຼາຍປະເທດໃນໂລກ ໂດຍສະເພາະແມ່ນປະເທດລາວ ພະຍາດນີ້, ມີຄວາມອັນຕະລາຍຫຼາຍ ສາມາດຂ້າຊີວິດ ຂອງມວນມະນຸດມາຫຼາຍແສນຄົນ ເຊິ່ງພະຍາດໄຂ້ຍຸງລາຍ ສາມາດແພ່ຈາກຄົນສູ່ຄົນ ໂດຍຜ່ານຍຸງລາຍເປັນພາຫະນໍາເຊື້ອ, ມີອາການຄ້າຍຄືໄຂ້ຫວັດ ແກ່ຍາວເປັນເວລາ 2-7 ມື້, ໄຂ້ຍຸງລາຍຈະປະກົດອາການພາຍຫຼັງ 4-10 ມື້ ຫຼັງຈາກຖືກຍຸງກັດ. ອາການທົ່ວໄປ ຂອງໄຂ້ຍຸງລາຍ ຈະມີໄຂ້ສູງ, ຕ່ອມນ້ຳເຫຼືອງໃຫຍ່, ປວດຕາມຂໍ່ກະດູກ, ກ້າມຊີ້ນ, ມີຜື່ນຕາມຕົນໂຕ, ເຈັບຫົວ, ປວດຮາກ, ຮາກ, ປວດກະໂບງຕາ. ອາການຮ້າຍແຮງແມ່ນຫາຍໃຈໄວ, ຮາກຫຼາຍເທື່ອ, ເຈັບໜ້າເອິກ, ເລືອດອອກຕາມເຟັນແຂ້ວ, ເມື່ອຍແຮງ, ຮາກປົນເລືອດ. ຖ້າມີອາການເຫຼົ່ານີ້, ຄວນໄປພົບແພດຢູ່ໂຮງໝໍ ຫຼື ສຸກສາລາ ໃກ້ບ້ານຢ່າງຮີບດ່ວນ. ສ່ວນກຸ່ມທີ່ມີຄວາມສ່ຽງສູງ ສຳລັບພະຍາດໄຂ້ຍຸງລາຍຮຸນແຮງໄດ້ແກ່: ແມ່ຍິງຖືພາ, ເດັກນ້ອຍອາຍຸຕ່ຳກວ່າ 1 ປີ, ຜູ້ສູງອາຍຸ, ຜູ້ທີ່ມີພະຍາດປະຈຳຕົວເຊັ່ນ: ພະຍາດເບົາຫວານ, ພະຍາດໝາກໄຂ່ຫຼັງ ແລະ ພະຍາດຫົວໃຈ. ພະຍາດໄຂ້ຍຸງລາຍອັນຕະລາຍກວ່າສັດຮ້າຍບາງຊະນິດອີກດ້ວຍ ດັ່ງຄໍາເວົ້າທີ່ວ່າ: “ຍຸງລາຍ ອັນຕະລາຍຍິ່ງກວ່າເສືອ”.
ຕໍ່ບັນຫາດັ່ງກ່າວ, ພັກ ແລະ ລັດຖະບານ ກໍຄືກະຊວງສາທາລະນະສຸກ ໄດ້ເອົາໃຈໃສ່ວາງມາດຕະການຄວບຄຸມ ໂດຍສະພາະການທໍາລາຍແຫຼ່ງເພາະພັນຂອງຍຸງລາຍ, ປ່ອຍຍຸງໂວບັກເຄຍ ເພື່ອຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍ ແລະ ມອບໃຫ້ຊຸມຊົນຈັດຕັ້ງປະຕິບັດຕາມມາດຕະການ 5 ປ ຄື: ປິດຝາພາຊະນະເກັບນໍ້າ ໃນເຮືອນ ແລະ ນອກເຮືອນ; ປ່ຽນນໍ້າໃນພາຊະນະຕ່າງໆ ເຊັ່ນ: ເຕົ້າດອກໄມ້, ຝາຮອງຕີນຕູ້; ປ່ອຍປາເພື່ອໃຫ້ກິນໜອນນໍ້າ; ປັບປຸງອະນາໄມສິ່ງແວດລ້ອມອ້ອມເຮືອນ ບໍ່ໃຫ້ມີກະໂປະ ກະປ໋ອງ ຫຼື ຢາງຕີນລົດເກົ່າທີ່ມີນໍ້າຂັງ; ປະຕິບັດເປັນນິໄສເປັນປະຈໍາທຸກໆ ອາທິດ... ພ້ອມນັ້ນ, ກໍເອົາໃຈໃສ່ໂຄສະນາເຜີຍແຜ່ໃຫ້ແຕ່ລະຄອບຄົວຫັນມາເອົາໃຈໃສ່ໃນການຮັກສາຄວາມສະອາດ ຖາງຫຍ້າຕາມເດີ່ນບ້ານ, ເຮືອນຊານບ້ານຊ່ອງ, ບ່ອນທີ່ມີນໍ້າຂັງນຳກະໂປະ-ກະປ໋ອງ, ຮ່ອງນ້ຳ, ຖັງນ້ຳ ອ່າງເກັບນ້ຳ ແລະ ອື່ນໆ...
ໂດຍ: ສຸພາພອນ ລາດສີເມືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















