ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 19 ມັງກອນ 2026

  

ໂຮງຮຽນທິດສະດີການເມືອງກອງທັບ ສະຫຼຸບຕີລາຄາການຈັດຕັ້ງ, ກໍ່ສ້າງພັກ ປະຈຳ 6 ເດືອນຕົ້ນປີ 2025
ເວລາອອກຂ່າວ: 2025-09-03 14:06:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1172 | ຄວາມນິຍົມ:



ວັນທີ 3 ກັນຍາ 2025 ນີ້, ໂຮງຮຽນທິດສະດີການເມືອງກອງທັບ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງ, ກໍ່ສ້າງພັກ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2025, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ປອ ທິມສາວ ດວງຈຳປາ ເລຂາຄະນະພັກ, ຫົວໜ້າການເມືອງ ໂຮງຮຽນທິດສະດີການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ປອ ບຸນທັນ ທັນທະລີມາ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ໂຮງຮຽນທິດສະດີການເມືອງກອງທັບ, ມີຄະນະພັກ- ຄະນະອຳນວຍການ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ຕະຫຼອດຮອດພະນັກງານສະມາຊິກພັກທົ່ວໂຮງຮຽນເຂົ້າຮ່ວມ. ສະຫາຍ ພັນໂທ ພູວັນ ທິບພະວົງ ກຳມະການຄະນະພັກ, ຮອງຫົວໜ້າການເມືອງ ໂຮງຮຽນທິດສະດີການເມືອງກອງທັບ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງ, ກໍ່ສ້າງພັກ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ໃຫ້ຮູ້ວ່າ: ຜ່ານມາ, ຄະນະພັກ ໄດ້ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ສະມາຊິກພັກ, ພະນັກງານ ຄູ-ອາຈານ ດ້ວຍຫຼາຍຮູບການເປັນຕົ້ນແມ່ນໃນການສຶກສາຮຽນຮູ້ທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ໄດ້ສຸມໃສ່ປັບປຸງພື້ນຖານໂຄງລ່າງ, ໂຄງການຫຼັກສູດການຮຽນ-ການສອນ ຂອງບັນດາຫົວບົດວິທະຍາສາດເຂົ້າສູ່ລະບົບ ສາມາດຮັບຮອງການຮຽນ-ການສອນທາງດ້ານທິດສະດີການເມືອງ, ການທະຫານ, ເຫຼົ່າຮົບວິຊາສະເພາະ, ຫັນເອົາແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ກົດໝາຍຂອງລັດ, ສຶກສາອົບຮົມໃຫ້ເຫັນໄດ້ອຸດົມການທາງດ້ານການເມືອງ, ຈັດຕັ້ງພະນັກງານສະມາຊິກພັກເຂົ້າຮ່ວມຮັບຟັງການປາຖະກະຖາມູນເຊື້ອວັນສຳຄັນຕ່າງໆ, ດໍາເນີນຊີວິດການເມືອງທີ່ສໍາຄັນຂອງສະມາຊິກພັກ, ໜ່ວຍພັກ ເພື່ອຕີລາຄາຕໍານິຕິຊົມຕົນເອງ, ຕິຊົມເຊິ່ງກັນ ແລະ ກັນ ເພື່ອເສີມຂະຫຍາຍລະບອບປະຊາທິປະໄຕພາຍໃນພັກ ແລະ ທັງເປັນການປັບປຸງແກ້ໄຂຈຸດອ່ອນ ຂໍ້ຄົງຄ້າງ ແລະ ເສີມຂະຫຍາຍຈຸດດີ ໃຫ້ໄດ້ພັກປອດໃສ ເຂັ້ມແຂງ ໜັກແໜ້ນຂຶ້ນເລື້ອຍໆ; ຈັດຕັ້ງອະນຸກຳມະການ ເຄື່ອນໄຫວຊຸກຍູ້ ແລະ ກວດກາຕີລາຄາແຕ່ລະໜ່ວຍພັກກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຕິດພັນກັບກອງ 3 ປອດ, ກົມກອງວັດທະນະທໍາ-ນັກຮົບວັດທະນະທຳ, ໜ່ວຍຊາວ ໜຸ່ມ 4 ບຸກ, ໜ່ວຍສະຫະພັນແມ່ຍິງ 3 ດີ ທົ່ວຄະນະພັກ ໂຮງຮຽນທິດສະດີການເມືອງກອງທັບ ປະຈໍາປີ 2025, ປັດຈຸບັນ ມີສະມາຊິກພັກ ທັງໝົດ 390 ສະຫາຍ, ຍິງ 58 ສະຫາຍ, ສໍາຮອງ 20 ສະຫາຍ, ຍິງ 3 ສະຫາຍ; ຮັບສະມາຊິກພັກຍົກຍ້າຍເຂົ້າມາໃໝ່ 3 ສະຫາຍ; ສະມາຊິກ ພັກຍົກຍ້າຍໄປກົມກອງໃໝ່ 12 ສະຫາຍ, ນັກສຶກສາຮຽນຈົບ ສົກຮຽນ 2024-2025 ມີ 104 ສະຫາຍ, ອອກອຸດໜູນບຳນານ 9 ສະຫາຍ ແລະ ອອກອຸດໜູນບຳເນັດ 1 ສະຫາຍ ລວມຍົກ ຍ້າຍອອກທັງໝົດ 126 ສະຫາຍ. ຕີລາຄາແບ່ງປະເພດສະມາຊິກພັກ ແຂງ 358 ສະຫາຍ ເທົ່າກັບ 91,79%, ກາງ 3 ສະຫາຍ ເທົ່າກັບ 0,76%; ບໍ່ໄດ້ແບ່ງປະເພດ 27 ສະຫາຍ ເທົ່າກັບ 6,92% ຂອງຈຳນວນສະມາຊິກພັກທັງໝົດ, ມອບ-ຮັບ ບັດສະມາຊິກພັກໃຫ້ສະມາຊິກພັກສົມບູນ ຊຸດທີ 3 ແລະ ຊຸດທີ 4 ທົ່ວຄະນະພັກ ໂຮງຮຽນທິດສະດີການເມືອງກອງທັບ ລວມ 93 ສະຫາຍ, ຍິງ 19 ສະຫາຍ. ໂດຍ ອະວິໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ