ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 18 ເມສາ 2026

  

ຄະນະນຳແຂວງຄຳມ່ວນ ອວຍພອນ ກອງປະຕິບັດງານພິເສດ 589 ສສ ຫວຽດນາມ
ເວລາອອກຂ່າວ: 2025-09-03 09:58:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1597 | ຄວາມນິຍົມ:



ວັນທີ 2 ກັນຍາ 2025 ນີ້, ຄະນະນໍາແຂວງຄໍາມ່ວນ ນໍາໂດຍສະຫາຍ ປອ ແກ້ວ ອຸດອນ ບຸດສິງຂອນ ຮອງເຈົ້າແຂວງໆຄຳມ່ວນ, ຫົວໜ້າຄະນະປະຕິບັດງານພິເສດແຂວງ ແລະ ສະຫາຍ ພັນເອກ ສີສົມພູ ແກ້ວບຸນລ້ອມ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຄຳມ່ວນ ພ້ອມຄະນະ ໄດ້ນຳເອົາກະຕ່າດອກໄມ້ ແລະ ກະຕ່າຂອງຂວັນ ເຂົ້າຢ້ຽມຢາມ ແລະ ອວຍພອນກອງປະຕິບັດງານພິເສດ 589 ກອງບັນຊາການທະຫານແຂວງກວາງຈິ ສສ ຫວຽດນາມ ເນື່ອງໃນໂອກາດວັນຊາດຫວຽດນາມ ຄົບຮອບ 80 ປີ (ວັນທີ່ 2 ກັນຍາ 1945–2 ກັນຍາ 2025) ຢູ່ບ້ານໂພນສີທ່າ ເມືອງທ່າແຂກ ແຂວງຄໍາມ່ວນ ໂດຍໃຫ້ກຽດຕ້ອນຮັບຂອງສະຫາຍ ພັນຕີ ເຈິ່ນ ວັນ ຮວ່າງ ຕາງໜ້າຄະນະພັກ -ຄະນະບັນຊາ ພະນັກງານ-ວິຊາສະເພາະກອງປະຕິບັດງານພິເສດ 589 ພ້ອມຄະນະ. ສະຫາຍ ປອ ແກ້ວອຸດອນ ບຸດສິງຂອນ ໄດ້ຕາງໜ້າໃຫ້ການນຳຂັ້ນແຂວງ, ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບ ທົ່ວທະຫານແຂວງຄຳມ່ວນ ກ່າວສະແດງຄວາມປິຕິຍິນດີຢ່າງສູງ ຕໍ່ການກຳເນີດເຕີບໃຫຍ່ຂອງສາທາລະນະລັດສັງຄົມນິຍົມຫວຽດນາມ ຕະຫຼອດໄລຍະ 80 ປີ ຜ່ານມາ ພ້ອມທັງກ່າວສະແດງຄວາມຢື້ຢາມຖາມຂ່າວ ແລະ ອວນພອນໄຊມາຍັງຄະນະພັກ - ຄະນະບັນຊາ ກອງປະຕິບັດງານພິເສດ 589 ສສ ຫວຽດນາມ ຈົ່ງມີສຸຂະພາບແຂງແຮງ, ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານທີ່ພັກ-ລັດມອບໝາຍໃຫ້ ໂດຍສະເພາະມີຄວາມສຳເລັດໃນການຊອກຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ພື້ນທີ່ແຂວງຄຳມ່ວນ ໃຫ້ສຳເລັດຕາມແຜນການ ແລະ ຄາດໝາຍທີ່ວາງໄວ້, ທັງນີ້ ກໍ່ເພື່ອເປັນການເພີ່ມພູນຄູນສ້າງ ແລະ ຮັດແໜ້ນຄວາມສາມັກຄີແບບພິເສດລະຫວ່າງ ແຂວງຄຳມ່ວນ ກັບ ແຂວງກວາງຈິເວົ້າລວມ, ເວົ້າສະເພາະ ກອງບັນຊາການທະຫານແຂວງຄຳມ່ວນ ກັບ ກອງບັນຊາການທະຫານແຂວງກວາງຈິ ໃຫ້ນັບມື້ແໜ້ນແຟ້ນຂຶ້ນເລື້ອຍໆ. ໂດຍ: ລາກີ ພົມມີສິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ