ກອງພົນທີ 3 ມອບເງິນນະໂຍບາຍຊົດເຊີຍ ໃຫ້ນາຍທະຫານ ພັກການຮັບບຳນານ
ເວລາອອກຂ່າວ: 2025-09-03 09:37:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1152 | ຄວາມນິຍົມ: ![]()
ວັນທີ 2 ກັນຍາ 2025 ນີ້, ກອງພົນທີ 3 ໄດ້ຈັດພິທີມອບເງິນນະໂຍບາຍຊົດເຊີຍ ໃຫ້ນາຍທະຫານພັກການຮັບບຳນານ, ເຊິ່ງເງິນທີ່ນຳມາມອບໃນຄັ້ງນີ້ເປັນເງິນນະໂຍບາຍຊົດເຊີຍ 10% ມີ 1 ສະຫາຍ ແລະ 5% ມີ 15 ສະຫາຍ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ ຫົວໜ້າການເມືອງ ກອງພົນທີ 3, ມີສະຫາຍ ພັນໂທ ສົມລິດ ບົວໄຂຄໍາ ຮອງຫົວໜ້າຫ້ອງການເມືອງ, ມີພະແນການກ່ຽວຂ້ອງ ແລະ ບັນດາພະນັກງານນາຍທະຫານຜູ້ທີ່ພັກການຮັບບຳນານເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາສະຫາຍ ນາຍທະຫານຜູ້ທີ່ພັກການຮັບບໍານານໃນຊຸດນີ້ ທີ່ໄດ້ປະກອບສ່ວນເຫື່ອແຮງສະຕິປັນຍາທັງກາຍ ແລະ ໃຈ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍ່ຄືການປັບປຸງກໍ່ສ້າງກົມກອງຕະຫຼອດໄລຍະຜ່ານມາ, ພ້ອມທັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍນຳເອົາເງິນຈຳນວນດັ່ງກ່າວນີ້ ໄປນໍາໃຊ້ໃຫ້ເປັນປະໂຫຍດ ເຂົ້າໃນການສ້າງສາພັດທະນາເສດຖະກິດ ຄອບຄົວຂອງຕົນ ໃຫ້ມີຄວາມຈະເລີນກ້າວໜ້າມີຄວາມເຂັ້ມແຂງທາງດ້ານເສດຖະກິດ, ມີຊີວິດທີ່ດີຂຶ້ນກວ່າເກົ່າ, ມີຄວາມສາມັກຄີ, ປະກອບສ່ວນເຂົ້າໃນທຸກຄົງເຂດວຽກງານຕາມການ ມອບໝາຍຂອງອົງການປົກຄອງທ້ອງຖິ່ນ, ເປັນແບບຢ່າງໃນການຈັດຕັ້ງເຊື່ອມຊຶມແນວທາງຂອງພັກ, ປະຕິບັດກົດໝາຍຂອງລັດ, ເຄົາລົບນັບຖືຮີດຄອງປະເພນີຂອງບ້ານເມືອງ, ເປັນພົນລະເມືອງດີຂອງສັງຄົມ, ເປັນເຈົ້າການໂຄສະນາເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນເປັນເຈົ້າການ ເຮັດໜ້າທີປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຮັດໃຫ້ສະພາບພາຍໃນທ້ອງຖິ່ນມີຄວາມສະຫງົບເປັນພື້ນຖານ. ພ້ອມກັນນີ້, ຍັງໄດ້ມອບເງິນປຸກສ້າງຕື່ມອີກຈໍານວນໜຶ່ງ.
ໂດຍ: ຄໍາຜຸຍ ສີວິໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















