ຫ້ອງການ ກອງບັນຊາການທະຫານແຂວງໄຊຍະບູລີ ແຮກສ່ຽວກັບ ບ້ານນາເລົາ
ເວລາອອກຂ່າວ: 2025-09-03 09:13:37 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1098 | ຄວາມນິຍົມ: ![]()
ພິທີແຮກສ່ຽວລະຫວ່າງ ຫ້ອງການກອງບັນຊາການທະ ຫານແຂວງໄຊຍະບູລີ ກັບບ້ານນາເລົາ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 27 ສິງຫາ 2025 ນີ້, ໂດຍມີສະຫາຍ ຈັນເພັງ ອູ່ທອງຄຳ ຮອງເລຂາພັກເມືອງໄຊຍະບູລີ, ມີ ສະ ຫາຍ ພັນເອກ ຄຳຕັນ ແພງສີດາ ຫົວໜ້າຫ້ອງການ ກອງບັນຊາການທະຫານແຂວງໄຊຍະບູລີ, ມີສະຫາຍ ໂປນ ມີຈະເລີນ ນາຍ ບ້ານ ບ້ານນາເລົາ, ມີພາກສ່ວນທີ່ກ່ຽວຂ້ອງ, ອຳນາດການປົກຄອງ ບ້ານຕະຫຼອດຮອດພໍ່ແມ່ປະຊາ ຊົນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ໃນພິທີ ຕາງໜ້າໃຫ້ທັງສອງພາກສ່ວນ ໄດ້ພັດປ່ຽນກັນລາຍ ງານປະຫວັດຫຍໍ້, ທີ່ຕັ້ງ, ພາລະບົດບາດ, ສິດ- ໜ້າທີ່ ແລະ ສະ ພາບການໃນຂອບເຂດຮັບຜິດ ຊອບຂອງທັງສອງຝ່າຍໃຫ້ຮັບຊາບ. ຈາກນັ້ນ, ສະຫາຍ ພັນຕີ ບຸນທອນ ອານຸລັກ ຫົວໜ້າພະ ແນກຄົ້ນຄວ້າ-ສັງລວມ ຫ້ອງ ການ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຜ່ານບົດບັນທຶກຊ່ວຍຈຳການແຮກສ່ຽວ ລະຫວ່າງຫ້ອງການກອງບັນຊາການທະຫານແຂວງໄຊຍະບູລີ ກັບ ບ້ານນາເລົາ, ໂດຍອີງຕາມຂໍ້ຕົກລົງ ຂອງກະຊວງປ້ອງກັນ ປະເທດ ວ່າດ້ວຍການລົງກໍ່ສ້າງ ຮາກຖານການເມືອງຕາມມູນ ເຊື້ອ ແລະ ແຮກສ່ຽວລະຫວ່າງ ກອງທັບ ກັບອຳນາດການປົກ ຄອງທ້ອງຖິ່ນ, ອີງຕາມຂໍ້ຕົກລົງ ຂອງກອງບັນຊາການທະຫານແຂວງໄຊຍະບູລີ ວ່າດ້ວຍການຫັນເອົາກົມກອງລົງຮັບຜິດຊອບ ບັນດາບ້ານ ແລະ ຈັດຕັ້ງແຮກ ສ່ຽວກັບບ້ານປະຊາຊົນ ແລະ ຂໍ້ຕົກລົງຂອງສຳນັກງານປົກ ຄອງເມືອງໄຊຍະບູລີ ວ່າດ້ວຍການອະນຸມັດໃຫ້ບ້ານນາເລົາ ແຮກສ່ຽວກັບ ຫ້ອງການກອງບັນຊາການທະຫານແຂວງໄຊຍະບູລີ. ການແຮກສ່ຽວຄັ້ງນີ້ ກໍເພື່ອເປັນການຮັດແໜ້ນຄວາມສາມັກຄີໃຫ້ເປັນປຶກແຜ່ນ, ພ້ອມກັນຈັດຕັ້ງຜັນຂະຫຍາຍ 2 ໜ້າທີ່ໃຫຍ່ຍຸດທະສາດ ເວົ້າລວມ, ເວົ້າສະເພາະແມ່ນເສີມຂະຫຍາຍມູນ ເຊື້ອອັນດີງາມຂອງກອງທັບກັບປະຊາຊົນ ປຽບເໝືອນປາກັບນ້ຳ ທີ່ບໍ່ມີວັນຕັດຂາດຈາກກັນໄດ້, ເພື່ອຮ່ວມກັບອຳນາດການປົກຄອງບ້ານ ສຶກສາອົບ ຮົມການເມືອງ-ແນວຄິດ, ຊຸກ ຍູ້ຊ່ວຍເຫຼືອປະຊາຊົນ, ປຶກສາຫາ ລືສະກັດກັ້ນ ແລະ ແກ້ໄຂບັນດາ ປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະ ເກີດຂຶ້ນພາຍໃນບ້ານ ແລະ ແລກ ປ່ຽນບົດຮຽນຊ່ວຍເຫຼືອເຊິ່ງກັນ ແລະ ກັນໃຫ້ທັນກັບສະພາບການ.
ພ້ອມນີ້, ທັງສອງຝ່າຍ ໄດ້ເຊັນ ບົດບັນທຶກຊ່ວຍຈຳໃນການແຮກ ສ່ຽວ ແລະ ໄດ້ພ້ອມກັນຈັດພິທີບາສີສູ່ຂວັນຜູກແຂນອວຍພອນ ເຊິ່ງກັນ ແລະ ກັນ ຕາມຮີດຄອງປະເພນີຂອງລາວເຮົາ.
ຂ່າວ: ໄຊຍະສັກ ມະນີວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















