ກອງຮ້ອຍ 101 ເປີດອົບຮົມ-ຫັດແອບ ປັບປຸງລະບຽບແບບແຜນ ແລະ ວຽກງານກຽມພ້ອມສູ້ຮົບ
ເວລາອອກຂ່າວ: 2025-09-03 09:11:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1047 | ຄວາມນິຍົມ: ![]()
ວັນທີ 2 ກັນຍາ 2025 ນີ້, ກອງຮ້ອຍ 101 ກອງບັນຊາການທະຫານແຂວງເຊກອງ ໄດ້ເປີດຊຸດອົບຮົມ-ຫັດແອບ ການປັບປຸງລະບຽບແບບແຜນ, ວ່າດ້ວຍ 7 ລະບອບ 18 ວຽກໃນມື້ໜຶ່ງ ຂອງກອງທັບປະຊາຊົນລາວ ແລະ ວຽກງານກຽມພ້ອມສູ້ຮົບ ໄລຍະສັ້ນ ປະຈໍາປີ 2025 ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ທອງສີ ກຸນສະນະ ຫົວໜ້າການທະຫານກອງບັນຊາການທະຫານແຂວງເຊກອງ, ມີສະຫາຍ ພັນໂທ ລາດສະວົງ ແກ້ວດາສິນ ຮອງຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງເຊກອງ, ບັນດາສະຫາຍຄະນະຫ້ອງ, ພະແນກການທີ່ກ່ຽວຂ້ອງ ພ້ອມດ້ວຍຄະນະພັກ-ຄະນະບັນຊາກອງ
ຮ້ອຍ ແລະ ພະນັກງານ-ນັກຮົບທົ່ວກົມກອງເຂົ້າຮ່ວມ.
ສະຫາຍ ພັນໂທ ລາດສະວົງ ແກ້ວດາສິນ ຮອງຫົວໜ້ອງການເມືອງ ກອງບັນຊາການທະຫານແຂວງເຊກອງ ໄດ້ຜ່ານຂໍ້ຕົກລົງ ກອງບັນຊາການທະຫານແຂວງເຊກອງ ວ່າດ້ວຍການເປີດອົບຮົມໄລຍະສັ້ນປັບປຸງລະບຽບແບບແຜນ, ຂໍ້ກຳນົດ 7 ລະບອບ 18 ວຽກ ແລະ ວຽກງານກຽມພ້ອມສູ້ຮົບ ໃຫ້ກອງຮ້ອຍ 101, ໂດຍອີງຕາມຄຳສັ່ງຂອງກົມໃຫຍ່ເສນາທິການກອງທັບ, ວ່າດ້ວຍການອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກໃຫ້ບັນດາກົມກອງກໍາລັງຫຼວງ-ກໍາລັງທ້ອງຖິ່ນທົ່ວກອງທັບ, ອີງຕາມຄວາມເອກະພາບຂອງຄະນະພັກກອງບັນຊາການທະການແຂວງເຊກອງ ວ່າດ້ວຍການລົງປັບປຸງລະບຽບແບບແຜນຂອງກົມກອງໃຫ້ມີຄວາມເຂັ້ມແຂງ, ພ້ອມດຽວກັນນັ້ນ ສະຫາຍພັນໂທ ຄຳກ້ອນ ດອນອິນດີ ຮອງຫົວໜ້າຫ້ອງເສນາທິການທະຫານແຂວງເຊກອງ ໄດ້ຜ່ານແຜນການອົບຮົມ-ຫັດແອບ ຂໍ້ກຳນົດ 7 ລະບອບ 18 ວຽກ ແລະ ວຽກງານກຽມພ້ອມສູ້ຮົບໃຫ້ຮູ້ວ່າ: ການອົບຮົມ-ຫັດແອບຄັ້ງນີ້ ແນໃສ່ເຮັດໃຫ້ພະນັກງານ-ນັກຮົບປັບປຸງທາງດ້ານລະບຽບແບບແຜນ ແລະ ວຽກງານກຽມພ້ອມສູ້ຮົບໃນກົມກອງຂອງຕົນໃຫ້ທັນກັບສະພາບການທີ່ຈະເກີດຂຶ້ນໃນສະເພາະໜ້າ ແລະ ຍາວນານ ແລະ ເຮັດໃຫ້ພະນັກງານ-ນັກຮົບພາຍໃນກົມກອງມີຄວາມຮູ້ຄວາມສາມາດ, ພ້ອມກັນຈັດຕັ້ງປະຕິບັດຂໍ້ກຳນົດ-ກົດລະບຽບຂອງກອງທັບຢ່າງຕໍ່ເນື່ອງລຽນຕິດ ແລະ ເຝິກຝົນຫຼໍ່ຫຼອມກໍາລັງ ກາຍໃຫ້ນາຍ ແລະ ພົນທະຫານມີຄວາມເຂັ້ມແຂງມີຄວາມຮູ້ທາງດ້ານວິຊາສະເພາະ, ມີຄວາມຮູ້ທາງດ້ານລະບຽບວິໄນຂອງກອງທັບປະຊາຊົນລາວ. ເນື້ອໃນການອົບຮົມຄັ້ງນີ້ມີ ອົບຮົມຂໍ້ກຳນົດ 7 ລະບອບ 18 ວຽກ, ອົບຮົມການເຄົາລົບລາຍງານ, ອົບຮົມວຽກງານກຽມພ້ອມສູ້ຮົບ ແລະ ອົບຮົມ-ຫັດແອບການມ້ຽນມັດເຄື່ອງຂອງໃຫ້ເປັນລະບຽບຮຽບຮ້ອຍ ແລະ ສະອາດງາມຕາຂອງກົມກອງ ການອົບຮົມ-ຫັດແອບຄັ້ງນີ້ຈະໄດ້ດຳເນີນໄປເປັນເວລາ 5 ວັນຈຶ່ງຈະສໍາເລັດ.
ສະຫາຍ ພົນຈັດຕະວາ ທອງສີ ກຸນສະນະ ໄດ້ຮຽກຮ້ອງມາຍັງຄະນະພັກຄະນະບັນຊາ, ຄູເຝິກ ຕະຫຼອດຮອດນັກເຝິກອົບທຸກສະຫາຍ ຈົ່ງພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດລະບຽບວິໄນຢ່າງເຂັ້ມງວດຮັດແໜ້ນຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ປະຕິບັດໃຫ້ຖືກຕ້ອງຕາມໂມງເວລາ, ເພື່ອເຮັດໃຫ້ການສຶກສາອົບຮົມ-ຫັດແອບຄັ້ງນີ້ ມີປະສິດທິຜົນສູງ ແລະ ມີຄວາມປອດໄພ 100%.
ຂ່າວ: ກອງຄໍາ ຈິ່ງດ້າຍອດ; ພາບ: ສີອະນຸສັກ ຄໍາເຮືອງສີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















