ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສານລັດຖະມົນຕີກະຊວງການຕ່າງປະເທດ ໃນໂອກາດວັນຄົບຮອບ 52 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 22 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ
ເວລາອອກຂ່າວ: 2019-08-09 09:50:25 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 118 | ຄວາມນິຍົມ:



ເນື່ອງໃນໂອກາດວັນສ້າງຕັ້ງສະມາຄົມບັນດາປະຊາຊາດອາຊີ ຕາເວັນອອກສ່ຽງໃຕ້ ຫຼື ອາຊຽນ ຄົບຮອບ 52 ປີ (8 ສິງຫາ 1967 - 8 ສິງຫາ 2019) ແລະ ຄົບຮອບ 22 ປີ ຂອງການເຂົ້າເປັນສະ ມາຊິກອາຊຽນ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (23 ກໍລະກົດ 1997- 23 ກໍລະກົດ 2019). ຂ້າພະເຈົ້າ ຂໍຕາງໜ້າລັດຖະບານສົ່ງພອນໄຊອັນປະເສີດມາຍັງບັນ ດາທ່ານການນຳພັກ-ລັດ, ພະນັກງານ, ທະຫານ, ຕຳຫຼວດ ແລະ ຕະຫຼອດຮອດພີ່ນ້ອງຊາວລາວທຸກຖ້ວນໜ້າທັງຢູ່ພາຍໃນ ແລະ ຕ່າງປະເທດ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມ ແລະ ເວົ້າສະເພາະປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານອາຊຽນຕະຫຼອດໄລຍະ 22 ປີ ຜ່ານມາ. ອາຊຽນປະກອບດ້ວຍ 10 ປະ ເທດທີ່ຕັ້ງຢູ່ໃນພາກພື້ນອາຊີອາ ຄະເນ, ເປັນອົງການຈັດຕັ້ງພາກ ພື້ນລະຫວ່າງລັດຖະບານທີ່ຖືກ ສ້າງຕັ້ງຂຶ້ນ ໃນວັນທີ 08 ສິງ ຫາ 1967, ໂດຍມີຈຸດປະສົງເພື່ອ ປົກປັກຮັກສາ ແລະ ສົ່ງເສີມສັນ ຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອຄວາມສົມບູນ ພູນສຸກຂອງບັນດາປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້. ຕະ ຫຼອດໄລຍະ 52 ປີ ແຫ່ງວິວັດທະ ນາການຂອງອາຊຽນ, ອາຊຽນ ໄດ້ຜະເຊີນໜ້າກັບສິ່ງທ້າທາຍ ແລະ ກາລະໂອກາດຕ່າງໆ ແລະ ສາມາດບັນລຸຈຸດປະສົງຂອງຕົນ ເປັນກ້າວໆມາ ເປັນຕົ້ນແມ່ນການ ປະກາດການສ້າງຕັ້ງປະຊາຄົມເສດຖະກິດອາຊຽນ ໃນທ້າຍປີ 2015. ຜົນສໍາເລັດທີ່ກ່າວມານັ້ນ ແມ່ນຍ້ອນການຮ່ວມມືລະຫວ່າງ ບັນດາປະເທດສະມາຊິກອາຊຽນ ດ້ວຍກັນ ກໍຄືການຮ່ວມມືລະ ຫວ່າງອາຊຽນກັບຄູ່ຮ່ວມພາຍ ນອກທີ່ໄດ້ດຳເນີນໄປບົນພື້ນຖານ ຫຼັກການແຫ່ງການຢູ່ຮ່ວມກັນ ໂດຍສັນຕິ, ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບ ຖ້ວນ, ບໍ່ແຊກແຊງເຂົ້າໃນວຽກ ງານພາຍໃນຂອງກັນ ແລະ ກັນ, ແກ້ໄຂບັນຫາໂດຍສັນຕິວິທີ, ບົນ ຫຼັກການຄວາມເປັນເອກະສັນ ແລະ ຕ່າງຝ່າຍຕ່າງມີຜົນອີງ ໃສ່ຄວາມຫຼາກຫຼາຍຂອງປະ ເທດສະມາຊິກທີ່ເອີ້ນວ່າວິຖີ ທາງຂອງອາຊຽນ (ASEAN Way). ໃນອາທິດທີ່ຜ່ານມາອາຊຽນ ໄດ້ສຳເລັດການຈັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 52 ແລະ ກອງປະຊຸມອື່ນໆ ທີ່ກ່ຽວຂ້ອງທີ່ບາງກອກ, ປະເທດ ໄທ, ພາຍໃຕ້ຄຳຂວັນ: “ຮ່ວມ ແຮງຮ່ວມໃຈກ້າວໄກຍືນຍົງ”. ໃນນີ້, ກອງປະຊຸມໄດ້ຕີລາຄາສູງ ຕໍ່ຜົນການຈັດຕັ້ງປະຕິບັດບັນ ດາຂໍ້ລິເລີ່ມ, ມາດຕະການ ແລະ ກິດຈະກໍາຮ່ວມມືໃນໄລຍະໜຶ່ງປີຜ່ານມາ, ເຊິ່ງກວມເອົາ 03 ເສົາຄ້ຳປະຊາຄົມອາຊຽນຄື: ດ້ານການເມືອງ-ຄວາມໝັ້ນ ຄົງ: ອາຊຽນ ໄດ້ຮັບຜົນສຳເລັດ ສຳຄັນຫຼາຍດ້ານ ເປັນຕົ້ນການ ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງ ກັນ ແລະ ກັນ ບົນພື້ນຖານຫຼັກ ການທີ່ອາຊຽນເປັນຜູ້ສ້າງຂຶ້ນ ແລະ ໄດ້ກຳນົດໄວ້ໃນກົດບັດອາ ຊຽນ ກໍຄືສົນທິສັນຍາໄມຕີຈິດ ແລະ ການຮ່ວມມື ເຊິ່ງໄດ້ເອື້ອອຳນວຍໃຫ້ແກ່ການຮ່ວມມືດ້ານເສດຖະກິດ ແລະ ວັດທະນະທຳ-ສັງຄົມ ລະຫວ່າງປະເທດສະມາຊິກອາ ຊຽນດ້ວຍກັນ ກໍຄືກັບພາຍນອກ ອັນໄດ້ປະກອບສ່ວນສຳຄັນໃນ ການສົ່ງເສີມສັນຕິພາບ, ສະຖຽນ ລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ. ດ້ານເສດຖະກິດ: ໂດຍລວມ ອາຊຽນຍັງເປັນພາກພື້ນໜຶ່ງທີ່ ມີເສດຖະກິດຂະຫຍາຍຕົວຢ່າງຕໍ່ ເນື່ອງ ໃນທ່າມກາງທີ່ເສດຖະກິດ ໂລກທົດຖອຍ. ຕໍ່ໜ້າສະພາບການ ດັ່ງກ່າວ, ອາຊຽນ ຈະເພີ່ມທະວີ ການຄ້າ ແລະ ການລົງທຶນພາຍ ໃນອາຊຽນຫຼາຍຂຶ້ນ ລວມທັງ ສ້າງພື້ນຖານໂຄງລ່າງ ແລະ ຊັບ ພະຍາກອນມະນຸດເພື່ອຮອງຮັບ ສິ່ງທ້າທາຍ ກໍຄືກາລະໂອກາດ ຈາກການປ່ຽນແປງ ແລະ ຄວາມ ທັນສະໄໝທາງດ້ານເຕັກໂນໂລຊີໃນຍຸກແຫ່ງການປະຕິວັດອຸດ ສາຫະກຳ 4.0 ພ້ອມນີ້, ອາຊຽນ ຈະສຸມໃສ່ການຈັດຕັ້ງປະຕິບັດ ສັນຍາເຂດການຄ້າເສລີ ແລະ ສັນຍາການລົງທຶນ ແລະ ຂຸ້ນຂ້ຽວ ສຳເລັດການເຈລະຈາສັນຍາການ ເປັນຄູ່ຮ່ວມເສດຖະກິດຮອບດ້ານ ລະດັບພາກພື້ນໃນທ້າຍປີນີ້. ນອກຈາກນີ້, ພາຍໃນອາຊຽນເອງ ຍັງຈະໄດ້ສືບຕໍ່ເອົາໃຈໃສ່ການຮັດ ແຄບຄວາມແຕກໂຕນດ້ານການ ພັດທະນາດ້ວຍການຈັດຕັ້ງປະ ຕິບັດຂໍ້ລິເລີ່ມວ່າດ້ວຍການເຊື່ອມ ໂຍງອາຊຽນ, ການຮ່ວມມືດ້ານ ດີຈີຕອນ ແລະ ການເຊື່ອມຈອດ ອາຊຽນ. ດ້ານວັດທະນະທຳ-ສັງຄົມ: ໂດຍລວມແລ້ວ, ປະເທດສະມາ ຊິກອາຊຽນແມ່ນຢູ່ຮ່ວມກັນຢ່າງ ສັນຕິ ແລະ ກົມກຽວໃນທ່າມກາງ ຄວາມຫຼາກຫຼາຍດ້ານວັດທະນະ ທຳ, ພາສາ ແລະ ສາດສະໜາ ດ້ວຍການເພີ່ມທະວີການໄປມາ ຫາສູ່ລະຫວ່າງປະຊາຊົນກັບປະ ຊາຊົນ, ເຊິ່ງທັງໝົດນີ້ໄດ້ປະກອບ ສ່ວນອັນສໍາຄັນເຂົ້າໃນການສ້າງ ປະຊາຄົມອາຊຽນໃຫ້ເປັນປະຊາ ຄົມທີ່ໂອບເອື້ອອາລີ, ມີຊັບພະ ຍາກອນມະນຸດທີ່ມີຄວາມຮູ້ ຄວາມສາມາດ ແລະ ມີສຸຂະພາບ ແຂງແຮງ. ການພົວພັນຮ່ວມມືກັບພາຍ ນອກ: ອາຊຽນ ໄດ້ສືບຕໍ່ປະຕິບັດ ນະໂຍບາຍເປີດກວ້າງສູ່ພາຍ ນອກຢ່າງສະເໝີຕົ້ນສະເໝີປາຍ ແລະ ໄດ້ຮັບຜົນສໍາເລັດເປັນ ກ້າວໆມາ. ໃນນີ້, ອາຊຽນໄດ້ເພີ່ມ ທະວີການພົວພັນຮ່ວມມືກັບບັນ ດາປະເທດຄູ່ເຈລະຈາ ແລະ ຄູ່ ຮ່ວມພາຍນອກ ລວມທັງປະເທດ ມະຫາອຳນາດ, ຄູ່ຮ່ວມຂະແໜງ ການ ແລະ ຄູ່ຮ່ວມພັດທະນາບົນ ພື້ນຖານຫຼັກການ ແລະ ກົນໄກ ທີ່ອາຊຽນເປັນຜູ້ສ້າງຂຶ້ນອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການ ສ້າງປະຊາຄົມອາຊຽນໃຫ້ເຂັ້ມ ແຂງ ແລະ ວັດທະນະຖາວອນ ກໍຄືການປົກປັກຮັກສາ ແລະ ສ້າງ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ. ມາ ເຖິງປັດຈຸບັນມີ 92 ປະເທດນອກ ພາກພື້ນອາຊຽນໄດ້ແຕ່ງຕັ້ງທູດ ຂອງຕົນປະຈໍາອາຊຽນ. ພິເສດ, ໃນກອງປະຊຸມລັດຖະມົນຕີຕ່າງ ປະເທດອາຊຽນ ຄັ້ງທີ 52 ໃນ ອາທິດຜ່ານມາທີ່ບາງກອກ, ປະ ເທດໄທ, ອາຊຽນໄດ້ເຫັນດີຮັບ ເອົາປະເທດຊີເລເປັນຄູ່ຮ່ວມພັດ ທະນາອາຊຽນ ແລະ ຮັບເອົາປະ ເທດເປຣູ ເຂົ້າເປັນພາຄີສົນທິສັນ ຍາໄມຕີຈິດ ແລະ ການຮ່ວມມື. ບັນດາທ່ານ, ພໍ່ແມ່ພີ່ນ້ອງ ທີ່ ຮັກແພງທັງຫຼາຍ: ຕະຫຼອດໄລຍະ 22 ປີ ທີ່ ສປປ ລາວເຮົາເຂົ້າເປັນສະມາຊິກອາ ຊຽນ, ພວກເຮົາໄດ້ເຂົ້າຮ່ວມຢ່າງ ຕັ້ງໜ້າໃນຂະບວນການລວມ ຂອງອາຊຽນ ກໍຄືການຈັດຕັ້ງປະ ຕິບັດບັນດາແຜນງານ ແລະ ໂຄງ ການຂອງອາຊຽນຢ່າງເຕັມສ່ວນ ດ້ວຍຄວາມຮັບຜິດຊອບສູງ. ທັງ ໝົດນີ້, ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມຂອງ ສປປ ລາວ, ເຊິ່ງຖືໄດ້ວ່າເປັນໝາກຜົນແຫ່ງ ການດຳເນີນນະໂຍບາຍການ ຕ່າງປະເທດແຫ່ງສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະ ເໝີປາຍ ກໍຄືແນວທາງການປ່ຽນ ແປງໃໝ່ຂອງພັກ-ລັດເຮົາເພື່ອ ເປັນການສົມທົບທ່າແຮງພາຍໃນ ບວກກັບກຳລັງແຮງສັງຮວມ ຂອງພາກພື້ນ ແລະ ທ່າອ່ຽງລວມ ຂອງຍຸກສະໄໝ; ພິເສດ, ເປັນການ ປະກອບສ່ວນເຂົ້າໃນການສ້າງ ປະຖົມປັດໄຈທີ່ໜັກແໜ້ນໃຫ້ ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ນອກຈາກນີ້, ພວກເຮົາຍັງ ໄດ້ຮ່ວມມືກັບປະເທດສະມາຊິກ ອາຊຽນດໍາເນີນນະໂຍບາຍການ ພັດທະນາເສດຖະກິດ-ສັງຄົມ ແບບຍືນຍົງດ້ວຍການໝູນໃຊ້ທ່າ ແຮງພາຍໃນບວກກັບການຮ່ວມ ມືກັບພາກເອກະຊົນ ແລະ ການ ຊ່ວຍເຫຼືອຈາກປະເທດເພື່ອນມິດ ອາຊຽນ, ຄູ່ເຈລະຈາ ແລະ ຄູ່ ຮ່ວມມືພາຍນອກອາຊຽນ ກໍຄື ຈາກບັນດາອົງການຈັດຕັ້ງສາ ກົນ ແລະ ສະຖາບັນການເງິນ. ໃນນີ້, ໄດ້ສຸມໃສ່ປັບປຸງສະພາບ ແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ ການຄ້າ ແລະ ການລົງທຶນໃຫ້ ມີຄວາມສະດວກວ່ອງໄວ ແລະ ຫັນໄປສູ່ການເປັນທັນສະໄໝເທື່ອ ລະກ້າວ ແລະ ຫັນພື້ນຖານເສດ ຖະກິດຈາກອຸດສາຫະກໍາທີ່ອີງ ໃສ່ແຕ່ຊັບພະຍາກອນທຳມະ ຊາດ, ບໍ່ແຮ່, ໄຟຟ້າ, ການສົ່ງອອກ ວັດຖຸດິບໄປສູ່ອຸດສາຫະກຳປຸງ ແຕ່ງ, ການບໍລິການເພື່ອສ້າງ ວຽກເຮັດງານທຳ ແລະ ເພີ່ມລາຍ ຮັບໃຫ້ແກ່ປະຊາຊົນ. ຕະຫຼອດໄລຍະ 22 ປີ ຂອງ ການເປັນສະມາຊິກອາຊຽນ, ສປປ ລາວ ໄດ້ຮັບຜົນປະໂຫຍດ ຫຼາຍດ້ານ ບໍ່ວ່າດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ-ການ ຄ້າ ແລະ ການພັດທະນາແບບ ຍືນຍົງ. ພ້ອມດຽວກັນນີ້ ກໍຍັງໄດ້ ຍົກສູງຖານະບົດບາດຂອງ ສປປ ລາວ ໃຫ້ສູງເດັ່ນຂຶ້ນໃນເວທີພາກ ພື້ນ ແລະ ສາກົນ; ສປປ ລາວ ສືບຕໍ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ການສະໜັບສະໜູນຊ່ວຍ ເຫຼືອຈາກປະເທດອາຊຽນ ແລະ ຄູ່ເຈລະຈາໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ; ຮີດຄອງປະເພ ນີອັນດີງາມຂອງ ສປປ ລາວ ໄດ້ ຮັບການສົ່ງເສີ່ມ ແລະ ຮັບຮູ້ຢ່າງ ກວ້າງຂວາງ, ຊັບພະຍາກອນມະ ນຸດຂອງພວກເຮົານັບມື້ນັບໄດ້ຮັບ ການພັດທະນາທາງດ້ານເຕັກນິກ ວິຊາການຢ່າງຮອບດ້ານເທື່ອລະ ກ້າວ. ນອກຈາກນີ້, ການພົວພັນຮ່ວມ ມືກັບພາຍນອກຂອງອາຊຽນ ໂດຍຜ່ານກົນໄກຕ່າງໆຂອງອາ ຊຽນໄດ້ເຮັດໃຫ້ການພົວພັນຂອງ ສປປ ລາວ ກັບບັນດາປະເທດມະ ຫາອຳນາດ ໂດຍສະເພາະກັບ ສປ ຈີນ, ຣັດເຊຍ, ອາເມຣິກາ, ອິນເດຍ, ຍີ່ປຸ່ນ, ສ ເກົາຫຼີ ແລະ ອື່ນໆມີ ຄວາມຮັດແໜ້ນຍິ່ງຂຶ້ນ ໂດຍສະ ເພາະໃນເວລາທີ່ ສປປ ລາວ ເປັນ ປະເທດປະສານງານອາຊຽນ ກັບຄູ່ເຈລະຈາໃຫຍ່ເຊັ່ນ: ເປັນປະ ເທດປະສານງານອາຊຽນ-ອາ ເມຣິກາ 2018-2021; ເປັນປະ ທານຮ່ວມກັບ ສປ ຈີນ ແລະ ກາ ນາດາ ໃນຂອບເວທີປຶກສາຫາ ລືພາກພື້ນອາຊຽນດ້ານບັນເທົາ ທຸກໄພພິບັດ 2018-2021 ແລະ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ເປັນປະທານຮ່ວມກັບ ກະຊວງປ້ອງກັນປະເທດຣັດເຊຍ ໃນວຽກງານເກັບກູ້ລະເບີດເພື່ອ ມະນຸດສະທຳ 2017-2020. ປີນີ້, ພວກເຮົາຮ່ວມກັນສະເຫຼີມ ສະຫຼອງອາຊຽນ ຄົບຮອບ 52 ປີ ແລະ ສປປ ລາວ ເຂົ້າເປັນສະມາ ຊິກອາຊຽນ ຄົບຮອບ 22 ປີ ໃນ ທ່າມກາງທີ່ອາຊຽນສືບຕໍ່ຮັກສາ ແລະ ເສີມຂະຫຍາຍຜົນສຳເລັດທີ່ຕົນຍາດມາໄດ້ດ້ວຍການດໍາ ເນີນການພົວພັນຮ່ວມມືອາຊຽນ ບົນພື້ນຖານຫຼັກການທີ່ໄດ້ກໍານົດ ໄວ້ໃນກົດບັດອາຊຽນ, ເຊິ່ງທັງ ໝົດນີ້ຈະເຮັດໃຫ້ອາຊຽນສືບຕໍ່ ມີສັນຕິພາບ, ສະຖຽນລະພາບ, ວັດທະນະຖາວອນ, ມີຄວາມສາ ມັກຄີ ແລະ ມີຄວາມເປັນເອກະ ພາບພາຍໃນ. ອາຊຽນ ຈະສືບຕໍ່ເພີ່ມທະວີ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອຮັບປະກັນຄວາມຍືນຍົງ, ການຈະເລີນເຕີບໂຕດ້ານເສດ ຖະກິດ, ການຮັດແຄບຄວາມແຕກ ໂຕນດ້ານການພັດທະນາ ແລະ ການເຊື່ອມຈອດຂອງອາຊຽນ ໃຫ້ທະລຸໂລ່ງຮອບດ້ານ. ຕະຫຼອດໄລຍະ 22 ປີ ທີ່ ສປປ ລາວເຮົາເປັນສະມາຊິກອາຊຽນ, ການທີ່ພວກເຮົາສາມາດຍາດໄດ້ ຜົນສຳເລັດເປັນກ້າວໆມານັ້ນກໍ ຍ້ອນໄດ້ຮັບການຊີ້ນຳ-ນຳພາ ຢ່າງແທດເຖິງຂອງການນໍາ ພັກ-ລັດ ແລະ ຍ້ອນຄວາມເປັນ ເຈົ້າການຂອງພະນັກງານ, ລັດ ຖະກອນທຸກພາກສ່ວນນັບແຕ່ສູນ ກາງລົງຮອດທ້ອງຖິ່ນທີ່ໄດ້ປະ ກອບສ່ວນເຂົ້າໃນວຽກງານອາ ຊຽນຢ່າງຫ້າວຫັນ, ເຕັມສ່ວນ ແລະ ມີປະສິດທິພາບສູງ. ນະໂອ ກາດນີ້, ຂ້າພະເຈົ້າຂໍຕາງໜ້າໃຫ້ ລັດຖະບານສະແດງຄວາມຂອບ ໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນ ຢ່າງເລິກເຊິ່ງຕໍ່ການຊ່ວຍເຫຼືອ ສະໜັບສະໜູນ ແລະ ການປະກອບ ສ່ວນຂອງທຸກພາກສ່ວນຢ່າງສຸດ ໃຈ. ພ້ອມກັນນີ້, ຂ້າພະເຈົ້າຂໍຮຽກ ຮ້ອງມາຍັງພະນັກງານ, ທະຫານ, ຕຳຫຼວດ, ນັກສຶກສາປັນຍາຊົນຕະ ຫຼອດຮອດປະຊາຊົນລາວບັນດາ ເຜົ່າ ຈົ່ງພ້ອມກັນເພີ່ມທະວີຄວາມ ເປັນເຈົ້າການໃນການຜັນຂະ ຫຍາຍແນວທາງນະໂຍບາຍການ ຕ່າງປະເທດຂອງພັກ ແລະ ລັດ ຖະບານເຮົາ, ລວມທັງ ວຽກງານ ອາຊຽນເພື່ອຍາດເອົາຜົນປະ ໂຫຍດອັນສູງສຸດມາສູ່ປະເທດ ຊາດ ແລະ ປະຊາຊົນ ກໍຄື ເພື່ອປະ ກອບສ່ວນເຂົ້າໃນພາລະກິດ ລວມແຫ່ງການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນ ລະພາບ, ຄວາມວັດທະນະຖາ ວອນ ແລະ ຄວາມສົມບູນພູນສຸກ ຂອງພາກພື້ນ ແລະ ສາກົນ. ສຸດທ້າຍນີ້, ຂ້າພະເຈົ້າຂໍອວຍ ພອນໄຊອັນປະເສີດມາຍັງບັນດາ ການນໍາພັກ-ລັດ, ພະນັກງານ, ທະຫານ, ຕໍາຫຼວດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ແລະ ປວງຊົນ ລາວທຸກຖ້ວນໜ້າທັງຢູ່ພາຍໃນ ແລະ ຕ່າງປະເທດ ຈົ່ງມີສຸຂະພາບ ເຂັ້ມແຂງ, ມີຄວາມສຸກກາຍສະ ບາຍໃຈ, ປະສົບຜົນສໍາເລັດໃນ ໜ້າທີ່ວຽກງານ ແລະ ຮ່ວມກັນ ສະເຫຼີມສະຫຼອງວັນສ້າງຕັ້ງອາ ຊຽນ ຄົບຮອບ 52 ປີ ແລະ ວັນ ເຂົ້າອາຊຽນຂອງ ສປປ ລາວ ຄົບຮອບ 22 ປີ ຢ່າງມີເນື້ອໃນ ແລະ ເໝາະສົມ. ຂໍຂອບໃຈ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ