ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດສ້າງຕັ້ງກອງຮ້ອຍກຳລັງສະຮອງຂອງເມືອງສີໂຄດຕະບອງ
ເວລາອອກຂ່າວ: 2019-08-09 09:47:42 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 81 | ຄວາມນິຍົມ:



ໃນວັນທີ 7 ສິງຫາ 2019 ນີ້, ຢູ່ກອງບັນຊາການທະຫານ ເມືອງສີໂຄດຕະບອງ ໄດ້ຈັດພິທີ ປະກາດສ້າງຕັ້ງກອງຮ້ອຍກໍາ ລັງສໍາຮອງຂອງເມືອງສີໂຄດຕະ ບອງ ນະຄອນຫຼວງວຽງຈັນ ໂດຍ ການເປັນປະທານຂອງ ສະຫາຍ ສີຫູນ ສິດທິລືໄຊ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ, ມີຜູ້ຕາງ ໜ້າຈາກກະຊວງປ້ອງກັນ ປະ ເທດ, ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານນະຄອນ ຫຼວງວຽງຈັນ, ຫ້ອງວ່າການປົກ ຄອງນະຄອນຫຼວງ, ອຳນາດ ການປົກຄອງເມືອງ, ບ້ານຕະ ຫຼອດຮອດພະນັກງານທີ່ກຽວ ຂອງເຂົ້າຮ່ວມ. ສະຫາຍ ພັນເອກ ບຸນວານ ພົມມະວົງ ຫົວໜ້າຫ້ອງເສນາ ທິການ ກອງບັນຊາການທະ ຫານນະຄອນຫຼວງ ໄດ້ຂຶ້ນຜ່ານ ຂໍ້ຕົກລົງຂອງກົມໃຫຍ່ເສນາທິ ການວ່າດ້ວຍການສ້າງຕັ້ງກອງ ຮ້ອຍກໍາລັງສໍາຮອງຂອງເມືອງ ສີໂຄດຕະບອງ ນະຄອນຫຼວງ ວຽງຈັນ ອີງຕາມລັດຖະທໍາມະນູນແຫ່ງ ສປປ ລາວ ສະບັບເລກທີ 63/ສພຊ, ວຽກງານປ້ອງກັນຊາດ, ກົດໝາຍວ່າດ້ວຍປ້ອງກັນຊາດ ສະບັບເລກທີ 67/ສພຊ, ວ່າ ດ້ວຍພື້ນຖານວຽກງານປ້ອງກັນ ຊາດ ແລະ ກົດໝາຍ ວ່າດ້ວຍ ພັນທະປ້ອງກັນຊາດສະບັບ ເລກທີ 25/ສພຊ, ວ່າດ້ວຍກໍາ ລັງສໍາຮອງ ອີງໃສ່ຄໍາສັ່ງແຈ້ງ ການຂອງລັດຖະມົນຕີວ່າການ ກະຊວງປ້ອງກັນປະເທດ ສະບັບ ເລກທີ 805/ກປທ, ການສ້າງ ຕັ້ງກໍາລັງສໍາຮອງຄືນໃໝ່ຢູ່ ສປປ ລາວ. ໃນການສ້າງຕັ້ງກອງຮ້ອຍ ກໍາລັງສໍາຮອງຂອງເມືອງສີໂຄດ ນີ້ກໍເພື່ອເປັນການສືບຕໍ່ເຮັດໃຫ້ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບໃຫ້ນັບມື້ນັບ ເຕີບໃຫຍ່ເຂັ້ມແຂງ, ມີກໍາລັງ ກຽມພ້ອມສູ້ຮົບ, ເຮັດໜ້າທີ່ປົກ ປັກຮັກສາມາຕຸພູມ ແລະ ພືນ ແຜ່ນດິນອັນຄົບຖ້ວນຂອງຊາດ ໄວ້ໃຫ້ໝັ້ນຄົງ ສະນັ້ນຈິ່ຶງມີຄວາມ ຈໍາເປັນຕ້ອງໄດ້ກໍ່ສ້າງກໍາລັງສຳ ຮອງປ້ອງກັນຊາດຂຶ້ນຕາມແນວ ທາງການທະຫານ ກໍຄືແຜນຍຸດ ທະສາດຂອງພັກວາງອອກໃຫ້ ປະກົດຜົນເປັນຈິງເວົ້າລວມ, ເວົ້າ ສະເພາະແມ່ນເພື່ອຮຽກເອີ້ນ ບັນດານາຍ ແລະ ພົນທະຫານທີ່ ອອກອຸດໜູນ ແລະ ຈົບພັນທະ ເຂົ້າມາຢູ່ກໍາລັງສໍາຮອງ ພ້ອມທັງ ເປັນການຍົກສູງທາງດ້ານການ ເມືອງ-ແນວຄິດ ແລະ ໜັກແໜ້ນເຂັ້ມແຂງທາງດ້ານການຈັດຕັ້ງ, ຮັບປະກັນໃຫ້ແກ່ການລະດົມພົນ, ພຽງພໍກັບຄວາມຮຽກຮ້ອງຕ້ອງ ການ, ບໍ່ວ່າໃນຍາມປົກກະຕິກໍຄື ຍາມທີ່ກອງທັບຕ້ອງການຈໍາ ນວນພົນເຂົ້າປະຈໍາການມີໜ້າ ທີ່ເປັນກໍາລັງໜູນໃຫ້ແກ່ກໍາລັງ ປະຈໍາການຂອງກອງທັບໃນເວ ລາຈໍາເປັນ, ເປັນກໍາລັງຫຼັກແຫຼ່ງ ແລະ ເປັນແບບຢ່າງໃຫ້ແກ່ກໍາ ລັງ ປກຊ-ປກສ ຢູ່ພາຍໃນທ້ອງ ຖິ່ນຂອງຕົນໃຫ້ມີຄວາມຮັບປະ ກັນປອດໄພ 100%. ໃນກອງປະຊຸມຍັງໄດ້ຜ່ານຂໍ້ ຕົກລົງຂອງກອງບັນຊາການທະ ຫານນະຄອນຫຼວງວຽງຈັນວ່າ ດ້ວຍການແຕ່ງຕັ້ງຄະນະກອງ ຮ້ອຍກຳລັງສຳຮອງຢູ່ກອງບັນ ຊາການທະຫານເມືອງສີໂຄດຕະ ບອງ ເຊິ່ງໄດ້ແຕ່ງຕັ້ງສະຫາຍ ວາທີ ຄຳໄຊ ລິດທິເດດ ເປັນຫົວ ໜ້າກອງຮ້ອຍກຳລັງສຳຮອງ. ໂອກາດນີ້, ສະຫາຍ ສີຫູນ ສິດທິລືໄຊ ກໍໄດ້ເນັ້ນໃຫ້ຄະນະ ພັກ-ຄະນະບັນຊາກຳລັງສຳຮອງ ຂອງເມືອງສີໂຄດຈົ່ງເພີ່ມທະ ວີເຮັດໜ້າທີ່ວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະ ຫງົບທົ່ວປວງຊົນຮອບດ້ານເປັນ ເສນາທິການໃຫ້ຂັ້ນເທິງທາງດ້ານວຽກງານຮັບປະກັນເຮັດ ໃຫ້ສະພາບມີຄວາມສະຫງົບ, ເອົາໃຈໃສ່ຍົກສູງທາງດ້ານວຽກ ງານສິລະປະຍຸດ-ຍຸດທະວິທີເຝິກ ແອບຮໍ່າຮຽນໃຫ້ມີຄວາມຊໍານິຊໍາ ນານພ້ອມກັນເຮັດສຳເລັດໜ້າທີ່ການເມືອງຂອງຕົນທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ດ້ວຍ ຄວາມຮັບຜິດຊອບສູງ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ