ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ
ເວລາອອກຂ່າວ: 2018-11-21 09:39:40 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 170 | ຄວາມນິຍົມ:



ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ໄຂຂຶ້ນຢ່າງສະ ຫງ່າຜ່າເຜີຍໃນຕອນເຊົ້າຂອງ ວັນທີ 20 ພະຈິກ 2018 ນີ້, ຢູ່ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງ ວຽງຈັນ ໂດຍການເປັນປະທານ ຂອງສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນ ກາງພັກ, ປະທານສະພາແຫ່ງ ຊາດ, ເປັນກຽດເຂົ້າຮ່ວມມີສະ ຫາຍ ບຸນຍັງ ວໍລະຈິດ ເລຂາທິ ການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ທອງ ລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍການນຳ, ອະດີດການ ນຳພັກ-ລັດຂັ້ນສູງ ຄະນະລັດຖະ ບານ,​ ສະມາຊິກສະພາແຫ່ງຊາດ ໃນແຕ່ລະເຂດເລືອກຕັ້ງ, ພະນັກ ງານປະຕິວັດອາວຸໂສບຳນານ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າ ຮ່ວມຢ່າງຫຼວງຫຼາຍ. ສະຫາຍ ນາງປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ ກ່າວສູນທອນພົດໄຂກອງປະຊຸມ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໄຂຂຶ້ນເພື່ອພິຈາລະ ນາ ແລະ ຕົກລົງຮັບຮອງເອົາ ຫຼາຍບັນຫາສຳຄັນທີ່ເປັນພື້ນ ຖານຂອງຊາດດັ່ງນີ້: ຮັບຟັງບົດ ລາຍງານຂອງລັດຖະບານສະ ເໜີໂດຍ ນາຍົກລັດຖະມົນຕີກ່ຽວ ກັບການເຄື່ອນໄຫວວຽກງານ ພື້ນຖານອັນພົ້ນເດັ່ນຂອງລັດຖະ ບານໃນໄລຍະທີ່ຜ່ານມາ ແລະ ທິດທາງຈຸດສຸມໃນຕໍ່ໜ້າ,​ ພິຈາ ລະນາ ແລະ ຮັບຮອງເອົາບົດ ລາຍງານກ່ຽວກັບສະພາບ ການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ, ແຜນງົບ ປະມານແຫ່ງລັດ, ແຜນເງິນຕາ ປີ 2018 ແລະ ທິດທາງແຜນ ການປີ 2019 ຂອງລັດຖະບານ, ພິຈາລະນາ ແລະ ຮັບຮອງເອົາ ການຊີ້ແຈງຂອງລັດຖະບານ ກ່ຽວກັບຄຸນະພາບການກໍ່ສ້າງ ແລະ ສ້ອມແປງຖະໜົນຫົນທາງ, ຄຸນະພາບຂອງການບໍລິການການ ປິ່ນປົວຢູ່ໂຮງໝໍເມືອງ ແລະ ສຸກ ສາລາ,​ ວຽກງານຂອງອົງການ ໄອຍະການປະຊາຊົນສູງສຸດກ່ຽວ ກັບການປະຕິບັດກົດໝາຍວ່າ ດ້ວຍຂໍ້ຜູກພັນສັນຍາ ແລະ ນອກ ສັນຍາ, ພິຈາລະນາ ແລະ ຮັບ ຮອງເອົາບົດລາຍງານອົງການ ກວດສອບແຫ່ງລັດກ່ຽວກັບຈັດ ຕັ້ງປະຕິບັດແຜນການເຄື່ອນ ໄຫວວຽກງານໃນປີ 2018 ແລະ ທິດທາງແຜນການໃນປີ 2019, ບົດລາຍງານຜົນສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະ ມານແຫ່ງລັດ ສົກ 2013-2014, 2014-2015 ແລະ 2015-2016, ພິຈາລະນາ ແລະ ຮັບຮອງເອົາການແຕ່ງຕັ້ງຜູ້ວ່າ ການທະນາຄານ ແຫ່ງ ສປປ ລາວ ຕາມການສະເໜີຂອງນາ ຍົກລັດຖະມົນຕີ, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ຂອງອົງການໄອຍະການສູງສຸດ ແລະ ສານປະຊາຊົນສູງສຸດກ່ຽວ ກັບການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານກາງ ສະໄໝ(2016-2018) ແລະ ທິດທາງແຜນການຮອດປີ 2020 ແລະ ວຽກງານຈຸດສຸມປະຈຳປີ 2019, ພິຈາລະນາ ແລະ ຮັບ ຮອງເອົາບົດລາຍງານກ່ຽວກັບ ການເຄື່ອນໄຫວວຽກງານກາງ ສະໄໝຂອງສະພາແຫ່ງຊາດ ຊຸດ ທີ VIII (2016-2018) ແລະ ທິດທາງແຜນການຮອດກອງປະ ຊຸມຄັ້ງປະຖົມມະເລິກຂອງສະ ພາແຫ່ງຊາດ ຊຸດທີ IX ແລະ ແຜນວຽກຈຸດສຸມປີ 2019, ພິ ຈາລະນາ ແລະ ຮັບຮອງເອົາການ ສ້າງ ແລະ ປັບປຸງກົດໝາຍ ເຊິ່ງ ມີຈຳນວນ 8 ສະບັບຄື: ຂົງເຂດ ເສດຖະກິດ 4 ສະບັບ, ​ວັດທະນະ ທຳ-ສັງຄົມ 2 ສະບັບ, ຂົງເຂດ ປົກຄອງ-ຍຸຕິທຳ 1 ສະບັບ ແລະ ຂົງເຂດການຕ່າງປະເທດ 1 ສະ ບັບ ແລະ ພິຈາລະນາຮັບຮອງ ເອົາວຽກງານສຳຄັນຕ່າງໆ. ກອງປະຊຸມຄັ້ງນີ້ຈະດຳເນີນ ໄປຈົນເຖິງວັນທີ 21 ທັນວາ 2018 ຈຶ່ງຈະສຳເລັດ. ໂດຍ: ຈັນທະວົງ ອຸ່ນວິໄລຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ