ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 12 ເມສາ 2026

  

ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ເຄື່ອນໄຫວຕິດຕາມກວດກາ, ຊຸກຍູ້ວຽກງານ ຢູ່ ວຕກ
ເວລາອອກຂ່າວ: 2025-08-13 15:04:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1353 | ຄວາມນິຍົມ:



ວັນທີ 12 ສິງຫາ 2025 ນີ້, ສະຫາຍ ພົນຈັດຕະວາ ຄຳສິງ ລືເດດສົມບັດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ, ຊຸກຍູ້ການປະຕິບັດໜ້າທີ່ ຂອງຄະນະຊ່ຽວຊານ ທີ່ມາຈາກວິທະຍາຄານເຕັກນິກການທະຫານ ຫວຽດນາມ ຢູ່ທີ່ ວິທະຍາຄານເຕັກນິກການທະຫານ (ວຕກ) ໂດຍມີສະຫາຍ ພົນຈັດຕະວາ ປອ ຟອງສະໝຸດ ພົນທິລາດ ຫົວໜ້າການທະຫານ ພ້ອມດ້ວຍຄະນະພັກ-ຄະນະອຳນວຍການ ແລະ ວິຊາການທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ. ໂອກາດນີ້, ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງ ການຮຽນ-ການສອນ ແລະ ຄົ້ນຄວ້ານຳສະເໜີບາງບັນຫາໃນຂົງເຂດການປັບປຸງກຳລັງເຫຼົ່າຮົບເຕັກນິກຢູ່ ວຕກ ເວົ້າລວມ, ເວົ້າສະເພາະແມ່ນການຮຽນ-ການສອນ ວິຊາຣາດາ-ລູກສອນໄຟ ທີ່ໄດ້ເຊີນຄະນະຊ່ຽວຊານ ຈາກ ສສ ຫວຽດນາມ ມາສິດສອນໃຫ້ແກ່ບັນດານັກສຶກສາ ແລະ ນັກເຝິກອົບຮົມຂະແໜງການດັ່ງກ່າວ. ຈາກນັ້ນ, ໄດ້ຕິດຕາມ, ກວດກາພາກປະຕິບັດຕົວຈິງ ການຮຽນ-ການສອນ ຂະແໜງຣາດາ-ລູກສອນໄຟ ຢູ່ທີ່ສູນເຝິກຫັດທົດລອງ. ທັງນີ້, ເພື່ອແນໃສ່ຊຸກຍູ້, ໃກ້ຊິດຕິດແທດກັບບັນດາຄູ-ອາຈານທີ່ມາຈາກກົມວິຊາສະເພາະທີ່ກ່ຽວຂ້ອງ ກໍຄືບັນດາຄະນະຊ່ຽວຊານ ທີ່ມາຈາກ ສສ ຫວຽດນາມ ແລະ ນັກເຝິກ ອົບຮົມທັງໝົດ ໃນການປະຕິບັດໜ້າທີ່ຂອງຕົນໃຫ້ສຳເລັດຜົນ, ຍາດແຍ່ງເອົາຄວາມຮູ້, ປະສົບການ, ບົດ ຮຽນຈາກຄະນະຊ່ຽວຊານ ກໍຄືຄູ-ອາຈານ ໄປໝູນໃຊ້, ປັບປຸງ ພັດທະນາກົມກອງຂອງຕົນ, ມີຄວາມສາມາດນຳໃຊ້ເຕັ ກນິກ ຣາດາ-ລູກສອນໄຟໄດ້ຢ່າງແມ້ນຢຳ ເພື່ອກຽມພ້ອມຮັບໃຊ້ພາລະກິດໃນການຮັກສານ່ານຟ້າ ເຂດນ້ຳແດນດິນຂອງຊາດໄວ້ໃຫ້ໝັ້ນຄົງ ແລະ ກາຍເປັນວິຊາການທີ່ມີຄວາມຊຳນິຊຳນານໃນອະນາຄົດ. ໂດຍ: ເພັດນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ