ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 18 ເມສາ 2026

  

ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ສະຫຼຸບວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2025
ເວລາອອກຂ່າວ: 2025-08-13 14:50:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1200 | ຄວາມນິຍົມ:



ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ໄດ້ສະຫຼຸບວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2025 ໃນວັນທີ 12 ສິງຫາ 2025 ຢູ່ທີ່ສະໂມສອນຂອງໂຮງຮຽນ ໂດຍການເປັນປະທານ ຂອງສະຫາຍ ພັນເອກ ບົວວັນ ພົມມະເພັງ ຫົວໜ້າການທະຫານ, ມີສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ຫົວໜ້າການເມືອງ ໂຮງຮຽນກໍ່ສ້າງນາຍສິບ ເລກ 1, ມີຄະນະພັກ-ຄະນະອຳນວຍການ, ຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, 4 ກອງພັນ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ໃນທົ່ວໂຮງຮຽນເຂົ້າຮ່ວມ. ສະຫາຍ ພັນໂທ ສີໄພ ພິມມະວົງ ຮອງຫົວໜ້າຫ້ອງການ-ບໍລິຫານ ໂຮງຮຽນກໍ່ສ້າງນາບສິບເລກ 1 ໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຍົກໃຫ້ເຫັນຜົນງານຫຼາຍດ້ານທີ່ພົ້ນເດັ່ນ ເປັນຕົ້ນ: ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາກົມກອງ ເຄື່ອນໄຫວສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບເປັນບັນຫາສຳຄັນ ຕິດພັນກັບການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ແລະ 2 ວາລະແຫ່ງຊາດ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກໂຮງຮຽນ ໃຫ້ປະກົດຜົນສູງ. ຕະຫຼອດໄລຍະ 6 ເດືອນຜ່ານມາ ເຫັນວ່າມີຫຼາຍຂົງເຂດວຽກງານໄດ້ຮັບການປັບປຸງ ແລະ ມີການພັດທະນາດີຂຶ້ນ ໃນນີ້, ໄດ້ຈັດຕັ້ງກຳລັງປ້ອງກັນທີ່ຕັ້ງເຮັດໜ້າທີ່ເວນຍາມກຽມພ້ອມສູ້ຮົບ, ກອບກູ້ໄພພິບັດ, ພາຫະນະເຕັກນິກຄົບຊຸດ ປະຈຳການຕະຫຼອດ 24 ຊົ່ວໂມງຢ່າງເຂັ້ມງວດ, ຫັນລົງກໍ່ສ້າງຮາກຖານການເມືອງ ປະສານສົມທົບແໜ້ນກັບອົງການປົກຄອງບ້ານອ້ອມຂ້າງ, ບ້ານແຮກສ່ຽວຢ່າງເປັນປົກກະຕິ ເພື່ອເກັບກຳສະພາບເຮັດໃຫ້ຂອບເຂດມີຄວາມສະຫງົບໂດຍພື້ນຖານ, ຕ້ານ ແລະ ສະກັດກັ້ນປະກົດການຫໍ້ຍທໍ້ຕ່າງໆ ທີ່ຈະເກີດຂຶ້ນໃຫ້ທັນເວລາ, ນຳເອົາບັນດາເອກະສານ, ມະຕິຕ່າງໆ ຂອງຂັ້ນເທິງ ມາເຜີຍແຜ່ໃຫ້ພະນັກງານ-ນັກຮົບຮັບຮູ້, ເຊື່ອມຊຶມ ນຳໄປຈັດຕັ້ງປະຕິບັດໃຫ້ແທດເໝາະ ຖືກຕ້ອງ ສອດຫ້ອຍເຂົ້າໃນຂົງເຂດວຽກງານຕົວຈິງຢ່າງເຖິງຖອງ ເພື່ອແນໃສ່ເຮັດໃຫ້ທຸກສະຫາຍ ມີແນວຄິດຫຼັກໜັ້ນ ແລະ ມີສະຕິຕື່ນຕົວໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍ ຂອງພັກ, ກົດໝາຍຂອງລັດ, ເອົາໃຈໃສ່ປັບປຸງກໍ່ສ້າງພັກ-ພະນັກງານໃນທຸກດ້ານ ເຊິ່ງໃນນີ້ ມີຫຼາຍສະຫາຍໄດ້ເປັນພະນັກງານແຂງ ສະແດງອອກໃນການຕີລາຄາແບ່ງປະເພດປະຈຳປີ ແລະ ມີຫຼາຍຫົວໜ່ວຍໄດ້ເປັນກອງແຂງ, ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ກົມກອງ 3 ປອດ; ວຽກງານອົບຮົມ-ຫັດແອບ ໄດ້ປະຕິບັດຕາມໂຄງການຫຼັກສູດການອົບຮົມສິດສອນໃຫ້ນັກຮຽນບຳລຸງ-ກໍ່ສ້າງນາຍສິບ, ຈັດຕັ້ງຊ້ອມຮົບທ້າຍປີຮຽນ ແລະ ຈັດຕັ້ງສອບເສັງປິດຮຽນໃຫ້ນັກຮຽນ ທັງ 3 ລະບົບ ສຳເລັດຕາມແຜນການຂອງກົມໃຫຍ່ເສນາທິການກອງທັບ ແລະ ກະຊວງສືກສາທິການ ແລະ ກິລາວາງອອກ. ນອກຈາກນັ້ນ, ໄດ້ປັບປຸງກໍ່ສ້າງພື້ນຖານໂຄງລ່າງເຄຫະສະຖານ, ອາຄານສະຖານທີ່ຄ້າຍຄູ, ຫ້ອງການ, ຫ້ອງຮຽນ, ຫໍພັກ, ສະໂມສອນ, ເຮືອນຄົວ-ເຮືອນກິນເຂົ້າ, ໂຮງງານນ້ຳດື່ມ ແລະ ອື່ນໆ; ວຽກງານຮັບປະກັນພະລາທິການ-ເຕັກນິກ ໄດ້ເອົາໃຈໃສ່ໃນການຄຸ້ມຄອງນຳໃຊ້ງົບປະມານທີ່ຂັ້ນເທິງຕອບສະໜອງໃຫ້ຕາມລະບຽບຫຼັກການ, ຕາມທິດຊີ້ນຳການປູກ-ການລ້ຽງ ເພື່ອແກ້ໄຂຊີວິດການເປັນຢູ່ຂອງກົມກອງ ດ້ວຍການປູກຝັງ-ລ້ຽງສັດ ເຊັ່ນ: ສັດປີກ, ງົວ, ແບ້, ກົບ, ປາ ສາມາດປ້ອນເຂົ້າເຮືອນຄົວລວມ ແລະ ສົ່ງຂາຍຕາມທ້ອງຕະຫຼາດ, ຜະລິດ ແລະ ສົ່ງນ້ຳດື່ມໃຫ້ອົງການ 5 ຫ້ອງ, 4 ກອງພັນ ເປັນປົກກະຕິ. ຈາກນັ້ນ, ສະຫາຍ ພັນໂທ ສົມຫວັງ ດວງອ້ວນສິນ ຮອງຫົວໜ້າພະແນກພະນັກງານ ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ໄດ້ຜ່ານຂໍ້ຕົກລົງ ຂອງອຳນວຍການໂຮງຮຽນ ວ່າດ້ວຍການແຕ່ງຕັ້ງໜ້າທີ່ຮັກສາການຂັ້ນພະແນກການ ແລະ ກອງພັນ, ຫົວໜ້າ-ຮອງຫົວໜ້າກອງຮ້ອຍ, ຊ່ວຍວຽກພະແນກ, ຄູສອນ, ໝວດ, ໝູ່ວິຊາສະເພາະ, ຄຸ້ມຄອງ, ການເງິນ-ອຸປະໂພກ ແລະ ແຕ່ງຕັ້ງໜ້າທີ່ໃຫ້ນາຍສິບຈຳນວນໜຶ່ງ ຕື່ມອີກ. ໂອກາດນີ້, ສະຫາຍ ພັນເອກ ບົວວັນ ພົມມະເພັງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ກົມກອງສ້າງມາໄດ້ ແລະ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາກົມກອງ ແລະ ຜູ້ທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ ຈົ່ງພ້ອມກັນເພີ່ມທະວີເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ເປັນປົກກະຕິ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ປັບປຸງແບບແຜນວິທີເຮັດວຽກໃຫ້ຮັດກຸມ, ເຮັດວຽກມີຄວາມເປັນເອກະພາບ ປະຕິບັດຫຼັການລວມສູນປະຊາທິປະໄຕ, ຫັນລົງກໍ່ສ້າງຮາກຖານການເມືອງໃຫ້ໜັກແໜ້ນ ເຂັ້ມແຂງ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຂອງສັດຕູ ພ້ອມກັນຕ້ານ ແລະ ສະກັ້ດກັ້ນປະກົດການຫຍໍ້ທໍ້ໃຫ້ນັບມື້ຫຼຸດໜ້ອຍຖອຍລົງ, ກົມກອງມີຄວາມສະຫງົບ, ມີຄວາມໂປ່ງໃສ, ຍຸຕິທຳ ແລະ ເປັນເຈົ້າການປັບປຸງກໍ່ສ້າງກົມກອງໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ໂດຍ: ນ້ອຍຈັນໄພ ແກ້ວວັນເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ