ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 14 ພຶດສະພາ 2026

  

ກົມປືນໃຫຍ່ໜ້າດິນ ເປີດຊຸດເຝິກອົບຮົມການນຳໃຊ້ໂປຣແກຣມຍິງຈຳລອງປືນໃຫຍ່ໜ້າດິນ ດ້ວຍຄອມພິວເຕີ ຊຸດທີ II ປະຈໍາປີ 2025
ເວລາອອກຂ່າວ: 2025-08-13 09:59:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1505 | ຄວາມນິຍົມ:



ໃນວັນທີ 12 ສິງຫາ 2025 ນີ້, ຢູ່ກອງພັນໃຫຍ່ 605, ກົມປືນໃຫຍ່ໜ້າດິນ ກົມໃຫຍ່ເສນາທິການກອງທັບ ໄດ້ເປີດຊຸດອົບຮົມ ການນໍາໃຊ້ໂປຣແກຣມຍິງຈຳລອງປືນໃຫຍ່ໜ້າດິນ ດ້ວຍຄອມພິວເຕີ ຊຸດທີ II ປະຈໍາປີ 2025, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ບຸນໄທ ຄຳມະນີວົງ ຮອງຫົວໜ້າກົມປືນໃຫຍ່ໜ້າດິນ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 605, ຄະນະຮັບຜິດຊອບຊີ້ນໍາການເຝິກອົບຮົມ ແລະ ບັນດາພະນັກງານບັນຊາປືນໃຫຍ່ໜ້າດິນທົ່ວເຫຼົ່າຮົບປືນໃຫຍ່ໜ້າດິນ ກໍຄືນັກເຝິກອົບຮົມ ຈໍານວນ 46 ສະຫາຍ ເຂົ້າຮ່ວມ. ສະຫາຍ ພັນໂທ ປະລິສັກ ສະໂສພົນ ຫົວໜ້າພະແນກອົບຮົມ ກົມປືນໃຫຍ່ໜ້າດິນ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານແຜນການ ການເຝິກອົບຮົມ ການນຳໃຊ້ໂປຣແກຣມຍິງຈຳລອງປືນໃຫຍ່ໜ້າດິນ ດ້ວຍຄອມພິວເຕີ ຊຸດທີ II ປະຈຳປີ 2025 ຂອງກົມປືນໃຫຍ່ໜ້າດິນ, ອີງຕາມ ຄໍາສັ່ງແນະນໍາ ຂອງກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການອົບຮົມ-ຫັດແອບ, ປັບປຸງລະບຽບແບບແຜນ, ເຝິກຝົນກໍາລັງແຮງກາຍ ປະຈຳປີ 2025, ອີງຕາມ ແຜນການເຝິກອົບຮົມ ການນຳໃຊ້ໂປຣແກຣມບັນຊາຍິງຈໍາລອງ ດ້ວຍຄອມພິວເຕີ ຊຸດທີ II ໃຫ້ພະນັກງານຂັ້ນບັນຊາກົມກອງ ຂອງເຫຼົ່າຮົບປືນໃຫຍ່ໜ້າດິນທົ່ວປະເທດ ປະຈຳປີ 2025 ເພື່ອເຮັດໃຫ້ພະນັກງານ-ນັກຮົບ ມີຄວາມຄ່ອງແຄ້ວ ຕອບສະໜອງໄດ້ໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານ, ເພື່ອຍົກລະດັບຄວາມຮູ້ ຄວາມສາມາດດ້ານເຕັກໂນໂລຊີໃຫ້ນາຍ ແລະ ພົນຫະຫານ ຢູ່ພາຍໃນກົມກອງ ມີຄວາມຊໍານິຊໍານານ, ມີພິກໄຫວຄ່ອງແຄ້ວ ຮັບປະກັນໃຫ້ແກ່ການກຽມພ້ອມສູ້ຮົບ ແລະ ສູ້ຮົບທີ່ອາດເກີດຂຶ້ນ ເພື່ອເຮັດໃຫ້ພະນັກງານ-ນັກຮົບ ມີຄວາມຊິນເຄີຍທາງດ້ານການນໍາໃຊ້ຄອມພິວເຕີບັນຊາຍິງປືນໃຫຍ່, ກໍາແໜ້ນທາງດ້ານທິດສະດີ, ຫຼັກການ ແລະ ຈັງຫວະ ໃນການນໍາໃຊ້ໂປຣແກຣມບັນຊາຍິງປືນໃຫຍ່ ດ້ວຍຄອມພິວເຕີ. ເນື້ອໃນບົດຮຽນທີ່ນໍາມາອົບຮົມຄັ້ງນີ້ ປະກອບມີ: ອົບຮົມການນໍາໃຊ້ໂປຣແກຣມບັນຊາຍິງປືນໃຫຍ່ ດ້ວຍຄອມພິວເຕີ, ອົບຮົມການນໍາໃຊ້ໂປຣແກຣມບັນຊາຍິງ ດ້ວຍໂທລະສັບທີ່ມີພັບຍິງຢູ່ໃນຕົວ ແລະ ອົບຮົມການນໍາໃຊ້ໂປຣແກຣມບັນຊາຍິງ ດ້ວຍໂທລະສັບທີ່ບໍ່ມີພັບຍິງຢູ່ໃນຕົວ ສາມາດນໍາໃຊ້ໄດ້ກັບປືນຫຼາຍຊະນິດ, ການອົບຮົມ-ຫັດແອບຄັ້ງນີ້ ກຳນົດເວລາ 10 ວັນ ຄື: ພາກທິດສະດີ 8 ວັນ ແລະ ພາກປະຕິບັດຕົວຈິງ 2 ວັນ. ໂອກາດນີ້, ສະຫາຍ ພັນເອກ ບຸນໄທ ຄໍາມະນີວົງ ໄດ້ມີຄໍາເຫັນໂອ້ລົມ ໃຫ້ທິດຊີ້ນໍາຕໍ່ການອົບຮົມ-ຫັດແອບໃນຄັ້ງນີ້ ພ້ອມທັງ ເນັ້ນໜັກໃຫ້ນັກເຝິກອົບຮົມ ຍົກສູງຕໍ່ຄວາມຮັບຜິດຊອບໜ້າທີ່ການເມືອງ, ເອົາໃຈໃສ່ຕໍ່ການອົບຮົມຢ່າງຕັ້ງໜ້າ, ແລະ ເຂັ້ມງວດ, ສາມາດຮັບຮູ້ໄດ້ບົດຮຽນທາງດ້ານ ພາກທິດສະດີ ແລະ ພາກປະຕິບັດຕົວຈິງຢ່າງມີປະສິດທິຜົນສູງ, ປະຕິບັດຂໍ້ກໍານົດ, ກົດລະບຽບທີ່ວາງອອກ, ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ພ້ອມກັນປະຕິບັດຕາມແຜນການອົບຮົມໃຫ້ບັນລຸຄາດໝາຍທີ່ວາງໄວ້. ຂ່າວ: ນາງ ໜູແດງ ລາດສະແກ້ວ ພາບ: ເພັງ ມະນີລະສິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ