ວປກ ເຜີຍແຜ່ຜົນສຳເລັດການເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ
ເວລາອອກຂ່າວ: 2025-08-13 09:52:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1381 | ຄວາມນິຍົມ: ![]()
ໃນວັນທີ 12 ສິງຫາ 2025 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ຈັດກອງປະຊຸມເຜີຍແຜ່ຜົນສຳເລັດການເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ ຂອງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ. ໂດຍການເປັນປະທານ ຂອງ ສະຫາຍ ພົນຕີ ພັນແສງ ບຸນພັນ ກໍາມະການຄະນະປະຈໍາພັກກະຊວງ, ຫົວໜ້າການເມືອງ ວປກ, ມີຄະນະພັກ-ຄະນະບັນຊາ 39 ຫົວໜ່ວຍ, ຄະນະກົມ, ຫ້ອງການ ພ້ອມດ້ວຍນາຍ ແລະ ພົນທະຫານທົ່ວ ວປກ ເຂົ້າຮ່ວມ.
ສະຫາຍ ພັນໂທ ຈັນດາ ໄຊຈະເລີນ ຮອງຫົວໜ້າກົມການເມືອງ ວປກ ໄດ້ເຜີຍແຜ່ຜົນສໍາເລັດການເປັນເຈົ້າພາບ ແລະ ເປັນປະທານອາຊຽນ ຂອງກະຊວງປ້ອງກັນປະເທດ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ສປປ ລາວ ໃນຖານະເປັນສະມາຊິກອາຊຽນ ໄດ້ປະຕິບັດສິດ ແລະ ພັນທະ ໃນການເປັນປະທານອາຊຽນ ທັງໝົດ 3 ຄັ້ງ (ປີ 2004, 2016 ແລະ 2024). ສຳລັບການເປັນປະທານກອງປະຊຸມໃນປີ 2024 ໄດ້ດຳເນີນພາຍໃຕ້ຄຳຂວັນ: "ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ" ເຊິ່ງກະຊວງປ້ອງກັນປະເທດ ໄດ້ເປັນເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ, ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ແລະ ກອງປະຊຸມປິ່ນອ້ອມອື່ນໆ ພາຍໃຕ້ຄຳຂວັນ: "ຮ່ວມກັນເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງໃນອາຊຽນ" ໃນການເປັນປະທານອາຊຽນ ຂອງກອງທັບປະຊາຊົນລາວ ໄດ້ເນັ້ນໃສ່ 4 ບູລິມະສິດ ຄື: ຄວາມສາມັກຄີ, ຄວາມເຂັ້ມແຂງ, ຄວາມເປັນແກນກາງຂອງອາຊຽນ, ສັນຕິພາບ ແລະ ຄວາມໝັ້ນຄົງ. ກະຊວງປ້ອງກັນປະເທດ ໄດ້ກະກຽມ ແລະ ຈັດກອງປະຊຸມທັງໝົດທີ່ເປັນເຈົ້າພາບ ແລະ ປະທານຈັດກອງປະຊຸມປິ່ນອ້ອມ ທັງໝົດ 31 ກອງປະຊຸມ, ມີຜູ້ແທນເຂົ້າຮ່ວມ 2.902 ທ່ານ, ເຊິ່ງການປະສານງານກັບແຕ່ລະພາກສ່ວນ ໄດ້ສຸມໃສ່ກະກຽມດ້ານບຸກຄະລາກອນ, ການຈັດການເຝິກອົບຮົມ, ການຫັດແອບ, ຂະບວນລົດ, ການຕ້ອນຮັບ-ສົ່ງຄະນະຜູ້ແທນ, ການຈັດກອງປະຊຸມ, ຫ້ອງພົບປະສອງຝ່າຍ, ຫ້ອງງານລ້ຽງ ແລະ ອື່ນໆ... ວຽກວຽກປ້ອງຄວາມສະຫງົບປອດໄພ, ວຽກງານພາຫະນະ-ເຕັກນິກ, ນ້ຳມັນເຊື້ອໄຟ, ວຽກງານໂຄສະນາ-ສື່ສານມວນຊົນ, ວຽກງານຮັກສາສຸຂະພາບ, ວຽກງານສື່ສານ-ໄອທີ, ວຽກງານອຸປະໂພກ ແລະ ວຽກງານງົບປະມານຮັບໃຊ້ບັນດາກອງປະຊຸມອາຊຽນ. ຜ່ານການຈັດຕັ້ງວຽກງານດັ່ງກ່າວ, ກອງເລຂາອາຊຽນ ກະຊວງປ້ອງກັນປະເທດ ສາມາດສະຫຼຸບຕີລາຄາຈຸດພົ້ນເດັ່ນ, ສິ່ງທ້າທາຍ, ບົດຮຽນທີ່ຖອດຖອນໄດ້ ແລະ ບາງທິດທາງການຮ່ວມມືວຽກງານອາຊຽນ ຄື: ເປັນການປະກອບສ່ວນສຳຄັນເຂົ້າໃນການສົ່ງເສີມສັນຕິພາບ, ຄວາມໄວ້ເນື້ອເຊື່ອໃຈ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ, ຍົກສູງບົດບາດ ຂອງກະຊວງປ້ອງກັນປະເທດ ກໍຄືກອງທັບປະຊາຊົນລາວ ໃນເວທີພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການປືກສາຫາລື ແລະ ກຳນົດນະໂຍບາຍ ແລະ ລະບຽບຫຼັກການຮ່ວມມືດ້ານວຽກງານປ້ອງກັນຊາດຂອງອາຊຽນ, ເປັນເວທີສົ່ງເສີມການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ, ທັງເປັນໂອກາດພັດທະນາບຸກຄະລາກອນ, ໄດ້ຮັບການຊ່ວຍເຫຼືອ ແລະ ສະໜັບສະໜູນ ທັງພາຍໃນ ແລະ ພາຍນອກ, ພ້ອມທັງ ເປັນການສົ່ງເສີມເສດຖະກິດ, ວັດທະນະທຳ-ສັງຄົມ, ການທ່ອງທ່ຽວ ແລະ ການພັດທະນາພື້ນຖານໂຄງລ່າງ ເຊິ່ງຜົນງານດັ່ງກ່າວ ແມ່ນໄດ້ຮັບການຊີ້ນໍາ ແລະ ສະໜັບໜູນ ຈາກລັດຖະບານ, ບັນດາກະຊວງທີ່ກ່ຽວຂ້ອງ ໂດຍສະເພາະແມ່ນຄະນະນຳ ຂອງກະຊວງປ້ອງກັນປະເທດ ທີ່ໄດ້ຊີ້ນຳໂດຍກົງ ສາມາດເຮັດໃຫ້ການເປັນເຈົ້າພາບ ແລະ ປະທານກອງປະຊຸມອາຊຽນ ຂອງກອງທັບປະຊາຊົນລາວ ມີຄວາມສະຫງົບປອດໄພ 100% ແລະ ໄດ້ຮັບໝາກຜົນສູງ.
ຈາກນັ້ນ, ສະຫາຍ ພັນເອກ ປອ ສອນທະນູ ແກ້ວໝື່ນເຮືອງ ຮອງຫົວໜ້າການເມືອງ, ຫົວໜ້າກົມການເມືອງ ວປກ ໄດ້ບັນລະຍາຍ ບົດແນະນໍາ ຂອງກົມໃຫຍ່ການເມືອງກອງທັບ ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນທົ່ວກອງທັບປະຊາປະຊາຊົນລາວ ແລະ ແຈ້ງການເພີ່ມເຕີມຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການປະຕິບັດ ຂໍ້ກໍານົດກົດລະບຽບໃນການນໍາໃຊ້ອຸປະກອນສື່ສານປະເພດໂທລະສັບເຄື່ອນທີ່, ຄອມພິວເຕີໃນການຮັກສາຄວາມລັບ ຂອງນາຍ ແລະ ພົນທະຫານ ໃນທົ່ວ ກອງທັບປະຊາຊົນລາວ ອີກດ້ວຍ.
ໂອກາດນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ໂອ້ລົມຫຼາຍບັນຫາທີ່ສຳຄັນ ພ້ອມທັງເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາ ສືບຕໍ່ເປັນຈຸດປະສານງານຫຼັກກັບບັນດາກົມກອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອແລກປ່ຽນ ແລະ ຖອດຖອນບົດຮຽນ ກ່ຽວກັບວຽກງານອາຊຽນ ເພື່ອໃຫ້ເຂົາເຈົ້າ ໄດ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບວຽກງານດັ່ງກ່າວ. ພ້ອມກັນນັ້ນ, ຄະນະພັກ-ຄະນະບັນຊາ ທຸກພາກສ່ວນຕ້ອງສືບຕໍ່ເຜີຍແຜ່ ແລະ ເຊື່ອມຊຶມ ເພື່ອເຮັດໃຫ້ພະນັກງານ-ນັກຮົບຂອງຕົນ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຜົນສໍາເລັດດັ່ງກ່າວ, ສືບຕໍ່ສຶກສາຄົ້ນຄວ້າ ແລະ ຈັດຕັ້ງຜັນຂະຫຍາຍເນື້ອໃນ ຂອງການເຜີຍແຜ່ໃນຄັ້ງນີ້ ເພື່ອແນໃສ່ເຮັດໃຫ້ນາຍ ແລະ ພົນທະຫານ ໃນທົ່ວກອງທັບປະຊາຊົນລາວ, ເວົ້າລວມເວົ້າສະເພາະ ພະນັກງານ-ນັກຮົບ ທົ່ວວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຮັບຮູ້, ເຂົ້າໃຈ ຕໍ່ບົດບາດຂອງກອງທັບ ໃນເວທີພາກພື້ນ ແລະ ສາກົນ ກໍຄືມີຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບຄວາມໝາຍສຳຄັນ ແລະ ຜົນສໍາເລັດ ຂອງການເປັນເຈົ້າພາບ ແລະ ເປັນປະທານອາຊຽນ ຂອງກະຊວງປ້ອງກັນປະເທດ ໃນປີ 2024 ຜ່ານມາ. ເຖິງແມ່ນວ່າ ການເປັນປະທານອາຊຽນ ໃນຄັ້ງນີ້ໄດ້ສິ້ນສຸດແລ້ວ, ແຕ່ພາລະໜ້າທີ່ວຽກງານອາຊຽນ ຂອງກອງທັບປະຊາຊົນລາວ ແມ່ນຍັງມີຫຼາຍ ແລະ ຈະຕ້ອງໄດ້ສືບຕໍ່ເຮັດໃຫ້ສຳເລັດ. ສະນັ້ນ, ຮຽກຮ້ອງໃຫ້ຄະນະອະນຸກໍາມະການຮັບຜິດຊອບ, ຄະນະອະນຸກໍາມະການກວດກາການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນ, ກົມກອງ 3 ປອດ, ນັກຮົບ ແລະ ກົມກອງວັດທະນະທຳ ວປກ, ພະແນກການທີ່ກ່ຽວຂ້ອງ, ທຸກພາກສ່ວນຕ້ອງຮັບປະກັນທາງດ້ານເນື້ອໃນ, ອີງຕາມຄໍາສັ່ງ ເງື່ອນໄຂມາດຖານເປັນຫຼັກ, ຕ້ອງເອົາໃຈໃສ່ສືບຕໍ່ປະຕິບັດໜ້າທີ່ການເມືອງຂອງຕົນ ໃຫ້ສໍາເລັດຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ໂດຍ: ເຂັງພອນ ແກ້ວຄຳລຽງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















