ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 21 ກໍລະກົດ 2026

  

ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ນ້ຳ​ທາ ໄດ້​ຮັບ​ປິ່ນ​ເຕີ 2 ເຄື່ອງ
ເວລາອອກຂ່າວ: 2025-08-13 09:39:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 948 | ຄວາມນິຍົມ:



ວັນ​ທີ 4 ສິງຫາ 2025 ນີ້, ທ່ານ ອາ​ຈຽງ ຊາງ​ຈີ ຕາງໜ້າ​ບໍ​ລີ​ສັດ ພັດທະນາ ກະ​ສີ​ກຳ​ຮອບ ດ້ານ​ນີ​ເວດ ສິງ​ລ້ຽວ ພ້ອມ​ດ້ວຍ​ຄະນະ ໄດ້​ນຳ​ເອົາ​ປິນ​ເຕີ 2 ເຄື່ອງ (ປິນເຕີ ສີ 1 ເຄື່ອງ) ມູນ​ຄ່າ 10 ລ້ານ​ກວ່າ​ກີບ ມາ​ມອບ​ໃຫ້​ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ນ້ຳ​ທາ ໂດຍ​ການ​ກ່າວ​ຮັບ​ຂອງ ທ່ານ ພົນ​ຈັດຕະວາ ຫຸມພັນ ແກ້ວ​ວັງ​ລາດ ຫົວ​​ໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ນ້ຳ​ທາ ພ້ອມ​ດ້ວຍ​ຄະນະ. ໂອກາດ​ນີ້, ທ່ານ ພົນ​ຈັດຕະວາ ຫຸມພັນ ແກ້ວ​ວັງ​ລາດ ໄດ້​ກ່າວ​ສະແດງ​ຄວາມ​ຂອບໃຈ​ມາ​ຍັງ ທ່ານ ອາ​ຈຽງ ຊາງ​ຈີ ທີ່​ໄດ້​ໃຫ້ ການ​ຊ່ວຍເຫຼືອ​ອຸປະກອນ​ຮັບ​ໃຊ້​ຫ້ອງການ​ໃນ​ຄັ້ງ​ນີ້ ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ນຳ​ເອົາ​ເຄື່ອງ​ດັ່ງ​ກ່າວ​ໄປ​ໝູນ​ໃຊ້​ເຂົ້າ​ໃນ​ວຽກ​ງານລວມ​ຂອງ​ກົມ​ກອງ ໃຫ້​ເກີດ​ປະໂຫຍດ​ສູງ​ສຸດ. ໂດຍ: ສຸ​ເປີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ