ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 11 ກຸມພາ 2026

  

ຄະນະ​ເຝິກອົບຮົມ​ວິຊາ​ສະເພາະ​ສື​່ມວນ​ຊົນ ໜັງສືພິມ​ກອງທັບ​ປະຊາຊົນ​ລາວ ຢ້ຽມຢາມ ແລະ ເຮັດ​ວຽກ ຢູ່​ໜັງສືພິມ​ກອງທັບ​ປະຊາຊົນ​ຫວຽດນາມ
ເວລາອອກຂ່າວ: 2025-08-13 09:35:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 609 | ຄວາມນິຍົມ:



ວັນ​ທີ 11 ສິງຫາ 2025 ນີ້, ຄະນະ​ເຝິກອົບຮົມ​ວິຊາ​ສະເພາະ​ສື່​ມວນ​ຊົນ ໜັງສືພິມ​ກອງທັບ​ປະຊາຊົນ​ລາວ ນຳ​ໂດຍ ສະຫາຍ ພັນ​ໂທ ອາ​ໄພ ອະໄພ​ຍະ​ວົງ ຮອງ​ຫົວໜ້າ​ບັນນາທິການໜັງສືພິມ​ກອງທັບ​ປະຊາຊົນ​ລາວ, ຫົວໜ້າ​ຄະນະ​ເຝິກອົບຮົມ​ວິຊາ​ສະເພາະ​ສື່​ມວນ​ຊົນ ໄດ້​ຢ້ຽມຢາມ ແລະ ເຮັດ​ວຽກຢູ່​ໜັງສືພິມ​ກອງທັບ​ປະຊາຊົນ​ຫວຽດນາມ, ໂດຍ​ການ​ຕ້ອນຮັບ​ຂອງ ສະຫາຍ ພົນ​ຈັດຕະວາ ດວ່ານ ຊວນ ໂບ ຫົວໜ້າ​ບັນນາທິການ ໜັງສືພິມ​ກອງທັບ​ປະຊາຊົນ​ຫວຽດນາມ ພ້ອມ​ຄະນະ. ສະຫາຍ ພັນ​ເອກ ຫງວ​​ຽນ ຮ່ວງ ຮ່າຍ ຮອງ​ຫົວໜ້າ​ບັນນາທິການໜັງສືພິມ​ກອງທັບ​ປະຊາຊົນ​ຫວຽດນາມ ຕາງໜ້າ​ໃຫ້​ຄະນະ​ພັກ-ຄະນະ​ບັນນາທິການໄດ້​ສະແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ຄະນະ​ພະນັກງານ​ສື່​ມວນ​ຊົນ​ກອງ ທັບ​ປະຊາຊົນ​ລາວ ທີ່​ມາ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່​ໜັງສືພິມ​ກອງທັບ​ປະຊາຊົນ​ຫວຽດນາມ, ຄະນະໄດ້​ຮັບ​ຊົມ​ວິ​ດີ​ໂອມູນເຊື້ອ​ການ​ກຳເນີດ, ເຕີບ​ໃຫຍ່​ຂະຫຍາຍ ຕົວຂອງ​ໜັງສືພິມ​ກອງທັບ​ປະຊາຊົນ​ຫວຽດນາມ ນັບ​ແຕ່​ມື້​ສ້າງຕັ້ງ​ຈົນ​ເຖິງ​ປັດຈຸບັນ. ໜັງສືພິມ​ກອງທັບ​ປະຊາຊົນ​ຫວຽດນາມ ເປັນ​ກະບອກ​ສຽງ ຂອງ​ຄະນະ​ພັກ​ການ​ທະຫານ​ສູນ​ກາງ ແລະ ກະຊວງ​ປ້ອງ​ກັນ​ປະເທດ, ເປັນ​ກະບອກ​ສຽງ​ຂອງ​ກຳລັງ​ປະກອບ​ອາວຸດ ແລະ ປະຊາຊົນ​ຫວຽດນາມ ແລະ ເປັນ​ໜຶ່ງ​ໃນ​ບັນດາ​ໜັງສືພິມ​ການເມືອງ​ທີ່​ມີ​ຊື່​ສຽງ​ແຖວ​ໜ້າ​ໃນ​ລະບົບ​ສື່​ມວນ​ຊົນ​ປະຕິວັດ​ຫວຽດນາມ ໂດຍ​ມີໜ້າ​ທີ່​ໂຄສະນາ​ເຜີຍແຜ່​ກ່ຽວ​ກັບ​ສອງ​ໜ້າທີ່​ຍຸດ​ທະ​ສາດຄື: ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ​ສັງຄົມ​ນິຍົມ​ຫວຽດນາມ .



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ