ໂຮງໝໍບໍລິເວນ 107 ກອງທັບ ປາຖະກະຖາມູນເຊື້ອ ວັນສ້າງຕັ້ງອາຊຽນ ຄົບຮອບ 58 ປີ
ເວລາອອກຂ່າວ: 2025-08-13 09:28:51 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 732 | ຄວາມນິຍົມ: ![]()
ວັນທີ 6 ສິງຫາ 2025, ໂຮງໝໍບໍລິເວນ 107 ກອງທັບ ໄດ້ປາຖະກະຖາມູນເຊື້ອວັນສ້າງຕັ້ງອາຊຽນ ຄົບຮອບ 58 ປີ (8 ສິງຫາ 1967-8 ສິງຫາ 2025) ແລະ ເຜີຍແຜ່ຜົນສຳເລັດການເປັນເຈົ້າພາບ ແລະ ເປັນປະທານອາຊຽນ ຂອງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໃນປີ 2024; ໂດຍການເປັນປະທານ ແລະ ກ່າວປາຖະກະຖາຂອງ ສະຫາຍ ພັນໂທ ດຣ ຄຳຄ່ອງ ພິມມະວົງສາ ຮອງຫົວໜ້າອຳນວຍການໂຮງໝໍບໍລິເວນ 107 ກອງທັບ, ມີບັນດາຫົວໜ້າພະແນກ-ຂະແໜງການ ພ້ອມດ້ວຍ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ດຣ ຄຳຄ່ອງ ພິມມະວົງສາ ໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາຂອງອາຊຽນ ເຊິ່ງໄດ້ສ້າງຕັ້ງຂຶ້ນໃນວັນທີ 8 ສິງຫາ 1967 ມີສະມາຊິກ 5 ປະເທດຄື: ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ ແລະ
ໄທ; ການສ້າງຕັ້ງອາຊຽນແມ່ນເພື່ອປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ, ສົ່ງເສີມການຮ່ວມມືທາງດ້ານ
ການເມືອງ-ຄວາມໝັ້ນຄົງທາງດ້ານເສດຖະກິດ ແລະ ວັດທະນະທຳສັງຄົມໃຫ້ກວ້າງຂວາງ, ເຊື່ອມໂຍງເສດຖະກິດການຄ້າ ແລະ ການລົງທຶນຢ່າງມີປະສິດ
ທິພາບ, ເພື່ອຮັກສາ ບົດບາດຄວາມເປັນແກນກາງຂອງອາຊຽນ ແລະ ຄວາມເປັນເຈົ້າການ ໃນຖານະເປັນກຳລັງຂັບເຄື່ອນ ຕົ້ນຕໍໃນການຮ່ວມມືພົວພັນ ລະ
ຫວ່າງ ອາຊຽນກັບ ຄູ່ເຈລະຈາ ແລະ ຄູ່ຮ່ວມມືພາກພື້ນ, ຖືເອົາຫຼັກການພື້ນຖານຂອງອາຊຽນ ດ້ວຍຄວາມເຄົາລົບເອກະລາດ, ອະທິປະໄຕ, ຄວາມສະເໝີພາບ, ຜືນແຜ່ນດິນອັນຄົບຖ້ວນ ແລະ ເອກະລັກແຫ່ງຊາດ, ບໍ່ແຊກແຊງເຂົ້າກິດຈະການພາຍໃນເຊິ່ງກັນ ແລະ ກັນ, ແກ້ໄຂຂໍ້ຂັດແຍ່ງດ້ວຍສັນຕິວິທີ, ບໍ່ຮຸກຮານ, ບໍ່ຂົ່ມຂູ່, ຢຶດຫຼັກການປົກຄອງດ້ວຍກົດໝາຍ, ສົ່ງເສີມປົກປ້ອງສິດທິມະນຸດ ແລະ ຄວາມຍຸດຕິທຳໃນສັງຄົມ. ຫຼັງຈາກ ສ້າງຕັ້ງອາຊຽນຂຶ້ນແລ້ວອາຊຽນ ກໍໄດ້ເປີດຮັບສະໝັກສະມາຊິກໃໝ່ຈາກປະເທດໃນຂົງເຂດອາຊີ ຕາເວັນອອກສ່ຽງໃຕ້ເພີ່ມເຕີມເປັນລຳດັບເຊິ່ງປັດຈຸບັນອາຊຽນມີສະມາຊິກ 10 ປະເທດຄື: ບຣູໄນ ດາຣູຊາລາມ, ຣາຊະອານາຈັກກຳປູເຈຍ, ສາທາລະນະລັດອິນໂດເນເຊຍ, ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ, ສາທາລະນະລັດ ສິງກະໂປ, ຣາຊະອານາ ຈັກໄທ, ສາທາລະນະລັດມາເລເຊຍ, ສາທາລະນະລັດ ຟີລິບປິນ, ສາທາ
ລະນະລັດ ສະຫະພາບມຽນມາ ແລະ ສາທາລະນະລັດສັງຄົມນິຍົມຫວຽດນາມ. ຈາກນັ້ນ, ກໍໄດ້ເຜີຍແຜ່ຜົນສຳເລັດການເປັນເຈົ້າພາບ ແລະ ເປັນປະທານອາຊຽນ ຂອງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໃນປີ 2024.
ໂດຍ: ນາງ ສຸລິຈັນ ພັດທະນາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















