ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 12 ເມສາ 2026

  

ຫ້ອງ​ເສນາ​ທິ​ການ ທະຫານ​ແຂວງ​ຫຼວງ​ນ້ຳ​ທາ ປະກາດ​ການ​ແຕ່ງຕັ້ງ​ໜ້າທີ່ ຂັ້ນ​ພະແນກການ ​ແລະ ຂະແໜງ​ການ
ເວລາອອກຂ່າວ: 2025-08-13 09:27:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 620 | ຄວາມນິຍົມ:



ວັນ​ທີ 6 ສິງຫາ 2025, ຢູ່​ທີ່​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ນ້ຳ​ທາ ໄດ້​ປະກາດ​ການ​ແຕ່ງຕັ້ງ​ໜ້າທີ່ ຂັ້ນ​ພະແນກການ ແລະ ຂະແໜງການ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ຄຳ​ທອນ ໄຊ​ສົງຄາມ ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ນ້ຳ​ທາ, ມີ​ຄະນະ​ພັກ-ຄະນະ​ບັນຊາ ພະນັກງານ​ຫຼັກ​ແຫຼ່ງ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສົມ​ປອງ ເຈື້ອ​ຫຼວງ​ຄຳ​ມີ ຫົວໜ້າ​ພະ​ແນກ​ພະນັກງານ ຫ້ອງ​ການເມືອງ ໄດ້​ຜ່ານ​ຂໍ້​ຕົກລົງ ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ນ້ຳ​ທາ ວ່າ​ດ້ວຍ​ການ​ແຕ່ງຕັ້ງຫົວໜ້າ​ພະ​ແນກ, ຮອງ​ຫົວໜ້າ​ພະ​ແນກ ແລະ ຫົວໜ້າ​ຂະແໜງການ; ໃນ​ນີ້, ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ນ້ຳ​ທາ ຕົກລົງ​ແຕ່ງຕັ້ງ ສະຫາຍ ພັນ​ໂທ ບຸນ​ສາງ ເສົາ​ລັງ​ສັກ ເປັນຮັກສາ​ການ ຫົວໜ້າ​ພະ​ແນກ​ສືບຂ່າວ, ສະຫາຍ ພັນ​ຕີ ບຸນ​ມີ ສິດທິ​ພົງ ເປັນ​ຫົວໜ້າ​ຂະແໜງ​ສັງ​ລວມ, ສະຫາຍ ພັນ​ຕີ ໄຊ​ຍະ​ດິດ ດ່ານ​ຄຳ​ລອຍ ເປັນຮັກສາ​ການ​ຮອງ​ຫົວໜ້າ​ພະ​ແນກ​ກົດ​ລັບ ແລະ ສະຫາຍ ຮ້ອຍ​ໂທ ທະ​ນົງ​ສີນ ວິໄສ​ຜອນ ເປັນຊ່ວຍ​ວຽກ ພະ​ແນກ​ອົບຮົມ ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ນ້ຳ​ທາ. ສະຫາຍ ພັນ​ໂທ ຄຳ​ທອນ ໄຊ​ສົງຄາມ ໄດ້​ເນັ້ນ​ໜັກ​ຫຼາຍ​ບັນຫາ​ສຳຄັນ​ຕໍ່​ນາຍ​ທະຫານ​ທີ່​ໄດ້​ຮັບ​ໜ້າທີ່​ໃໝ່ ຈົ່ງ​ເອົາໃຈໃສ່​ເຝິກຝົນ​ຫຼໍ່​ຫຼອມ ປັບປຸງ​ກໍ່ສ້າງ​ຕົນ​ເອງ ໃຫ້​ມີ​ຄວາມ​ຮູ້, ຄວາມ​ສາມາດ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ປັບ ປຸງ​ລະບອບ​ແບບແຜນ ວິທີ​ການ​ເຮັດ​ວຽກ​ໃຫ້​ຖືກຕ້ອງ​ເຂັ້ມ​ງວດ, ຍົກ​ສູງ​ຄວາມ​ຮັບຜິດຊອບ​ທາງ​ດ້ານ​ການເມືອງ​ຂອງ​ຕົນ, ເອົາໃຈໃສ່​ຢຶດ​ໝັ້ນ​ຫຼັກການ​ລວມ​ສູນ​ປະຊາທິປະໄຕ ນຳພາ​ເປັນ​ໝູ່​ຄະນະ, ຮັກສາ​ຄວາມ​ສາມັກຄີ​ພາຍ​ໃນ ແລະ ພາຍ​ນອກ​ໃຫ້​ເປັນ​ປຶກ​ແຜ່ນ ເພື່ອ​ນຳພາ​ປັບປຸງ​ກໍ່ສ້າງ​ກົມ​ກອງ ໃຫ້​ມີ​ຄວາມ​ໜັກ​ແໜ້ນ ເຂັ້ມແຂງ. ໂດຍ: ບຸນ​ມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ