ຄະນະອຳນວຍການ ໂຮງຮຽນທິດສະດີການເມືອງກອງທັບ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ກອງພົນທີ 1
ເວລາອອກຂ່າວ: 2025-08-13 09:26:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 678 | ຄວາມນິຍົມ: ![]()
ໃນວັນທີ 6 ສິງຫາ 2025, ຄະນະອຳນວຍການໂຮງຮຽນທິດສະດີການເມືອງກອງທັບ ນຳພາໂດຍ ສະຫາຍ ພັນໂທ ສຸກ ອິນທະມູນ ຮອງຫົວໜ້າການທະຫານ ຫົວໜ້າຫ້ອງອົບຮົມ-ກໍ່ສ້າງ ໂຮງຮຽນທິດສະດີການເມືອງກອງທັບ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ເຮັດວຽກ ຢູ່ ກອງພົນທີ 1, ໂດຍການຕ້ອນຮັບຂອງ ສະຫາຍ ພັນໂທ ບຸນເລີດ ຄຳໂພໄຊ ຮອງຫົວໜ້າຫ້ອງການເມືອງກອງ ພົນທີ 1 ພ້ອມດ້ວຍຄະນະ.
ເພື່ອເປັນການຖອດຖອນບົດຮຽນ ລະຫວ່າງ ໂຮງຮຽນທິດສະດີການເມືອງກອງທັບ ກັບ ກອງພົນທີ 1, ທັງເປັນການແລກປ່ຽນຄວາມຄິດເຫັນຂອງນັກສຶກສາທີ່ຮຽນຈົບທິດສະດີການເມືອງ ແລະ ວິຊາສະເພາະທີ່ຮັບໃຊ້ໃນກົມກອງ ກ່ຽວກັບ ຄຸນນະພາບ ແລະ ໝາກຜົນຂອງການສິດສອນຂອງ ຄູ-ອາຈານ ເພື່ອແນໃສ່ປັບປຸງ ແລະ ຍົກສູງຄຸນນະພາບການຮຽນ-ການສອນກໍຄື ຍົກສູງຄຸນນະພາບການອົບຮົມ-ກໍ່ສ້າງພະນັກງານຮຸ່ນສືບທອດໃຫ້ມີຄຸນນະພາບສູງຂຶ້ນເລື້ອຍໆ; ພ້ອມທັງ ຕີລາຄາພາກການກະກຽມຂອງຄູ-ອາຈານ, ຕີລາຄາກ່ຽວກັບວິຊາຮຽນ, ຕີລາຄາຊົ່ວໂມງຈັດຕັ້ງຂຶ້ນຫ້ອງທິດສະດີ, ຕີລາຄາຈັດຕັ້ງຊົ່ວໂມງສົນທະນາ ແລະ ພາກລົງປະຕິບັດຕົວຈິງ, ຕີລາຄາການໃຫ້ຄະແນນຂອງຄູ-ອາຈານ, ຕີລາຄາບຸກຄະລິກທຳນຽມຄູ ແລະ ວິທີການສິດສອນຂອງຄູ-ອາຈານ; ຕີລາຄາຄຸ້ມຄອງຫ້ອງຮຽນ. ຈາກນັ້ນ, ກໍໄດ້ຜັດປ່ຽນກັນປະກອບຄຳຄິດເຫັນແລກປ່ຽນຄວາມຮູ້ ຖອດຖອນບົດຮຽນ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ.
ໂດຍ: ຄຳພຸດ ພານຸວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















