ມອບໃບຢັ້ງຢືນ ໃຫ້ມະຫາຊົນກ້າວໜ້າ ສຳເລັດການຮຽນສະໝັບສະໝູນ
ເວລາອອກຂ່າວ: 2025-08-13 09:24:36 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 731 | ຄວາມນິຍົມ: ![]()
ໃນວັນທີ 7 ສິງຫາ 2025, ຢູ່ທີ່ກອງພົນທີ 5 ໄດ້ຈັດຕັ້ງມອບໃບຢັ້ງຢືນໃຫ້ມະຫາຊົນກ້າວໜ້າ ທີ່ສຳເລັດການຮຽນສະໝັບສະໝູນ ເພື່ອເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ປະຈຳປີ 2025, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ທອງດີ ໂລຫາຊາດ ຮອງຫົວໜ້າຫ້ອງການເມືອງ ກອງພົນທີ 5, ມີຄະນະພັກ-ຄະນະບັນຊາ ອົງການ, ກົມກອງ, ພະແນກການ ຕະຫຼອດຮອດ ມະຫາຊົນກ້າວໜ້າ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳໄຕ ອະນຸພາບ ຫົວໜ້າພະແນກຈັດຕັ້ງພັກ ກອງພົນທີ 5 ໄດ້ຜ່ານແຜນການຮຽນສະໜັບສະໜູນ ແລະ ຜ່ານຂໍ້ຕົກລົງ ຂອງຫົວໜ້າຫ້ອງການເມືອງ ກອງພົນທີ 5 ວ່າດ້ວຍການ ມອບໃບຢັ້ງຢືນໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ; ຫົວໜ້າຫ້ອງການເມືອງ ກອງພົນທີ 5; ຕົກລົງມອບໃບຢັ້ງຢືນໃຫ້ມະຫາຊົນກ້າວໜ້າທີ່ສຳເລັດການຮຽນສະໜັບສະໜູນ ປະຈຳປີ 2025 ຈຳນວນ 108 ສະຫາຍ, ຍິງ 12 ສະຫາຍ. ໃນການມອບໃບຢັ້ງຢືນຄັ້ງນີ້ ເພື່ອປະຕິບັດຕາມ ກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ວ່າດ້ວຍມາດຖານຂອງສະມາຊິກພັກ ແລະ ເງື່ອນໄຂຂອງມະຫາຊົນ ຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ໃຫ້ຖືກຕ້ອງ ເພື່ອສ້າງໃຫ້ພັກ ມີຄວາມໜັກແໜ້ນ ເຂັ້ມແຂງຮອບດ້ານ.
ໂດຍ: ແສງອາທິດ ສີດາໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















