ເປີດຊຸດອົບຮົມໄລຍະສັ້ນ ວິຊາສະເພາະຕີພິເສດສູ້ຮົບຕົວເມືອງ
ເວລາອອກຂ່າວ: 2025-08-01 13:38:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1904 | ຄວາມນິຍົມ: ![]()
ໃນວັນທີ 1 ສິງຫາ 2025 ນີ້, ຢູ່ທີ່ ກອງພັນ 425 ກອງພັນໃຫຍ່ 497 ໄດ້ຈັດພິທີ ເປີດຊຸດອົບຮົມວິຊາສະເພາະຕີພິເສດສູ້ຮົບຕົວເມືອງ ໃຫ້ເຫຼົ່າຮົບຕີພິເສດ ກອງທັບປະຊາຊົນລາວ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ບຸນຕຽນ ໄຊຍໍາວົງທັນ ຫົວໜ້າກົມ 49 ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ກົມ 49, ບັນດາຫ້ອງການ, ກົມທີ່ກ່ຽວຂ້ອງ, ຄະນະຊ່ຽວຊານ ສສ ຫວຽດນາມ, ແຂກທີ່ຖືກເຊີນ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ.
ສະຫາຍ ພັນເອກ ຄໍາແສງ ແກ້ວດວງດີ ຮອງຫົວໜ້າກົມ 49 ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການເປີດຊຸດອົບຮົມໄລຍະສັ້ນ ທີ່ຄະນະຊ່ຽວຊານ ກອງບັນຊາການເຫຼົ່າຮົບຕີພິເສດ ກອງທັບປະຊາຊົນຫວຽດນາມ ມາຊ່ວຍເຝິກອົບຮົມວຽກງານຕົວເມືອງ ໄລຍະສັ້ນ 3 ເດືອນໃຫ້ແກ່ເຫຼົ່າຮົບຕີພິເສດ ກອງທັບປະຊາຊົນລາວ (ກົມ 49) ປະຈໍາປີ 2025; ຈຸດປະສົງ ແລະ ຄາດໝາຍ ເພື່ອບຳລຸງ-ຍົກລະດັບໃຫ້ພະນັກງານ-ນັກຮົບຢູ່ໃນກົມກອງເຫຼົ່າຮົບຕີພິເສດ ມີຄວາມຊໍານິຊໍານານທາງດ້ານສິລະປະຍຸດ-ຍຸດທະວິທີຕີພິເສດຕົວເມືອງ, ຍົກສູງເປັນເຈົ້າການໃນເວລາອົບຮົມ-ຫັດແອບ ກໍຄືໃນເວລາເຮັດໜ້າທີ່ຕົວຈິງ, ກຳແໜ້ນບັນດາເນື້ອໃນລໍາດັບບາດກ້າວທິດສະດີ, ຫຼັກການຂອງແຕ່ລະວິຊາຮຽນ, ຍົກສູງສະຕິເປັນເຈົ້າການປະສານ ລະຫວ່າງຄະນະຊີ້ນຳກັບຊ່ຽວຊານ, ລະຫວ່າງ ກົມ ກັບ ຊ່ຽວຊານ, ນັກເຝິກອົບຮົມ ກັບ ຄະນະຊ່ຽວຊານ ເພື່ອຍາດແຍ່ງເອົາບົດຮຽນ, ປະສົບການ ແລະ ເນື້ອໃນເອກະສານຕ່າງໆ ທີ່ຄະນະຊ່ຽວຊານມາຊ່ວຍເຫຼືອ, ຮັກສາມູນເຊື້ອຄວາມສາມະຄີແບບພິເສດ ສາຍພົວພັນຮ່ວມມືສອງຊາດ, ສອງກອງທັບ ໂດຍສະເພາະ ແມ່ນສອງເຫຼົ່າຮົບຕີພິເສດ ລາວ-ຫວຽດນາມ ໃຫ້ໝັ້ນຄົງຕະຫຼອດໄປ. ເຊິ່ງເນື້ອໃນ ແລະ ກຳນົດເວລາອົມຮົມຄັ້ງນີ້ ປະກອບມີ: ພາກສິລະປະຍຸດຕີຕົວເມືອງ, ພາກຍຸດທະວິທີຕີພິເສດຕົວເມືອງ; ກໍານົດເວລາທັງໝົດ 90 ວັນ; ມີພະນັກງານ-ນັກຮົບ ເຂົ້າຮ່ວມອົບຮົມຕົວຈິງ 50 ສະຫາຍ.
ສະຫາຍ ພັນໂທ ຮ່ວງ ກີມ ຫ່າຍ ຫົວໜ້າພະແນກຕີພິເສດ, ຕີຕົວເມືອງ ໂຮງຮຽນຕີພິເສດ ກອງທັບປະຊາຊົນຫວຽດນາມ ໄດ້ກ່າວວ່າ: ນີ້ແມ່ນເຫດການທີ່ມີຄວາມໝາຍສໍາຄັນພິເສດ ສະແດງໃຫ້ເຫັນເຖິງມູນເຊື້ອ ຂອງການຮ່ວມມືອັນແໜ້ນແຟ້ນ ລະຫວ່າງ ກອງທັບປະຊາຊົນຫວຽດນາມ ກັບກອງທັບປະຊາຊົນລາວ ທີ່ມີມາຍາວນານ ເວົ້າລວມ, ເວົ້າສະເພາະແມ່ນການຮ່ວມມືຢ່າງບໍ່ຢຸດຢັ້ງ ລະຫວ່າງ ກອງບັນຊາການທະຫານຕີພິເສດ ກອງທັບປະຊາຊົນຫວຽດນາມ ກັບ ກົມ 49 ເຫຼົ່າຮົບຕີພິເສດ ໃນທ່າມກາງສະພາບການຂອງໂລກ ແລະ ພາກພື້ນກຳລັງຜັນແປງຢ່າງສັບສົນ, ການເພີ່ມທະວີກຳລັງແຮງ, ຄວາມສາມາດທາງດ້ານວິຊາສະເພາະ, ການເມືອງ ແລະ ຄວາມສາມາດຈັດຕັ້ງບັນຊາໃນຖັນແຖວພະນັກງານ ສຸດທີ່ມີຄວາມສໍາຄັນ, ການເຝິກອົບຮົມໃນຄັ້ງນີ້ ແນໃສ່ຍົກລະດັບຄວາມຮູ້ ຄວາມສາມາດຈັດຕັ້ງບັນຊາສູ້ຮົບໃນຕົວເມືອງ, ເຮັດໃຫ້ບັນດາສະຫາຍຮູ້ໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ປົກປັກຮັກສາ, ເຮັດໃຫ້ສະພາບຄວາມສະຫງົບ, ປະກອບສ່ວນເຮັດໃຫ້ປະເທດຊາດ ມີຄວາມສະຖຽນລະພາບ, ພ້ອມກັນແລກປ່ຽນ, ຮໍ່າຮຽນ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ, ເພີ່ມທະວີສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ໃຫ້ໝັ້ນຄົງຕະຫຼອດໄປ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ບຸນຕຽນ ໄຊຍໍາວົງທັນ ໄດ້ມີຄໍາເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ນັກເຝິກອົບຮົມ ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ເພື່ອຍາດເອົາຄວາມຮູ້ ຄວາມສາມາດ, ເກັບກຳໃຫ້ໄດ້ບັນດາບົດຮຽນ, ຮັກສາໄດ້ຄວາມສາມັກຄີກັບໝູ່ເພື່ອນ, ອົດທົນຜ່ານຜ່າ ບັນຫາ ແລະ ສິ່ງທ້າທາຍ ເຮັດໃຫ້ການເຝິກອົບຮົມໃນຄັ້ງນີ້ ບັນລຸຜົນສໍາເລັດຕາມຈຸດປະສົງຄາດໝາຍທີ່ຂັ້ນເທິງໄວ້ເນື້ອເຊື່ອໃຈ ສືບຕໍ່ນໍາເອົາບົດຮຽນໄປຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ກົມກອງມີຄວາມກ້າວໜ້າ, ມີຄວາມເຂັ້ມແຂງ, ມີແບບແຜນວິທີເຮັດວຽກດີ ແລະ ກາຍເປັນພະນັກງານສືບທອດທີ່ດີໃນອະນາຄົດ.
ໂດຍ: ສຸກສົງການ ຫຼ້າບຸນມີ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















