ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ຈັດຕັ້ງອອກແຮງງານລວມ
ເວລາອອກຂ່າວ: 2025-08-01 13:32:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1651 | ຄວາມນິຍົມ: ![]()
ໃນວັນທີ 1 ສິງຫາ 2025 ນີ້, ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຈັດຕັ້ງອອກແຮງງານລວມ ຕັດຫຍ້າ, ປູກດອກໄມ້ປະດັບ, ຕົບແຕ່ງ ທາງນອກ ແລະ ໃນສະໂມສອນ ກົມໃຫຍ່ການເມືອງກອງທັບ ເພື່ອຂໍ່ານັບຮັບຕ້ອນ ແລະ ກະກຽມສະຖານທີ່ຮັບປະກັນໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວກອງທັບ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້ ເຊິ່ງນໍາພາໂດຍ ສະຫາຍ ພັນເອກ ອໍາພອນ ສຸກວິໄຊ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ມີພະນັກງານ-ນັກຮົບ ທົ່ວຫ້ອງການເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.
ການອອກແຮງງານລວມໃນຄັ້ງນີ້, ມີຄວາມໝາຍສໍາຄັນຍິ່ງ ນອກຈາກເປັນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວກອງທັບ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ແລ້ວຍັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນບັນດາວັນປະຫວັດສາດທີ່ສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ ໂດຍສະເພາະແມ່ນ ວັນສະຖາປະນາ ສາທາະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ຈະມາເຖິງນີ້ ຕື່ມອີກ.
ໂດຍ: ພູວັນ ສີບຸນມາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















