ກົມໃຫຍ່ເສນາທິການກອງທັບ ປະກາດການແຕ່ງຕັ້ງໜ້າທີ່ ແລະ ເລື່ອນຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2025-08-01 13:25:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2066 | ຄວາມນິຍົມ: ![]()
ວັນທີ 31 ກໍລະກົດ ຜ່ານມານີ້, ກົມໃຫຍ່ເສນາທິການກອງທັບ ໄດ້ປະກາດການແຕ່ງຕັ້ງໜ້າທີ່ ແລະ ເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ສີພອນໄຊ ຄໍາທອງເຫວີນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຕາງໜ້າບັນດາກົມ, ຫ້ອງການ, ຄະນະພັກ-ຄະນະບັນຊາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນເອກ ພິມ ວິຈິດວົງສາ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງໜ້າທີ່ ໃຫ້ນາຍທະຫານ ຢູ່ ກົມໃຫຍ່ເສນາທິການກອງທັບ, ອີງຕາມ ກົດໝາຍ ນາຍທະຫານ ກອງທັບປະຊາຊົນລາວ ໃນ ພາກທີ II ໝວດທີ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອີງຕາມ ທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາ ໃນກໍາລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສໍາເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ ດັ່ງນັ້ນ, ກະຊວງປ້ອງກັນປະເທດ ຕົກລົງ ແຕ່ງຕັ້ງ ສະຫາຍ ພັນໂທ ສົມໝາຍ ທໍາມະນີລາ ເປັນຮອງຫົວໜ້າການທະຫານ ທັງເປັນຫົວໜ້າພະແນກອົບຮົມ ໂຮງຮຽນ 2025, ສະຫາຍ ພັນຕີ ບຸນເນື້ອ ວົງມີໄຊ ເປັນຫົວໜ້າພະແນກຜະລິດກະສິກຳ ຫ້ອງການບໍລິຫານ, ສະຫາຍ ພັນຕີ ພອນເທບ ຈັນທະມະນີເສີດ ເປັນຮອງຫົວໜ້າພະແນກປ້ອງກັນພາຍໃນ ຫ້ອງການເມືອງ, ສະຫາຍ ພັນຕີ ສອນໄຊ ບົວລາພອນ ເປັນຮັກສາການຫົວໜ້າພະແນກກວດກາ, ປະເມີນຜົນ ກົມໂຮງຮຽນ, ສະຫາຍ ພັນຕີ ຄອນສະຫວັນ ຫອມດີ ເປັນຮອງຫົວໜ້າພະແນກແຜນການ-ສັງລວມ ກົມໂຮງຮຽນ, ສະຫາຍ ຮ້ອຍເອກ ສຸເທບ ສາລິຍາ ເປັນຮອງຫົວໜ້າພະແນກປະກັນສັງຄົມ ຫ້ອງການເມືອງ, ສະຫາຍ ພັນໂທ ແສງຈັນ ພົມມະສີ ເປັນຫົວໜ້າຂະແໜງພະນັກງານ ສູນ 523 ແລະ ສະຫາຍ ພັນໂທ ແສງອາລຸນ ປະທຸມພອນ ເປັນຫົວໜ້າຂະແໜງກໍາລັງພົນ ສູນ 523. ຈາກນັ້ນ, ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ແລະ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານ ຢູ່ ກົມໃຫຍ່ເສນາທິການກອງທັບ ໃນນັ້ນ, ຕົກລົງ ເລື່ອນຊັ້ນ, ເລື່ອນທຽບຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ ຈໍານວນ 68 ສະຫາຍ, ເລື່ອນຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ ຈໍານວນ 72 ສະຫາຍ, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ ຈໍານວນ 16 ສະຫາຍ ແລະ ເລື່ອນຊັ້ນ ວາທີ ຂຶ້ນ ຮ້ອຍຕີ ຈໍານວນ 12 ສະຫາຍ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ສີພອນໄຊ ຄໍາທອງເຫວີນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ພ້ອມທັງ, ເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບໜ້າທີ່ ແລະ ເລື່ອນຊັ້ນໃໝ່ໃນຄັ້ງນີ້, ຍົກສູງນໍ້າໃຈຮັບຜິດຊອບຕໍ່ໜ້າທີ່ການເມືອງ, ເພີ່ມທະວີຄວາມເປັນແບບຢ່າງນໍາໜ້າໃນທຸກໜ້າທີ່ວຽກງານ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ, ນໍາເອົາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບ ມາຈັດຕັ້ງເຊຶ່ອມຊຶມ ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ, ສຸມເຫື່ອແຮງສະຕິປັນຍາ, ຄວາມຮູ້ ຄວາມສາມາດ ເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະ, ປັບປຸງເຫຼົ່າຮົບວິຊາສະເພາະ, ກໍ່ສ້າງ-ຄ້າຍຄູ ກົມກອງ ໃຫ້ມີບາດກ້າວພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ພຸດທະວອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















