ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 18 ມັງກອນ 2026

  

ສະຫະພັນກຳມະບານກອງທັບ ມີຜົນສໍາເລັດຫຼາຍດ້ານໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມຜູ້ແທນ ຄັ້ງທີ V
ເວລາອອກຂ່າວ: 2025-08-01 10:38:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1613 | ຄວາມນິຍົມ:



ສະຫາຍ ພັນເອກ ໄຊຊະນະ ທຳມະສອນ ຮອງຫົວໜ້າຫ້ອງການສະຫະພັນກຳມະບານ ກອງທັບ ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານກອງທັບ ຄັ້ງທີ VI ໄຂຂຶ້ນໃນວັນທີ 30 ກໍລະກົດ 2025 ເຊິ່ງບາງຕອນໃຫ້ຮູ້ວ່າ: ນັບແຕ່ກອງປະຊຸມຜູ້ແທນກຳມະບານທົ່ວກອງທັບ ຄັ້ງທີ V ເປັນຕົ້ນມາ, ສະຫະພັນກຳມະບານ, ກຳມະບານຮາກຖານແຕ່ລະຂັ້ນໃນກອງທັບ ຖືວຽກງານການເມືອງ-ແນວຄິດເປັນກົກ ໄດ້ເອົາໃຈໃສ່ໂຄສະນາເຜີຍແຜ່ ໃຫ້ແກ່ພະນັກງານ, ສະມາຊິກກຳມະບານ-ກຳມະກອນ ແລະ ຜູ້ອອກແຮງງານໃນຖັນແຖວກອງທັບ, ຄົ້ນຄວ້າເຊື່ອມຊຶມຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ຢ່າງເລິກເຊິ່ງ ໂດຍສະເພາະແມ່ນເປັນເຈົ້າການສຶກສາອົບຮົມການເມືອງ-ນໍາພາແນວຄິດ, ຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ VIII. ໃນ 5 ປີ ຜ່ານມາ, ຈໍານວນສະມາຊິກກຳມະບານ ແລະ ກໍາມະບານຮາກຖານ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ປັດຈຸບັນ ອົງການຈັດຕັ້ງກຳມະບານກອງທັບ ມີ 12 ສະຫະພັນກຳມະບານ, 76 ກຳມະບານຮາກຖານ (ໃນນີ້ ຂະຫຍາຍການຈັດຕັ້ງກຳມະບານຮາກຖານຢູ່ຫົວໜ່ວຍແຮງງານການຜະລິດຈໍານວນ 4 ຮາກຖານ). ໃນທົ່ວກອງທັບ ມີສະມາຊິກກຳມະບານທັງໝົດ 3.372 ສະຫາຍ, ຍິງ 1.529 ສະຫາຍ, ຂະຫຍາຍໃໝ່ 567 ສະຫາຍ, ຍິງ 258 ສະຫາຍ, ສະມາຊິກພັກເຂົ້າຮ່ວມ 1.665 ສະຫາຍ, ສະຫະພັນແມ່ຍິງ 1.529 ສະຫາຍ ແລະ ສະມາຊິກຊາວໜຸ່ມ 2.040 ສະຫາຍ. ວຽກງານກໍ່ສ້າງ ແລະ ບຳລຸງພະນັກງານ: ໄດ້ຊຸກຍູ້, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການບຳລຸງ-ກໍ່ສ້າງ ແລະ ຍົກລະດັບພະນັກງານ, ສະມາຊິກກຳມະບານ ດ້ວຍຫຼາຍຮູບການ ເປັນຕົ້ນ ທິດສະດີການເມືອງ-ການປົກຄອງ, ວຽກງານວິຊາສະເພາະ ແລະ ພັດທະນາສີມືແຮງງານ ໂດຍສົ່ງພະນັກງານໄປຮຽນທິດສະດີການເມືອງ-ການປົກຄອງ 76 ສະຫາຍ, ຮຽນວິຊາສະເພາະ ແລະ ສີມືແຮງງານ 408 ສະຫາຍ, ໄປບຳລຸງວຽກງານກໍາມະບານ, ວຽກງານຂ່າວສານ, ວຽກງານຄູເຝິກ ນໍາສູນກາງສະຫະພັນກຳມະບານລາວ ຈັດຂຶ້ນ ຈໍານວນ 10 ສະຫາຍ, ໄປຮຽນກໍ່ສ້າງປະລິນຍາຕີ 1 ສະຫາຍ, ປະລິນຍາໂທ 1 ສະຫາຍ ຢູ່ມະຫາວິທະຍາໄລກຳມະບານ ສສ ຫວຽດນາມ ແລະ ໄດ້ຈັດສົ່ງພະນັກງານກຳມະບານໄປເຝິກອົບຮົມວຽກງານກຳມະບານໄລຍະສັ້ນຢູ່ ສສ ຫວຽດນາມ 3 ຄັ້ງ ຈໍານວນ 70 ສະຫາຍ. ວຽກງານນະໂຍບາຍ ພະນັກງານ ແລະ ສະມາຊິກກຳມະບານ: ໄດ້ເອົາໃຈໃສ່ຕິດຕາມການປະຕິບັດນະໂຍບາຍຕໍ່ພະນັກງານ, ສະມາຊິກກຳມະບານ ຕາມແນວທາງຂອງພັກ, ນະໂຍບາຍຂອງລັດ, ກົດໝາຍ ວ່າດ້ວຍນາຍທະຫານ ກອງທັບປະຊາຊົນລາວ, ກົດໝາຍ ວ່າດ້ວຍກຳມະບານລາວ ແລະ ກົດລະບຽບ ຂອງສະຫະພັນກຳມະບານລາວວາງອອກ ສະເໜີການເລື່ອນຕຳແໜ່ງ, ເລື່ອນຊັ້ນ, ຂັ້ນເງິນເດືອນ, ການສັບຊ້ອນຕຳແໜ່ງງານຂອງພະນັກງານ, ການປະຕິບັດນະໂຍບາຍຢ້ຽມຢາມໃນເວລາເຈັບປ່ວຍ, ນອນໂຮງໝໍ, ນະໂຍບາຍ ພັກຜ່ອນປະຈຳປີ ແລະ ນະໂຍບາຍອື່ນໆ ຕາມກົດໝາຍແຮງງານ ແລະ ຂໍ້ກຳນົດ, ລະບຽບການຂອງກົມກອງວາງອອກ. ວຽກງານປົກປ້ອງແຮງງານ: ອົງການຈັດຕັ້ງກຳມະບານແຕ່ລະຂັ້ນໃນກອງທັບ ໄດ້ຕັ້ງໜ້າເຄື່ອນໄຫວວຽກງານປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງສະມາຊິກກຳມະບານ-ກຳມະກອນ ແລະ ຜູ້ອອກແຮງງານດ້ວຍການຕິດຕາມ ແລະ ຊຸກຍູ້ ການປະຕິບັດການສ້າງສັນຍາແຮງງານລວມໝູ່ ແລະ ບຸກຄົນ, ເຂົ້າຮ່ວມປຶກສາຫາລືແກ້ໄຂຂໍ້ຂັດແຍ່ງແຮງງານ ທວງຄ່າແຮງງານໃຫ້ກຳມະກອນມູນຄ່າ 7 ຕື້ກວ່າກີບ. ວຽກງານຂະບວນການແຂ່ງຂັນ ແລະ ຍ້ອງຍໍ: ອົງການຈັດຕັ້ງກຳມະບານແຕ່ລະຂັ້ນໃນກອງທັບ ໄດ້ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ໂດຍຕິດພັນກັບຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ, ຂະບວນການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ປະຕິບັດໜ້າທີ່ວິຊາສະເພາະ ອົງການກຳມະບານກອງທັບ ໄດ້ພົວພັນປະສານສົມທົບກັບສູນກາງສະຫະພັນກຳມະບານລາວ, ສະຫະພັນກຳມະບານບັນດາກະຊວງ, ອົງການ, ອົງການພາຄີຊາວໜຸ່ມ, ແມ່ຍິງ ແລະ ພາກສ່ວນອື່ນໆ ປຸກລະດົມວັດຖຸປັດໄຈຕ່າງໆ ເພື່ອໄປມອບໃຫ້ພະນັກງານ-ນັກຮົບ ທີ່ປະຕິບັດໜ້າທີ່ຢູ່ເຂດຫ່າງໄກສອກຫຼີກ. ວຽກງານກອງທຶນ: ອົງການກຳມະບານແຕ່ລະຂັ້ນໃນກອງທັບ ໄດ້ຕັ້ງໜ້າຂະຫຍາຍກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕາມກົດລະບຽບກອງທຶນ ຂອງແຕ່ລະສະຫະພັນກຳມະບານ, ກຳມະບານຮາກຖານວາງອອກ ໃນແຕ່ລະປີໄດ້ຈັດກອງປະຊຸມຖອດຖອນບົດຮຽນ ກ່ຽວກັບວຽກງານກອງທຶນກຳມະບານ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານກອງທຶນໄດ້ຮັບການປັບປຸງ ແລະ ຂະຫຍາຍຕົວດີຂຶ້ນເລື້ອຍໆ ປັດຈຸບັນ ທົ່ວກຳມະບານກອງທັບ ມີສະມາຊິກກອງທຶນ 2.329 ຄົນ, ມີເງິນໝູນວຽນທັງໝົດ 1.176.218.500 ກີບ. ວຽກງານພົວພັນຮ່ວມມືຕ່າງປະທດ: ອົງການກຳມະບານກອງທັບແຕ່ລະຂັ້ນ ໄດ້ຕັ້ງໜ້າປະຕິບັດ ແລະ ເຄື່ອນໄຫວວຽກງານການຕ່າງປະເທດ ຕາມແນວທາງການຕ່າງປະເທດຂອງພັກ-ລັດ ໄດ້ພົວພັນຮ່ວມມືກັບກຳມະບານປະເທດເພື່ອນມິດຍຸດທະສາດ ເປັນຕົ້ນແມ່ນ ສສ ຫວຽດນາມ, ສປ ຈີນ, ພົວພັນ-ຮ່ວມມືກັບກຳມະບານ ກອງທັບປະຊາຊົນຫວຽດນາມ ການແລກປ່ຽນຄະນະຜູ້ແທນ ເພື່ອຍາດແຍ່ງເອົາການສະໜັບສະໜູນ, ຊ່ວຍເຫຼືອທາງດ້ານບົດຮຽນ, ການເຝິກອົບຮົມ, ຍົກລະດັບໄລຍະສັ້ນ ແລະ ໄລຍະຍາວ. ສັງລວມແລ້ວ ຕະຫຼອດໄລຍະຜ່ານມາ, ພາຍໃຕ້ການຊີ້ນຳໂດຍກົງ ຂອງອົງຄະນະພັກ ກົມໃຫຍ່ການເມືອງກອງທັບ ຫ້ອງການກຳມະບານກອງທັບ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ກຳມະກອນໃນການສືບຕໍ່ເສີມຂະຫຍາຍທາດແທ້, ລັກສະນະດີເລີດ ຂອງຊົນຊັ້ນກຳມະກອນ ແລະ ມູນເຊື້ອປະຕິວັດອັນດີງາມຂອງຊາດ, ປະຕິບັດສິດ ແລະ ພັນທະເຂົ້າໃນພາລະກິດປະຕິວັດໃນໄລຍະໃໝ່ຢ່າງຖືກຕ້ອງ. ປັດຈຸບັນ ຊົນຊັ້ນກຳມະກອນລາວ ຢູ່ຕາມຫົວໜ່ວຍແຮງງານ, ໂຮງຈັກ, ໂຮງງານ, ຮາກຖານຕ່າງໆ ໄດ້ເປັນເຈົ້າການປະກອບສ່ວນ ທັງສະຕິປັນຍາ ແລະ ກຳລັງແຮງໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີການເຕີບໃຫຍ່ເຂັ້ມແຂງ ເປັນຕົ້ນ: ການກໍ່ສ້າງຖະໜົນຫົນທາງ, ຂົວ, ອາຄານ, ການຂຸດຄົ້ນແຮ່ທາດ, ນ້ຳປະປາ, ກົນຈັກ, ສ້ອມແປງ, ບໍລິການປຸ່ງແຕ່ງ, ການຄົມມະນາຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອື່ນໆ ລ້ວນແຕ່ມີການປະກອບສ່ວນຢ່າງຕັ້ງໜ້າ ຂອງກຳມະກອນ ແລະ ຊາວຜູ້ອອກແຮງງານ ເຮັດໃຫ້ພື້ນຖານໂຄງລ່າງ ແລະ ເສດຖະກິດ-ສັງຄົມ ຂອງຊາດ ມີຄວາມໜັກແໜ້ນເຂັ້ມແຂງ. ໂດຍ: ຈິດ ເພັດພູທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ