ຫຼາຍກົມກອງຈັດຕັ້ງປາຖະກະຖາວັນຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 116 ປີ
ເວລາອອກຂ່າວ: 2025-08-01 09:07:08 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1020 | ຄວາມນິຍົມ: ![]()
ໃນທ້າຍເດືອນກໍລະກົດ 2025 ນີ້, ໄດ້ມີຫຼາຍກົມກອງຈັດຕັ້ງປາຖະກະຖາວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 116 ປີ ແລະ ວັນສຳຄັນຂອງຊາດ ໃນນີ້ມີໂຮງຮຽນທິດສະດີການເມືອງກອງທັບ, ກົມວິທະຍາສາດ-ປະ
ຫວັດສາດການທະຫານກະຊວງປ້ອງກັນປະເທດ, ກອງພັນ 233 ທີ່ຂຶ້ນກັບກົມ 213, ກອງພັນໃຫຍ່ 605, ໂຮງໝໍບໍລິເວນ 107.
ຢູ່ແຕ່ລະກົມກອງໄດ້ເລົ່າຫວນຄືນມູນເຊື້ອຊີວິດການເຄື່ອນໄຫວປະຕິວັດຜົນງານ ແລະ ຄຸນງາມຄວາມດີຂອງປະທານ ສຸພານຸວົງ ເຊີ່ງຍົກໃຫ້ເຫັນການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງທ່ານປະທານສຸພານຸວົງ, ຊີວິດການ
ເຄື່ອນໄຫວປະຕິວັດຂອງເພີ່ນຜົນງານ ແລະ ຄຸນງາມຄວາມດີທີ່ເພີ່ນສ້າງໄວ້ບາງບົດຮຽນທີ່ຖອດຖອນໄດ້ພະນັກງານ-ນັກຮົບ ຄວນສືບຕໍ່ຈັດຕັ້ງຜັນຂະຫຍາຍ, ປະທານສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດກໍຄືພະນັກງານ-ນັກຮົບຂອງກອງທັບປະຊາຊົນລາວໃນການຊີ້ນຳ-ນຳພາກອງທັບກໍຄືປະຊາຊົນລາວບັນດາເຜົ່າຕໍ່ສູ້ກູ້ຊາດໃນແຕ່ລະໄລຍະທີ່ສ່ອງແສງເຖິງຜົນງານອັນຍິ່ງໃຫຍ່ ແລະ ມີຄຸນສົມບັດສິນທຳປະຕິວັດອັນຜ່ອງໃສ, ມີຄວາມສະຫຼຽວສະຫຼາດ, ມີຄວາມອົດທົນ, ເດັດດ່ຽວ, ເຂັ້ມແຂງ, ມີເຫດຜົນ, ມີຄວາມກ້າຫານ ແລະ ຄວາມເສຍສະຫຼະ, ຍາມໃດທ່ານສຸພານຸວົງເພີ່ນກໍ່ໄດ້ຍົກສູງຜົນປະໂຫຍດລວມຂອງຊາດ, ຂອງປະຊາຊົນຫຼາຍກວ່າຜົນປະໂຫຍດສ່ວນຕົວ ແລະ ຄອບຄົວ, ມີຄວາມຕໍ່ສູ້ຢ່າງກ້າແກ່ນພິລະອາດຫານບໍ່ຍອມຈຳນົນ, ມີນໍ້າໃຈຮັກຊາດອັນດູດດື່ມ, ມີນໍ້າໃຈເສຍສະຫຼະເພື່ອຊາດ, ເພື່ອປະຊາຊົນ, ຍ້ອນວ່າມີນໍ້າໃຈອັນແຮງກ້າຂອງບັນດາຜູ້ນຳປີຊາສາມາດ, ສະຫຼາດສ່ອງໃສ ແລະ ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງບັນດາຜູ້ນຳໃນວິລະກຳເຫດການໂຕນຄຸກຢ່າງມະຫັດສະຈັນໄປສູ່ເຂດທີ່ໝັ້ນຂອງການປະຕິວັດຢ່າງປອດໄພ ແລະ ນຳພາຂະບວນການປະຕິວັດຕໍ່ສູ້ກູ້ຊາດເຊິ່ງສາມາດຍາດໄດ້ໄຊຊະນະ ແລະ ສະຖາປານາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975, ໃນການຈັດໃນການປາຖະກະຖາຄັ້ງນີ້ ກໍເພື່ອແນ່ໃສ່ສືກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບສະມາຊິກພັກຂອງແຕ່ລະກົມກອງໄດ້ຮັບຮູ້ເຊື່ອມຊຶມກຳແໜ້ນຢ່າງເລິກເຊິ່ງກ່ຽວກັບທາດແທ້, ມູນເຊື້ອ, ຄຸນສົມບັດສິນທຳປະຕິວັດ, ຄຸນງາມຄວາມດີຂອງປະທານສຸພານຸວົງເພື່ອເປັນບົດຮຽນໃນການຝຶກຝົນຫຼໍ່ຫຼອມຕົວເອງໃຫ້ຄວາມກ້າວໜ້າ, ມີຜົນງານອັນໃໝ່ ແລະ ສ້າງໃຫ້ກົມກອງມີຄວາມເຂັ້ນແຂງໜັກແໜ້ນ ແລະ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















