ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 12 ເມສາ 2026

  

ຫ້ອງ​ການເມືອງ ​ກອ​ງພົນ​ທີ 4 ສຳເລັດ​ການ​ປັກ​ດຳ​ເຂົ້ານາ​ປີ
ເວລາອອກຂ່າວ: 2025-08-01 09:00:11 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1170 | ຄວາມນິຍົມ:



ວັນ​ທີ 28 ກໍລະກົດ 2025, ຫ້ອງ​ການເມືອງ ກອງ​ພົນ​ທີ 4 ໄດ້​ສຳເລັດ​ການ​ປັກ​ດຳ​ເຂົ້ານາ​ປີ, ໂດຍ​ການນຳພາ-ຊີ້​ນຳ ຂອງ ຄະນະ​ພັກ-ຄະນະ​ບັນຊາ ຫ້ອງ​ການເມືອງ ກອງ​ພົນ​ທີ 4 ພ້ອມ​ດ້ວຍ ກຳລັງ​ພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສົມ​ໃຈ ແກ້ວ​ມະນີ​ວົງ ຫົວໜ້າ​ພະ​ແນກ​ບໍລິຫານ ຫ້ອງ​ການເມືອງ ກອງ​ພົນ​ທີ 4 ໃຫ້​ຮູ້​ວ່າ: ພາຍຫຼັງ​ທີ່​ກົມ​ກອງ ໄດ້​ຈັດ​ຕັ້ງ​ພະນັກງານ-ນັກ ຮົບ ສຸມ​ໃສ່​ການ​ປັກ​ດຳ​ເຂົ້າ​ນາປີ​ມາ​ແຕ່​ຕົ້ນ​ເດືອນ ກໍລະກົດ ເປັນຕົ້ນ​ມາ, ຈົນ​ມາ​ຮອດ​ວັນ​ທີ 28 ກໍລະກົດ 2025 ແມ່ນ​ໄດ້​ສຳເລັດ​ລົງ​ຢ່າງ​ເປັນ​ທາງ​ການ​ດ້ວຍ​ບັນ ຍາກາດ​ຟົດຟື້ນ​ມ່ວນຊື່ນ ເນື້ອທີ່​ປັກ​ດຳ​ຕົວ​ຈິງ​ມີ​ທັງ​ໝົດ 8 ເຮັກຕາ, ໝົດ​ແນວ​ເຂົ້າປູກ 755 ກິ​ໂລກ​ຣາມ, ແນວ​ພັນ​ເຂົ້າ ທ່າ​ຊະ​ນູ 8, ມີ​ກຳລັງ​ແຮງ​ງານ​ເຂົ້າ​ຮ່ວມ ​ປັກ​ດຳ​ທັງ​ໝົດ 70 ສະຫາຍ, ມາດ​ຮອດ​ປັດຈຸບັນ​ສຳເລັດ​ແລ້ວ 100%. ທັງ​ນີ້, ເພື່ອ​ປະຕິບັດ​ຕາມ​ຄຳ​ຂວັນ ຂອງ​ກົມ​ໃຫຍ່​ພະລາທິການ​ກອງທັບ​ວາງ​ອອກ ຕາມ​ເນື້ອ​ໃນ 4 ປູກ 4 ລ້ຽງ, ຍົກ​ສູງ​ນ້ຳໃຈ ເພິ່ງ​ຕົນ​ເອງ ກຸ້ມ​ຕົກ​ເອງ ແລະ ສ້າງ​ຄວາມ​ເຂັ້ມ​​ແຂງ​ດ້ວຍ​ຕົນ​ເອງ ຕາມ​ທ່າແຮງ​ບົ່ມ​ຊ້ອນ​ຂອງ​ກົມ​ກອງ ສາມາດ​ຮັບປະກັນ​ໃຫ້​ແກ່​ການ​ຄຸ້ມ​ຄອງ​ທັບ, ລ້ຽງ​ດູ​ກຳລັງພາຍ​ໃນ​ກົມ​ກອງ​ໃນ​ໄລຍະ​ໜຶ່ງ ເຮັດ​ໃຫ້​ພະນັກງານ-ນັກຮົບ​ອຸ່ນ​ອຽນ​ທຸ່ນ​ທ່ຽງ ສືບຕໍ່​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ຕົນ . ໂດຍ: ໂພ​ຄຳ ພອນ​ປະເສີດ ພາບ: ສາຍ​ຄຳ ວິໄລ​ພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ